ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ໜ່ວຍພັກຫ້ອງການ ຄຈສພ ຮັບສະມາຊິກພັກສຳຮອງ
ຈຳນວນຜູ້ອ່ານ: 54
ອະນຸມັດວັນທີ: 25/10/2022

   ໂດຍ: ວິລະສະໄໝ

     ວັນທີ 24 ຕຸລາ 2022 ໜ່ວຍພັກຫ້ອງການ ຄະນະຈັດຕັ້ງສູນກາງພັກ ໄດ້ຈັດພິທີຮັບສະມາຊິກພັກສຳຮອງ 5 ສະຫາຍ ໂດຍການເຂົ້າຮ່ວມຂອງສະຫາຍ ພູຂົງ ພິລາເພັດ ຄະນະພັກ ຄຈສພ, ເລຂາໜ່ວຍພັກ, ຫົວໜ້າຫ້ອງການ, ມີຜູ້ຕາງໜ້າຈາກບັນດາໜ່ວຍພັກ ແລະ ອົງການຈັດຕັ້ງມະຫາຊົນອ້ອມຂ້າງຄະນະຈັດຕັ້ງສູນກາງພັກ ພ້ອມດ້ວຍສະມາຊິກພັກພາຍໃນໜ່ວຍເຂົ້າຮ່ວມ.

     ໃນພິທີດັ່ງກ່າວ ໄດ້ຜ່ານມະຕິຕົກລົງຂອງຄະນະປະຈຳພັກ ຄະນະຈັດຕັ້ງສູນກາງພັກ ເລກທີ 28/ຄປພ.ຄຈສພ ວ່າດ້ວຍການຮັບເອົາມະຫາຊົນຜູ້ກ້າວໜ້າເຂົ້າເປັນສະມາຊິກພັກສຳຮອງ. ຕາງໜ້າສະມາຊິກພັກສົມບູນທີ່ຕິດຕາມກໍ່ສ້າງມະຫາຊົນຜູ້ກ້າວໜ້າໄດ້ມີຄຳເຫັນຢັ້ງຢືນ ແລະ ສະຫາຍເລຂາໜ່ວຍພັກ ໄດ້ມອບຂໍ້ຕົກລົງ ແລະ ຈັບມືຕ້ອນຮັບສະມາຊິກພັກໃໝ່ ເພື່ອສ້າງເປັນກຳລັງແຮງໃນການປະຕິບັດໜ້າທີ່ການເມືອງຊ່ວຍໜ່ວຍພັກຂອງຕົນ ແລະ ສືບຕໍ່ກໍ່ສ້າງໃຫ້ຜ່ານສະໄໝສຳຮອງ 12 ເດືອນ ແລະ ກ້າວໄປສູ່ການເປັນສະມາຊິກພັກສົມບູນໃນຂັ້ນຕໍ່ໄປ.

     ຕອນທ້າຍຂອງພິທີ ສະຫາຍ ພູຂົງ ພິລາເພັດ ຄະນະພັກ ຄະນະຈັດຕັ້ງສູນກາງພັກ, ເລຂາໜ່ວຍພັກ, ຫົວໜ້າຫ້ອງການ ໄດ້ມີຄຳເຫັນເນັ້ນໃຫ້ບັນດາສະຫາຍສະມາຊິກພັກສຳຮອງ ເອົາໃຈໃສ່ຄົ້ນຄວ້າຮ່ຳຮຽນ, ກໍາແໜ້ນບັນດາກົດລະບຽບ, ຂໍ້ຫ້າມ, ສິດ ແລະ ໜ້າທີ່ຂອງສະມາຊິກພັກ, ແນວທາງນະໂຍບາຍຂອງພັກໃຫ້ເລິກເຊິ່ງ, ເປັນເຈົ້າການປະຕິບັດກົດລະບຽບຂອງພັກຢ່າງເຂັ້ມງວດ; ຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງທີ່ໄດ້ຮັບມອບໝາຍ ເພື່ອສ້າງຕົນເອງໃຫ້ກາຍເປັນສະມາຊິກພັກສົມບູນ ເປັນກໍາລັງແຮງຊ່ວຍວຽກໜ່ວຍພັກເຮັດລ້ອນໜ້າທີ່ເປັນເສນາທິການໃຫ້ແກ່ຄະນະພັກຄະນະຈັດຕັ້ງສູນກາງພັກຕາມການມອບໝາຍ.