ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ຄະນະຈັດຕັ້ງສູນກາງພັກ ເຜີຍແຜ່-ເຊື່ອມຊຶມມະຕິກອງປະຊຸມຄົບຄະນະບໍລິຫານງານ ສູນກາງພັກ ຄັ້ງທີ 5 ສະໄໝທີ XI ແລະ ເອກະສານສຳຄັນຈຳນວນໜຶ່ງ
ຈຳນວນຜູ້ອ່ານ: 65
ອະນຸມັດວັນທີ: 25/11/2022

ໂດ​ຍ: ນາງ ຄຳ​ສະ​ຫວັນ ພົມ​ມະ​ວົງ

     ໃນວັນທີ 23 ພະຈິກ 2022 ນີ້, ທີ່​ສະ​ໂມ​ສອນ​ຄະ​ນະ​ຈັດ​ຕັ້ງ​ສູນ​ກາງ​ພັກ ໄດ້ຈັດຕັ້ງເຜີຍແຜ່ເຊື່ອມຊຶມມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 5 ສະໄໝທີ XI ແລະ ບັນດາເອກະສານຈຳ​ນວນ​ໜຶ່ງ ໂດຍການເຂົ້າຮ່ວມຂອງສະຫາຍ ​ນາງ ບຸດ​ສະ​ດີ ທະ​ນະ​ເມືອງ ກຳ​ມະ​ການ​ສູນ​ກາງ​ພັກ, ຮອງ​ເລ​ຂາ​ຄະ​ນະ​ພັກ, ຮອງ​ຫົວ​ໜ້າ​ຄະ​ນະ​ຈັດ​ຕັ້ງ​ສູນ​ກາງ​ພັກ ແລະ ​ ສະ​ຫາຍ​ ທອງ​ຈັນ ໂຂງ​ພູມ​ຄຳ ຄະ​ນະ​ປະ​ຈຳ​ພັກ, ຮອງ​ຫົວ​ໜ້າ​ຄະ​ນະ​ຈັດ​ຕັ້ງ​ສູນ​ກາງ​ພັກ, ມີ​ຄະ​ນະ​ພັກ, ຄະ​ນະ​ກົມ ແລະ ພະ​ນັກ​ງານ-​ລັດ​ຖະ​ກອນ ທົ່ວ​ສຳ​ນັກ​ງານ​ຄະ​ນະ​ຈັດ​ຕັ້ງ​ສູນ​ກາງ​ພັກ​ເຂົ້າ​ຮ່ວມ 174 ຄົນ, ຍິງ 76 ຄົນ.

     ການຈັດຕັ້ງເຜີຍແຜ່ເຊື່ອມຊຶມຄັ້ງນີ້ມີ 4 ເອກະສານສຳຄັນ ຄື: ມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກຄັ້ງທີ 5 ສະໄໝທີ XI, ມະຕິຂອງກົມການເມືອງສູນກາງພັກ ວ່າ​ດ້ວຍການຕີລາຄາພະນັກງານ, ຄຳ​ສັ່ງ​ແນະ​ນຳຂອງຄະນະເລຂາທິການສູນກາງພັກ ​ກ່ຽວ​ກັບ​ການ​ເພີ່ມ​ທະ​ວີ​ການ​ນຳ​ພາ-ຊີ້​ນຳ ຕໍ່​ການ​ເຄື່ອນ​ໄຫວ​ວຽກ​ງານກວດ​ກາ ແລະ ແກ້​ໄຂ​ຜົນ​ການກວດ​ກາ, ດໍາລັດຂອງລັດຖະບານວ່າດ້ວຍລົດຂອງລັດ; ໃຫ້​ກຽດເຜີຍ​ແຜ່ເອກະສານດັ່ງກ່າວ​ໂດຍ​ສະຫາຍ ​ນາງ ບຸດ​ສະ​ດີ ທະ​ນະ​ເມືອງ ກຳ​ມະ​ການ​ສູນ​ກາງ​ພັກ, ຮອງ​ເລ​ຂາ​ຄະ​ນະ​ພັກ, ຮອງ​ຫົວ​ໜ້າ​ຄະ​ນະ​ຈັດ​ຕັ້ງ​ສູນ​ກາງ​ພັກ ແລະ ສະ​ຫາຍ ທອງ​ຈັນ ໂຂງ​ພູມ​ຄຳ ຄະ​ນະ​ປະ​ຈຳ​ພັກ, ຮອງ​ຫົວ​ໜ້າ​ຄະ​ນະ​ຈັດ​ຕັ້ງ​ສູນ​ກາງ​ພັກ.

     ໃນ​ວາ​ລະ​ກອງ​ປະ​ຊຸມ​ ຍັງໄດ້ເປີດໂອກາດໃຫ້ຜູ້ເຂົ້າ​ຮ່ວມ​​ໄດ້​ສອບຖາມບັນຫາທີ່ສົນໃຈ ແລະ ສະເໜີ​ຄຳຄິດ​ເຫັນຕໍ່ບັນຫາທີ່ຄວນປັບປຸງແກ້ໄຂໃນຕໍ່ໜ້າ, ເຊິ່ງ​ການ​ຈັດ​ຕັ້ງ​ເຜີຍ​ແຜ່​ເຊື່ອມ​ຊຶມຄັ້ງ​ນີ້​ກໍເພື່ອເຮັດໃຫ້ພະນັກງານ-ສະ​ມາ​ຊິກ​ພັກ ພາຍ​ໃນ​ຄະ​ນະ​ຈັດ​ຕັ້ງ​ສູນ​ກາງ​ພັກ​ໄດ້ຮັບຮູ້ເຊື່ອມຊຶມກໍາແໜ້ນບັນດາເນື້ອໃນເອກະສານດັ່ງກ່າວ ແລະ ນຳໄປຈັດຕັ້ງປະຕິບັດເຂົ້າໃນວຽກງານຕົວຈິງ, ເປັນເຈົ້າການປະຕິບັດ, ໜ້າທີ່​ການ​ເມືອງ​ຂອງ​ຕົນ​ ແລະ ພ້ອມ​ກັນ​ປະ​ຕິ​ບັດັ ​ມະ​ຕິ​ກອງ​ປະ​ຊຸມ​ໃຫ​ຍ່​ຄັ້ງ​ທີ XI ຂອງພັກໃຫ້​ປະ​ກົດ​ຜົນ​ເປັນ​ຈິງ.