ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ຄະນະຈັດຕັ້ງສູນກາງພັກຈັດຊຸດຝຶກອົບຮົມວຽກງານກວດກາ ໃຫ້ຜູ້ເຮັດວຽກງານກວດກາທີ່ຂຶ້ນກັບຄະນະຈັດຕັ້ງສູນກາງພັກ
ຈຳນວນຜູ້ອ່ານ: 111
ອະນຸມັດວັນທີ: 09/11/2022

ພາບ: ບານ ມູນປະເສີດ ຂ່າວໂດຍ: ສ.ສົດໃສ

     ໃນລະຫວ່າງ​ວັນ​ທີ 25 ຕຸລາ - 04 ພະຈິກ 2022 ຢູ່​ທີ່​ສະ​ໂມ​ສອນຄະນະ​ຈັດ​ຕັ້ງສູນ​ກາງ​ພັກ ​ໄດ້​ຈັດ​ຊຸດຝຶກ​ອົບຮົມ​ວຽກ​ງານ​ກວດກາພັກ-ລັດ ໃຫ້ຜູ້​ເຮັດ​ວຽກ​ງານກວດກາ​ທີ່​ຂຶ້ນ​ກັບ​ຄະນະ​ຈັດ​ຕັ້ງ​ສູນ​ກາງ​ພັກ​ ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຂອງສະຫາຍ ປອ ວິສຸກ ພົມພິທັກ ຄະນະພັກ, ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ ແລະ ສະຫາຍ ປອ ດາວບົວລະພາ ບາວົງເພັດ ຄະນະປະຈຳພັກ, ຮອງປະທານຄະນະ​ກວດກາສູນກາງພັກ, ມີ​ສຳ​ມະ​ນາກ​ອນຈຳນວນ 18 ສະຫາຍ, ຍິງ 5 ສະຫາຍ ພ້ອມ​ດ້ວຍ​ວິທະຍາກອນ.

     ຊຸດຝຶກອົບຮົມດັ່ງກ່າວນີ້ ຈັດຂຶ້ນເພື່ອ​ບຳລຸງ​ກໍ່ສ້າງ​ຄະນະ​ໜ່ວຍ​ພັກ ຜູ້​ຮັບຜິດຊອບວຽກ​ງານກວດກາ​ຂອງ​ໜ່ວຍ​ພັກ, ສະມາຊິກ​ພັກ​ຜູ້ຊ່ວຍ​ວຽກ​ພັກ ​ແລະ ຜູ້​ເຮັດ​ວຽກ​ງານ​ກວດກາຂອງ​ຄະນະຈັດ​ຕັ້ງ​ສູນ​ກາງ​ພັກ ມີ​ຄວາມ​ຮັບ​ຮູ້ ​ແລະ ​ເຂົ້າ​ໃຈ​ຢ່າງ​ຖືກຕ້ອງ​ຄົບ​ຖ້ວນ​ ກ່ຽວ​ກັບ​ຄວາມ​ຮູ້​ພື້ນຖານ​ວຽກ​ງານ​ຕິດຕາມ, ກວດກາ​ພັກ-ລັດ ​ແລະ ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ ​ແນໃສ່​ໃຫ້​ກຳ​ໄດ້​ເນື້ອ​ໃນ​ຫຼັກການ, ວິທີ​ການ ​ແລະ ຂັ້ນ​ຕອນ​ໃນ​ການ​ດຳ​ເນີນ​ຕິດຕາມ, ກວດກາ ​ແລະ ສ້າງ​ທັດສະນະ, ຄຸນ​ທາດ​ການ​ເມືອງ, ຄຸນສົມບັດ​ສິນ​ທຳ​ປະຕິວັດ ​ໃຫ້​ຜູ້​ເຮັດ​ວຽກ​ງານ​ກວດກາ ມີ​ຄວາມ​ໜັກ​ແໜ້ນ​​ເທື່ອ​ລະ​ກ້າວ ພ້ອມ​ທັງ​ສາມາດ​ນຳ​ໄປ​ຈັດ​ຕັ້ງ​ປະຕິບັດ​ໃນ​ໜ້າ​ທີ່​ວຽກ​ງານ​ຂອງ​ຕົນ ​ໃຫ້​ມີປະສິດທິພາບ ​ແລະ ​ປະສິດ​ທິຜົນ​ສູງ​.

