ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ຫົວໜ້າຄະນະຈັດຕັ້ງສູນກາງພັກ ຕ້ອນຮັບການເຂົ້າພົບປະ ຂອງທ່ານຮອງລັດຖະມົນຕີຕ່າງປະເທດຍີ່ປຸ່ນ ຄົນໃໝ່
ຈຳນວນຜູ້ອ່ານ: 11
ອະນຸມັດວັນທີ: 23/12/2022

ພາບ: ພິດສະໄໝ; ຂ່າວ: ສ.ສົດ​ໃສ

     ໃນ​ວັນ​ທີ 22 ທັນວາ 2022 ທີ່​ສຳນັກງານຄະນະ​ຈັດ​ຕັ້ງ​ສູນ​ກາງ​ພັກ ທ່ານ ນາງ ສີ​ໃສ ລື​ເດດ​ມູນ​ສອນ ກຳມະການກົມ​ການ​ເມືອງ​ສູນ​ກາງ​ພັກ, ​ເລຂາທິການ​ສູນ​ກາງ​ພັກ, ຫົວໜ້າ​ຄະນະ​ຈັດ​ຕັ້ງສູນ​ກາງ​ພັກ ພ້ອມດ້ວຍພະນັກງານຈາກບັນດາກົມກ່ຽວຂ້ອງຈຳນວນໜຶ່ງ​ໄດ້​​ຕ້ອນຮັບການເຂົ້າຢ້ຽມຂ່ຳນັບທ່ານ ທາ​ເກ​ອິ ຊຸ​ນຊຶເກະ (Mr. TAKEI Shunsuke)  ຮອງ​ລັດຖະມົນ​ຕີຕ່າງ​ປະ​ເທດ​ຍີ່ປຸ່ນ ຄົນ​ໃໝ່ ພ້ອມ​ດ້ວຍ​ຄະນະ.    

     ຈຸດປະສົງຂອງການພົບປະໃນຄັ້ງນີ້ ເພື່ອແນະນຳໂຕ ແລະ ປຶກສາຫາລືກ່ຽວກັບການ​ເສີມ​ຂະຫຍາຍ​ສາຍ​ພົວພັນ​ມິດຕະພາບຄູ່​ຮ່ວມ​ຍຸດ​ທະ​ສາດ ​ລະຫວ່າງ​ສອງ​ປະ​ເທດ​ລາວ-ຍີ່ປຸ່ນ, ທັງ​ເປັນ​ການ​ຜັນ​ຂະຫຍາຍ​ຜົນ​ການ​ຢ້ຽມຢາມ​ຍີ່ປຸ່ນ​ຂອງ​ຫົວໜ້າ​ຄະນະ​ຈັດ​ຕັ້ງ​ສູ​ນກາງ​ພັກ ​ໃນ​ທ້າຍ​ເດືອນ​ກັນຍາ 2022 ຜ່ານ​ມາ.

     ການພົບປະດັ່ງກ່າວ ທ່ານ ທາ​ເກ​ອິ ຊຸ​ນຊຶ​ເກະ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ຈິງໃຈແລກປ່ຽນຂໍ້ມູນທີ່ໜ້າສົນໃຈ; ພ້ອມນີ້ທ່ານຍັງໄດ້ແລກປ່ຽນຂໍ້ມູນກ່ຽວກັບວຽກງານຈັດຕັ້ງທີ່ສອງຝ່າຍສົນໃຈ ແລະ ພ້ອມທີ່ຈະສືບຕໍ່ປະຕິບັດໜ້າທີ່ໃນເວລາດຳລົງຕຳແໜ່ງໃຫ້ດີທີ່ສຸດ ເພື່ອປະກອບສ່ວນເພີ່ມພູມຄູນສ້າງ ແລະ ເຮັດໃຫ້ສາຍພົວພັນມິດຕະພາບອັນເປັນມູນເຊື້ອ, ຄວາມສາມັກຄີ ແລະ ການຮ່ວມມືລະຫວ່າງ ສອງຊາດ ລາວ ແລະ ຍີ່ປຸ່ນ ໃຫ້ນັບມື້ນັບແຕກດອກອອກຜົນຢ່າງບໍ່ຢຸດຢັ້ງ.

     ໃນຕອນທ້າຍ ທ່ານ ນາງ ສີ​ໃສ ລື​ເດດ​ມູນ​ສອນ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ການພົບປະແລກປ່ຽນບົດຮຽນກ່ຽວກັບວຽກງານຈັດຕັ້ງ, ກໍ່ສ້າງພັກ-ພະນັກງານລະຫວ່າງສອງຝ່າຍໃນຄັ້ງນີ້ ເພື່ອຮັດແໜ້ນຄວາມສາມັກຄີລະຫວ່າງ ສອງປະເທດໃຫ້ນັບມື້ແໜ້ນແຟ້ນ ພ້ອມນີ້ ກໍ່ໄດ້ສະແດງຄວາມເຊື່ອໝັ້ນຕໍ່ທ່ານ ຮອງ​ລັດຖະມົນ​ຕີຕ່າງ​ປະ​ເທດ​ຍີ່ປຸ່ນຄົນ​ໃໝ່ ຈະສືບຕໍ່ໃຫ້ການຮ່ວມມື ປະກອບສ່ວນເສີມຂະຫຍາຍສາຍພົວພັນມິດຕະພາບ, ຄວາມສາມັກຄີ ແລະ ການຮ່ວມມືລະຫວ່າງ ສອງຊາດລາວ ແລະ ຍີ່ປຸ່ນ ໃຫ້ນັບມື້ນັບກ້າວເຂົ້າສູ່ລວງເລິກ ແລະ ມີປະສິດທິຜົນສູງຍິ່ງໆຂຶ້ນ.