ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ຄຈສພ ຈັດຊຸດຝຶກອົບຮົມການນຳໃຊ້ໂປຣແກຣມຄຸ້ມຄອງສະມາຊິກພັກພາຍໃນອົງການຂອງຕົນ
ຈຳນວນຜູ້ອ່ານ: 32
ອະນຸມັດວັນທີ: 24/11/2022

ໂດຍ: ວິລະສະໄໝ

     ໃນກາງເດືອນ ພະຈິກ 2022 ​ຄະ​ນະ​ຈັດ​ຕັ້​ງສູນ​ກາງ​ພັກ ໄດ້ຈັດຊຸດຝຶກອົບຮົມການນຳໃຊ້ໂປຣແກຣມຄຸ້ມຄອງສະມາຊິກພັກ ໃຫ້ກັບພະນັກງານຜູ້ທີ່ເຮັດວຽກງານພັກຂອງກົມຈັດຕັ້ງ-ພະນັກງານ ຄຈສພ ເຊິ່ງມີຜູ້ຕາງໜ້າຄະນະຮັບຜິດຊອບກ່ຽວຂ້ອງ ຄື: ສະຫາຍ ສີອຳພອນ ຈັນລາຕີ ຮອງຫົວໜ້າຫ້ອງການ ຄຈສພ ແລະ ສະຫາຍ ຜາມີ ສີຈັນທອງທິບ ຮອງຫົວໜ້າກົມຈັດຕັ້ງ-ພະນັກງານ ຄຈສພ ພ້ອມດ້ວຍຜູ້ເຂົ້າຮ່ວມ 10 ກວ່າຄົນ.

     ໂຄງການສ້າງໂປຼແກຼມຄຸ້ມຄອງສະມາຊິກພັກ ແລະ ການຝຶກອົບຮົມວິທີນຳໃຊ້ໂປຣແກຣມດັ່ງກ່າວນີ້ ເປັນ 1 ໃນ 8 ແຜນງານ 47 ໂຄງການ ທີ່ໄດ້ກໍານົດຢູ່ໃນແຜນດໍາເນີນງານຂອງຄະນະຈັດຕັ້ງສູນກາງພັກ ໂດຍມີຫ້ອງການ ຄຈສພ ເປັນເສນາທິການສ້າງໂປຣແກຣມ ເຊິ່ງແມ່ນພະແນກຂໍ້ມູນຂ່າວສານຂອງຫ້ອງການ ເປັນຜູ້ຮັບຜິດຊອບອອກແບບສ້າງໂປຣແກຣມດັ່ງກ່າວ ພາຍຫຼັງສຳເລັດແລ້ວ ຄະນະຮັບຜິດຊອບກ່ຽວຂ້ອງໄດ້ທົດລອງນຳໃຊ້ຢູ່ພາຍໃນສຳນັກງານ ເພື່ອປັບປຸງຂໍ້ບົກຜ່ອງຕ່າງໆໃຫ້ດີຍິ່ງຂຶ້ນ, ຈາກນັ້ນ ຈິ່ງຈະຂະຫຍາຍການນຳໃຊ້ອອກສູ່ກົມຈັດຕັ້ງບັນດາກະຊວງ-ອົງການ, ຄະນະຈັດຕັ້ງແຂວງ-ນະຄອນຫຼວງວຽງຈັນ, ຄະນະຈັດຕັ້ງເມືອງ ແລະ ນະຄອນ ເພື່ອເຮັດໃຫ້ການຄຸ້ມຄອງສະມາຊິກພັກມີຂໍ້ມູນທີ່ຖືກຕ້ອງ, ຊັດເຈນ, ເກັບຮັກສາໄວ້ໄດ້ຍາວນານ, ສະດວກວ່ອງໄວທັນກັບສະພາບການພັດທະນາຂອງຍຸກສະໄໝ ແກ້ໄຂໃຫ້ໄດ້ບັນຫາ ​ການເກັບກໍາຊີວະປະຫວັດຂອງສະມາຊິກພັກໃນໄລຍະຜ່ານມາ ທີ່ ເກັບກຳໄວ້ໃນຮູບແບບສຳເນົາ ເປັນແຟ້ມເອກະສານ, ເວລາຕ້ອງການສະຫຼຸບລາຍງານເຫັນວ່າພົບຄວາມຫຍຸ້ງຍາກຫຼາຍ​ຢ່າງເປັນ​ຕົ້ນ: ການເກັບມ້ຽນເອກະສານຮັກສາບໍ່ໄດ້ດົນ ນ້ຳມຶກຈືດຈາງ ເຈັ້ຍເອກະສານມີການຈີກຂາດເຊື່ອມຄຸນນະພາບ, ປວກກິນ ... ເມື່ອມີການສັບປ່ຽນໜ້າທີ່ຮັບຜິດຊອບແມ່ນສ້າງຄວາມຫຍຸ້ງຍາກໃຫ້ກັບຜູ້ມາຮັບໜ້າທີ່ໃໝ່ ບາງຂໍ້ມູນ ມີການຄາດເຄື່ອນ ບໍ່ຖືກກັບຄວາມເປັນຈິງ, ການຄົ້ນຫາຂໍ້ມູນຂອງສະມາຊິກພັກ ​ແມ່ນ​ໃຊ້ເວລາດົນ ແລະ ບາງຄັ້ງເອກະສານກໍ່ຊອກບໍ່ເຫັນ.

     ການຝຶກອົບຮົມການນໍາໃຊ້ໂປຣແກຣມຄຸ້ມຄອງສະມາຊິກພັກຄັ້ງນີ້ ໄດ້ດຳເນີນເປັນເວລາ 3 ວັນ ດ້ວຍຄວາມຮັບຜິດຊອບສູງ ແລະ ໄດ້ຮັບຜົນສຳເລັດ  ຢ່າງຈົບງາມ ​ເຊິ່ງເປັນອີກໜຶ່ງ​ບາດ​ກ້າວ​ໃໝ່ ຂອງວຽກງານຄຸ້ມຄອງສະມາຊິກພັກ ໃນການຫັນເປັນທັນສະໄໝຂຶ້ນເທື່ອລະກ້າວ.