          ​ເນື້ອ​ໃນ​ການ​ຝຶກ​ອົບຮົມ​ປະກອບ​ມີ 15 ບົດ​ຄື: ວຽກ​ງານ​ຕິດຕາມ​ກວດກາພັກ​-ລັດ, ວິ​ໄນ​ຂອງ​ພັກ, ການ​ສະກັດ​ກັ້ນ ​ແລະ ຕ້ານການ​ສໍ້​ລາດ​ບັງ​ຫຼວງ, ການ​ແກ້​ໄຂ​ຄຳ​ຮ້ອງ​ຟ້ອງ, ຮ້ອງທຸກ ​ແລະ ຄຳ​ສະ​ເໜີ, ການ​ຕິດຕາມ​ກວດກາ​ໂຄງການ​ລົງ​ທຶນ​ຂອງ​ລັດ​​ເລີ່​ມ​ແຕ່​ຫົວ​ທີ, ການ​ຕິດຕາມກວດກາ​ການຈັດ​ຕັ້ງ​ປະຕິບັດ​ຜົນ​ການ​ກວດກາ, ການ​ສືບສວນ-ສອບ​ສວນ ​ແລະ ການ​ສ້າງ​ເອກະສານ, ສຳນວນ​ ​ແລະ ສຳ​ເນົາ​ເອກະສານ​ວຽກ​ກວດກາ​ ພ້ອມ​ທັງ​ການ​ປັບປຸງ​ກົງຈັກ​ການຈັດ​ຕັ້ງ ​ແລະ ການ​ບຳລຸງ-ກໍ່ສ້າງ​ພະນັກງານ​ກວດກາ ​ໂດຍ​ມີ​ວິ​ທະ​ຍາກ​ອນຈາກຄະນະ​ກວດກາ​ສູນ​ກາງ​ພັກ ທີ່​ມີ​ປະສົບ​ການ ​ແລະ ບົດຮຽນ​ທາງ​ດ້ານ​ທິດ​ສະ​ດີ ​ແລະ ພຶດຕິ​ກຳ​ຕົວ​ຈິງ ຂຶ້ນ​ບັນຍາຍ ຖ່າຍ​ທອດ​ບົດຮຽນ ພ້ອມ​ທັງ​ມີ​ການ​ແລກປ່ຽນບົດຮຽນ​ຈາກ​ປະສົບ​ການ​ຕົວ​ຈິງ.

​     ການ​ຝຶກ​ອົບຮົມ​ຄັ້ງ​ນີ້ ​ສຳ​ມະ​ນາກ​ອນ ​ໄດ້ມີຄວາມ​​ເອົາ​​ໃຈ​ໃສ່​ແລກປ່ຽນ​ບົດຮຽນ ​ແລະ ປະສົບ​ການຢ່າງ​ກົງ​ໄປ​ກົງ​ມາ ​ແລະ ​ເຂົ້​າຮ່ວມ​ຝຶກ​ອົບຮົມ​ໄດ້​ຕາມ​ຫຼັກ​ສູດ ​ແລະ ​ເງື່ອນ​ໄຂ​ທີ່​ຄະ​ນະ​ກວດກາ​ສູນ​ກາງ​ພັກ​ວາງ​ອອກ. ​ໃນຕ​ອນທ້າຍ​ພິທີ ສະຫາຍ ປອ ວິສຸກ ພົມພິທັກ ຄະນະພັກ, ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ ​​ໄດ້ໃຫ້​ກຽດ​ມອບ​ໃບ​ຢັ້ງຢືນ​ໃຫ້​ແກ່​ສຳ​ມະ​ນາກ​ອນ ​ແລະ ​ໃຫ້​ກຽດ​ໂອ້​ລົມຕໍ່​ພິທີ ​ເຊິ່ງສະຫາຍ ໄດ້ສະ​​ແດງ​ຄວາມ​ຍ້ອງ​ຍໍຊົມ​ເຊີຍສຳ​ມະ​ນາກ​ອນ ​ທີ່ໄດ້​ພ້ອມ​ກັນ​ຕັ້ງໜ້າ​ຄົ້ນຄວ້າ ​ແລະ ​ແລກປ່ຽນ​ບົດຮຽນ​ຢ່າງ​ເປັນ​ຂະ​ບວນຟົດ​ຟື້ນ ​ແລະ ມີ​ຄວາມ​ຮັບ​ຜິດ​ຊອບສູງ ທັງ​ໄດ້​ຮຽກຮ້ອງ​ໃຫ້​ບັນດາ​ສະຫາຍ​ທີ່​ເຂົ້າ​ຮ່ວມ​ຝຶກ​ອົບຮົມ​ຄັ້ງ​ນີ້ ຈົ່ງ​ນຳ​ເອົາ​ບົດຮຽນ​ໃນ​ຊຸດ​ຝຶກ​ອົບຮົມ​ຄັ້ງ​ນີ້ ໄປ​ຈັດ​ຕັ້ງຜັນ​ຂະຫຍາຍ​ເຂົ້າ​ສູ່​ວຽກ​ງານ​ຕົວ​ຈິງ​ຂອງ​ແຕ່​ລະສະ​ຫາຍ ປະກອບສ່ວນ​ເຂົ້າ​ໃນ​ການ​ເສີມ​ຂະຫຍາຍ​ບົດບາດ​ການ​ນຳພາ​ຂອງ​ພັກ ຖື​ກຕ້ອງ​ກັບທິດ​ທາງ​ໜ້າ​ທີ່​ລວມ ​ແລະ ​ບັນດາ​ເນື້ອ​ໃນ​ຂໍ້​ກຳນົດ​ຕ່າງໆ​ຂອງ​ກົມ​ການ​ເມືອງ​ສູນ​ກາງ​ພັກ, ຄະນ​ະ​ເລຂາ​ທິການ​ສູນ​ກາງ​ພັກ ​ແລະ ຄະນະ​ພັກ ຄະນະ​ຈັດ​ຕັ້ງ​ສູນ​ກາ​ງພັກ ທັງ​ຮັບປະກັນ​ໃຫ້​ວຽກ​ງານ​ກວດກາ​ຂອງ​ໜ່ວຍ​ພັກໄດ້ຮັບການຈັດຕັ້ງປະຕິບັດ​ເປັນປົກກະຕິຕໍ່ເນື່ອງຕາມແຜນການໃນແຕ່ລະໄລຍະການນຳພາຂອງໜ່ວຍພັກ.