ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ໜ່ວຍພັກກົມກົງຈັກການຈັດຕັ້ງ ແລະ ກົດລະບຽບພັກ ຈັດພິທີເລື່ອນສະມາຊິກພັກສຳຮອງເປັນສົມບູນ, ຮັບມະຫາຊົນຜູ້ກ້າວໜ້າເຂົ້າເປັນສະມາຊິກພັກສຳຮອງ ແລະ ມອບບັດສະມາຊິກພັກສົມບູນ
ຈຳນວນຜູ້ອ່ານ: 96
ອະນຸມັດວັນທີ: 13/10/2022

ພາບ ແລະ ຂ່າວ: ສ.ສົດ​ໃສ

       ໃນວັນທີ 13 ຕຸລາ 2022 ໜ່ວຍພັກກົມກົງຈັກການຈັດຕັ້ງ ​ແລະ ກົດ​ລະບຽບພັກ, ຄະນະຈັດຕັ້ງສູນກາງພັກ ໄດ້ຈັດພິທີເລື່ອນສະມາຊິກພັກສຳຮອງເປັນສົມບູນ ຈຳນວນ 1 ສະຫາຍ, ຮັບເອົາມະຫາຊົນຜູ້ກ້າວໜ້າເຂົ້າເປັນສະມາຊິກພັກສຳຮອງ 2 ສະຫາຍ, ຍິງ 1 ສະຫາຍ ​ແລະ ມອບ​ບັດ​ໃຫ້​ສະມາຊິກ​ພັກ​ສົມບູນ 1 ສະຫາຍ ​​ໂດຍ​ການເປັນ​ປະທານ​​ຂອງສະຫາຍ ຄຳ​ປ່ຽນ ​ແກ້ວ​ສໍ​ລະ​ສິງ ຄະນະ​ພັກ ຄະນະ​ຈັດ​ຕັ້ງ​ສູນ​ກາງ​ພັກ, ​ເລຂາ​ໜ່ວຍ​ພັກ​ກົມ​ກົງຈັກ​ການຈັດ​ຕັ້ງ ​ແລະ ກົດ​ລະບຽບ​ພັກ, ໃຫ້ກຽດເຂົ້າຮ່ວມ​ໂດຍ ສະຫາຍ ທອງ​ຈັນ ​ໂຂງ​ພູມ​ຄຳ  ກຳມະການປະ​ຈໍາພັກ ຮອງ​ຫົວໜ້າຄະນະຈັດຕັ້ງສູນກາງພັກ, ມີຜູ້ຕາງໜ້າຈາກບັນດາໜ່ວຍພັກ ແລະ ອົງການຈັດຕັ້ງມະຫາຊົນ ອ້ອມຂ້າງຄະນະຈັດຕັ້ງສູນກາງພັກ ພ້ອມດ້ວຍສະມາຊິກພັກພາຍໃນໜ່ວຍເຂົ້າຮ່ວມ.

       ພິທີດັ່ງກ່າວໄດ້ຜ່ານມະຕິຕົກລົງຂອງຄະນະພັກ ຄະນະຈັດຕັ້ງສູນກາງພັກ ວ່າດ້ວຍການເລື່ອນສະມາຊິກພັກສຳຮອງເປັນສົມບູນ, ຮັບມະຫາຊົນຜູ້ກ້າວໜ້າເຂົ້າເປັນສະມາຊິກພັກສຳຮອງ ແລະ ອອກບັດ-ມອບບັດໃຫ້ສະມາຊິກພັກສົມບູນ, ຈາກນັ້ນ ສະຫາຍເລຂາໜ່ວຍພັກໄດ້ຂຶ້ນກ່າວຄຳເຫັນ ມອບຂໍ້ຕົກລົງ ແລະ ຈັບມືຕ້ອນຮັບບັນດາສະຫາຍສະມາຊິກພັກສົມບູນ-ສຳຮອງໃໝ່ ເພື່ອສືບຕໍ່ກໍ່ສ້າງເປັນກຳລັງແຮງໃນການປະຕິບັດໜ້າທີ່ການເມືອງຊ່ວຍໜ່ວຍພັກຕໍ່ໄປ.

       ໂອກາດ​ນີ້ ສະຫາຍ ທອງ​ຈັນ ​ໂຂງ​ພູມ​ຄຳ ຕາງໜ້າ​ໃຫ້​ຄະ​ນະ​ພັກ ຄຈສພ ໄດ້​ໃຫ້​ກຽດມອບບັດສະມາຊິກພັກສົມບູນ ​ໃຫ້​ສະມາຊິກ​ພັກ​ສົມບູນ 1 ສະຫາຍ ພ້ອມ​ນີ້​ກໍ່ໄດ້ມີຄຳເຫັນໂອ້ລົມຕໍ່ພິທີດັ່ງກ່າວ ເຊິ່ງສະຫາຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ກັບໜ່ວຍພັກ ທີ່ໄດ້ເປັນເຈົ້າການຕິດຕາມກໍ່ສ້າງສະມາຊິກພັກ, ສ້າງມະຫາຊົນກ້າວໜ້າເຂົ້າເປັນສະມາຊິກພັກສຳຮອງ ຊຶ່ງຈະເປັນອີກໜຶ່ງກຳລັງແຮງໃຫ້ແກ່ໜ່ວຍພັກ, ສະຫາຍໄດ້ເນັ້ນໃຫ້ສະມາຊິກພັກ ສືບຕໍ່ກໍ່ສ້າງ ແລະ ຝຶກຝົນຫຼໍ່ຫຼອມຕົນເອງ ຄົ້ນຄວ້າຮໍ່າຮຽນ, ກໍາແໜ້ນແນວທາງນະໂຍບາຍຂອງພັກ ແລະ ກົດໝາຍຂອງລັດ, ຫ້າວຫັນປະຕິບັດໜ້າທີ່ວຽກງານທີ່ໄດ້ຮັບມອບໝາຍ, ພັດທະນາຕົນເອງໃນທຸກດ້ານ ສ້າງຕົນເອງໃຫ້ກາຍເປັນສະມາຊິກພັກສົມບູນທີ່ມີຄຸນນະພາບ, ເປັນກໍາລັງແຮງຊ່ວຍວຽກໜ່ວຍພັກ, ມີ​ຄວາມ​ຮັບຜິດຊອບສູງຕໍ່​ໜ້າ​ທີ່​ວຽກ​ງານ ແລະ ປະຕິບັດກົດລະບຽບຂອງພັກ, ກົດໝາຍຂອງລັດຢ່າງ​ເຂັ້ມ​ງວດ, ເປັນແບບຢ່າງນຳໜ້າມະຫາຊົນ, ມີຄວາມຈົງຮັກພັກດີຕໍ່ອຸດົມການຂອງພັກ ແລະ ກາຍເປັນຜູ້ສືບທອດທີ່ດີຂອງພັກ.