ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ຄຈສພ ສະຫຼຸບຜົນງານການຈັດຕັ້ງປະຕິບັດວຽກງານ ປະຈໍາປີ 2022, ວາງທິດທາງແຜນການປະຈຳປີ 2023, ຍ້ອງຍໍຜົນງານ 5 ປີ (2016-2020) ແລະ ເປີດຂະບວນການແຂ່ງຂັນ “ຮັກຊາດ ແລະ ພັດທະນາ” ຮອດປີ 2025
ຈຳນວນຜູ້ອ່ານ: 51
ອະນຸມັດວັນທີ: 13/12/2022

ພາບ: ບານ ມູນປະເສີດ; ຂ່າວ: ສ.ສົດໃສ

     ໃນວັນທີ 9 ທັນວາ 2022 ຄະນະຈັດຕັ້ງສູນກາງພັກ (ຄຈສພ) ໄດ້ຈັດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານ ປະຈໍາປີ 2022, ວາງທິດທາງແຜນການ ປະຈຳປີ 2023, ຍ້ອງຍໍ​ຜົນງານ 5 ປີ (2016-2020) ແລະ ເປີດຂະບວນການແຂ່ງຂັນ “ຮັກຊາດ ແລະ ພັດທະນາ” ຮອດປີ 2025 ໂດຍການເປັນປະທານຂອງສະຫາຍ ນາງ ສີໃສ ລືເດດມູນສອນ ກໍາມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ຫົວໜ້າ ຄຈສພ, ມີສະຫາຍ ນາງ ບຸດສະດີ ທະນະເມືອງ ກຳມະການສູນກາງພັກ, ຮອງ​ຫົວໜ້າ ຄຈສພ, ສະຫາຍ ວັນ​ໄຊ ພອງ​ສະຫວັນ ກຳ​ມະ​ການ​ສູນ​ກາງ​ພັກ, ​ເລຂາ​ພັກ​ແຂວງ-​ເຈົ້າ​ແຂວງ​ຄຳ​ມ່ວນ, ອະດີດ​ຮອງ​ຫົວໜ້າ​ ຄຈສພ, ມີບັນດາ​ສະຫາຍຄະນະ​ພັກ, ຮອງ​ຫົວ​ໜ້າ ຄຈສພ​, ຄະນະກົມ-ຫ້ອງການ, ສູນ, ຄະນະພະແນກ, ພະນັກງານ-ລັດຖະກອນ ພ້ອມ​ດ້ວຍ​ພະນັກງານ​ບຳນານ​ເຂົ້າ​ຮ່ວມ.

     ກອງ​ປະຊຸມ ​ໄດ້​ຜ່ານ​ຮ່າງ​ບົດ​ສະ​ຫຼຸບ​ຕີ​ລາຄາ​ສະພາບ​ການຈັ​ດຕັ້ງ​ປະຕິບັດ​ວຽກ​ງານ​ຂອງ ຄຈສພ ປະຈຳປີ 2022 ​ແລະ ວາງທິດ​ທາງ​ແຜນການ​ປີ 2023 ທັງເປັນການທົບທວນຄືນການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມວຽກງານຈັດຕັ້ງທົ່ວປະເທດ ຄັ້ງທີ XI, ມະຕິກອງປະຊຸມໃຫຍ່ອົງຄະນະພັກ ຄຈສພ ຄັ້ງທີ IX ແລະ ຄົ້ນຄວ້າເຊື່ອມຊຶມມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ໃນຂົງເຂດວຽກງານກໍ່ສ້າງພັກ-ພະນັກງານ ແລະ ການປັບປຸງກົງຈັກການຈັດຕັ້ງ ໃຫ້ມີບາດກ້າວຫັນປ່ຽນຢ່າງຕັ້ງໜ້າ ເຊິ່ງໃນປີ 2022 ນີ້ ​ໄດ້ມີຜົນສຳເລັດຫຼາຍດ້ານ ໂດຍສະເພາະແມ່ນການສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງຂັ້ນສູນກາງຄຸ້ມຄອງຢູ່ບັນດາອົງຄະນະພັກກະຊວງ-ອົງການ ແລະ ທ້ອງຖິ່ນ; ໄດ້ປັບປຸງ ແລະ ສ້າງນິຕິກໍາຈໍານວນໜຶ່ງ; ປັບປຸງພາລະບົດບາດ ແລະ ຫຼຸດກົງຈັກການຈັດຕັ້ງບາງຂະແໜງການ; ແຕ່ຄຽງຄູ່ກັນນັ້ນ ກໍ່ຍັງມີຫຼາຍບັນຫາທີ່ບໍ່ທັນຕອບສະໜອງໄດ້ກັບການເລັ່ງທວງ ຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານການເມືອງຂອງພັກ-ລັດໃນເງື່ອນໄຂໃໝ່.

