ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ຄະນະຈັດຕັ້ງສູນກາງພັກ ຈັດພິທີຕິດແຜ່ນກາໝາຍນໍາໃຊ້ລົດຂອງລັດ
ຈຳນວນຜູ້ອ່ານ: 29
ອະນຸມັດວັນທີ: 26/10/2022

 

ໂດຍ: ພອນສະຫວັນ ລາຊະບັນເທົາ

     ໃນວັນທີ 24 ຕຸລາ 2022 ຄະນະຈັດຕັ້ງສູນກາງພັກ ໄດ້ຈັດພິທີຕິດແຜ່ນກາໝາຍນໍາໃຊ້ ຄິວອາໂຂດ (QR Code) ໃສ່ລົດຂອງລັດ  ເພື່ອຫັນການຄຸ້ມຄອງ-ນຳໃຊ້ລົດລັດເຂົ້າສູ່ລະບົບໃຫ້ມີປະສິດທິພາບ ແລະ ປະສິດທິຜົນ, ເປັນກຽດເຂົ້າຮ່ວມໃນພິທີມີ ທ່ານ ພູຂົງ ພິລາເພັດ ຄະນະພັກ ຄະນະຈັດຕັ້ງສູນກາງພັກ, ຫົວໜ້າຫ້ອງການ, ທ່ານ ສົມບູນ ລັດຕະນະພອນ ຮອງຫົວໜ້າກົມຄຸ້ມຄອງຊັບສິນແຫ່ງລັດ ກະຊວງການເງິນ, ມີບັນດາຄະນະກົມ, ຫົວໜ້າພະແນກ ແລະ ວິຊາການທີ່ກ່ຽວຂ້ອງທັງ 2 ພາກສ່ວນເຂົ້າຮ່ວມ.

     ການຕິດແຜ່ນກາໝາຍນຳໃຊ້ລົດຂອງລັດ ແມ່ນປະຕິບັດຕາມດໍາລັດວ່າດ້ວຍລົດຂອງລັດ ສະບັບ ເລກທີ 599/ລບ ລົງວັນທີ 29 ກັນຍາ 2022 ແລະ ປະຕິບັດຕາມຄໍາແນະນໍາຂອງກະຊວງການເງິນກ່ຽວກັບການຄຸ້ມຄອງ ແລະ ນຳໃຊ້ ລົດບໍລິຫານຂອງລັດ ສະບັບເລກທີ 0393/ກງ, ລົງວັນທີ 04 ກຸມພາ 2022 ເຊິ່ງລົດຂອງລັດຈະຖືກນໍາໃຊ້ເຂົ້າໃນວຽກງານທາງລັດຖະການເທົ່ານັ້ນ, ການນໍາໃຊ້ຕ້ອງໃຫ້ຖືກຕ້ອງຕາມເປົ້າໝາຍ, ມີຄວາມໂປ່ງໃສ, ສາມາດກວດສອບໄດ້. ພ້ອມນັ້ນ, ໃນການນໍາໃຊ້ລົດທຸກຄັ້ງ ແມ່ນຕ້ອງໄດ້ຈອດໄວ້ບ່ອນຈອດສະເພາະ ຢູ່ສໍານັກງານ-ຂະແໜງການຂອງຕົນທີ່ໄດ້ກໍານົດໄວ້ຢ່າງເຂັ້ມງວດ, ພ້ອມທັງມີການຄຸ້ມຄອງປົກປັກຮັກສາຢ່າງຖືກຕ້ອງ ເພື່ອໃຫ້ຮັບປະກັນການເຄື່ອນໄຫວຮັບໃຊ້ວຽກງານລວມ ແລະ ວຽກງານວິຊາສະເພາະຂອງແຕ່ລະພາກສ່ວນ.

     ສໍາລັບແຜ່ນກາໝາຍນໍາໃຊ້ລົດຂອງລັດ QR code ທີ່ນໍາມາຕິດໃສ່ລົດລັດໃນຄັ້ງນີ້, ແຕ່ລະແຜ່ນກາໝາຍທີ່ນໍາໃຊ້ ແມ່ນໄດ້ມີການບັນທຶກຂໍ້ມູນເຂົ້າໃນລະບົບໂປຼແກມຄຸ້ມຄອງຂໍ້ມູນຊັບສິນຂອງລັດ  AMIS ເຊິ່ງສາມາດກວດກາ ໄດ້ໂດຍຜ່ານການສະແກນ QR code ແຕ່ຖ້າຫາກລົດຄັນໃດທີ່ຕິດປ້າຍທະບຽນລັດບໍລິຫານຫາກບໍ່ມີ QR code ແມ່ນໃຫ້ຖອນຄືນການນໍາໃຊ້ ຫຼື ແກ້ໄຂຕາມກົດໝາຍ ແລະ ລະບຽບການຢ່າງເຂັ້ມງວດ.