   ກອງປະຊຸມຄັ້ງນີ້​ໄດ້ທົບທວນຄືນບາງບັນຫາທີ່ເປັນຈຸດອ່ອນ-ຂໍ້ຄົງຄ້າງ ມີບັນຫາໃດແດ່ທີ່ບໍ່ທັນໄດ້ເຮັດ ຫຼືວ່າເຮັດບໍ່ທັນສໍາເລັດຕາມແຜນການກໍານົດໄວ້ ຫຼື ​ໄດ້ເຮັດແຕ່ບໍ່ທັນຄົບຖ້ວນເລິກເຊິ່ງ, ພ້ອມ​ກັນຊອກຫາສາເຫດ ​ແລະ ປຶກສາຫາລື, ຊອກຫາວິທີການ, ມາດຕະການໃນການຈັດຕັ້ງປະຕິບັດໃນປີຕໍ່ໜ້າ, ແນໃສ່ປັບປຸງກົນໄກລະບົບການເຮັດວຽກ, ການນໍາພາ-ຊີ້ນໍາທີ່ແທດເໝາະກັບການປະຕິບັດວຽກງານຕົວຈິງໃຫ້ດີກວ່າເກົ່າ. ຈາກ​ນັ້ນ, ຜູ້​​ເຂົ້າຮ່ວມ​ກອງ​ປະຊຸມ​ ຍັງ​ໄດ້​ພ້ອມ​ກັນປະກອບ​ຄຳ​ເຫັນ​​ໃສ່​ຮ່າງ​ບົດ​ສະຫຼຸບ ຕາມ​ຄຳ​ຖາມ​ເຈາະ​ຈິ້​ມຂອງ​ປະທານກອງ​ປະຊຸມຢ່າງ​ກົງ​ໄປ​ກົງ​ມາແບບສ້າງສັນ.

     ໃນຕອນບ່າຍຂອງວັນດຽວກັນ ​ໄດ້ມີພິທີຍ້ອງຍໍ​ຜົນງານ 5 ປີ (2016-2020) ແລະ ເປີດຂະບວນການແຂ່ງຂັນ “ຮັກຊາດ ແລະ ພັດທະນາ” ແຕ່​ນີ້​ຫາ​ປີ 2025 ເພື່ອເປັນການຊຸກຍູ້ໃຫ້ພະນັກງານ-ລັດຖະກອນ ມີຄວາມບຸກບືນຫ້າວຫັນສືບຕໍ່ປະຕິບັດໜ້າທີ່ການເມືອງໃຫ້ໄດ້ຮັບຜົນສໍາເລັດຢ່າງມີປະສິດທິພາບ ແລະ ປະສິດທິຜົນຢ່າງຈົບງາມ. ຜ່ານ​ຂະ​ບວນດັ່ງກ່າວ ມີ​ພະນັກງານ-ລັດຖະກອນ ໄດ້ຮັບຫຼຽນ​ໄຊ​ແຮງ​ງານ ຊັ້ນ I ​ຈຳນວນ 10 ທ່ານ, ຍິງ 2 ທ່ານ, ຫຼຽນ​ໄຊ​ແຮງ​ງານ ຊັ້ນ II ຈຳນວນ 32 ທ່ານ, ຍິງ 6 ທ່ານ, ຫຼຽນ​ໄຊ​ແຮງ​ງານ ຊັ້ນ III ຈຳນວນ 22 ທ່ານ, ຍິງ 5 ທ່ານ, ຫຼຽນ​ກາ​ແຮງ​ງານ ຈຳນວນ 52 ທ່ານ, ຍິງ 21 ທ່ານ, ​ໃບ​ຍ້ອງຍໍ​ລັດຖະບານ ຈຳນວນ 41 ທ່ານ,​ ຍິງ 21 ທ່ານ ​ແລະ ​ໃບ​ຍ້ອງຍໍ ຄຈສພ ຈຳນວນ 21 ທ່ານ, ຍິງ 7 ທ່ານ.

     ໃນຕອນ​ທ້າຍ​ຂອງ​ພິທີ ສະຫາຍ ນາງ ສີ​ໃສ ລື​​ເດ​ດມູນ​ສອນ ກໍາມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ຫົວໜ້າ ຄຈສພ ​ໄດ້​ໃຫ້​ກຽດໂອ້​ລົມຕໍ່​ພິທີ ​ເຊິ່ງ​​ສະຫາຍ​ໄດ້​ຍ້ອງຍໍ​ຊົມ​ເຊີຍ​ຕໍ່​ບັນດາ​ຜູ້​ທີ່​ໄດ້​ຮັບ​ການ​ຍ້ອງຍໍ​ ​ແລະ ຮຽກຮ້ອງ​ໃຫ້​ບັນດາສະຫາຍ​ເຫຼົ່າ​ນັ້ນ ຈົ່ງ​ສືບ​ຕໍ່​ເອົາ​ໃຈ​ໃສ່​ເປັນ​ແບບຢ່າງ​ໃນ​ການຈັດ​ຕັ້ງ​ປະຕິບັດໜ້າ​ທີ່​ການ​ເມືອງ​ຂອງ​ຕົນ​​ໃຫ້​ສູງ​ຂຶ້ນຍິ່ງ​ກວ່າ​ເກົ່າ, ພ້ອມ​ດຽວກັນ ຍັງ​ຮຽກຮ້ອງ​ໃຫ້​ຄະນະ​ພັກ, ຄະນະ​ນຳ ຄຈສພ ຊຸກຍູ້-ຕິດຕາມ​ກໍ່​ສ້າງພະນັກງານທີ່​ຍັງ​ບໍ່​ໄດ້​ຮັບ​ການ​ຍ້ອງ​ຍໍ​ໃນ​ຄັ້ງ​ນີ້ຢ່າງ​​ໃກ້​ຊິດ ເພື່ອ​ເຮັດ​ໃຫ້​​ເຂົາ​ເຈົ້າກາຍ​ເປັນ​ພະນັກງານ​ທີ່​ດີ​ເດັ່ນ​​ໃນ​ຕໍ່​ໜ້າ ​ແລະ ​ເຮັດ​ໃຫ້ຂະ​ບວນການ​ແຂ່ງ​ຂັນ “ຮັກ​ຊາດ ​ແລະ ພັດທະນາ” ​ແຕ່​ນີ້​ຫາ​ປີ 2025 ​ບັນ​ລຸ​ຜົນສຳ​ເລັດ​ຕາມລະດັບ​ຄາດໝາຍ.