ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ຄະນະຈັດຕັ້ງສູນກາງພັກ ເປິດຊຸດຝຶກອົບຮົມ ການສ້າງຄວາມເຂັ້ມແຂງວຽກງານຈັດຕັ້ງ ໃຫ້ແກ່ພະນັກງານຜູ້ທີ່ຈະລົງກໍ່ສ້າງຮາກຖານ
ຈຳນວນຜູ້ອ່ານ: 15
ອະນຸມັດວັນທີ: 05/10/2022

ຂ່າວ ແລະ ພາບ: ສ.ສົດໃສ

    ໃນ​ລະຫວ່າງວັນ​ທີ 5-6 ຕຸລາ 2022 ຄະນະ​ຈັດ​ຕັ້ງ​ສູນ​ກາງ​ພັກ ​ໄດ້ຈັດຊຸດ​ຝຶກ​ອົບຮົມ​​ໃນ​ຫົວ​ຂໍ້: “ການ​ສ້າງ​ຄວາມ​ເຂັ້ມ​ແຂງວຽກ​ງານ​ຈັດ​ຕັ້ງ ​ໃຫ້​ພະນັກງານ​ຈັດ​ຕັ້ງ​ສູນ​ກາງ​ພັກຜູ້ທີ່ຈະລົງ​ກໍ່ສ້າງ​ຮາກ​ຖານ​” ​ໂດຍ​ການ​ເປັນ​ປະທານຂອງສະຫາຍ ວຽນ​ທອງ ສິງ​ຄຳ​ພັນ ຄະນະ​ພັກ, ຫົວໜ້າ​ກົມ​ຈັດ​ຕັ້ງ​-ພະນັກງານ, ມີ​ວິ​ທະ​ຍາກ​ອນ, ສຳ​ມະ​ນາກ​ອນ 20 ສະຫາຍ, ຍິງ 8 ສະຫາຍ ​ແລະ ຄະນະ​ຮັບຜິດຊອບ​ພາຍ​ໃນ​ຄະນະ​ຈັດ​ຕັ້ງ​ສູນ​ກາງ​ພັກ​ເຂົ້າ​ຮ່ວມ.

     ຈຸດປະສົງ ​ການ​ເປີດ​ຊຸດ​ຝຶກ​ອົບຮົມ​ໃນ​ຄັ້ງ​ນີ້ ​ເພື່ອ​ສ້າງ​ຄວາມ​ຮູ້​ພື້ນຖານ​ວຽກ​ງານ​ຈັດ​ຕັ້ງ ​ໃຫ້​ພະນັກງານ​ຜູ້ທີ່ຈະລົງກໍ່ສ້າງ​ຮາກ​ຖານກຳ​ແໜ້ນ​ໄດ້​ເນື້ອ​ໃນ, ນິຕິ​ກຳ​ຂອງ​ພັກຢ່າງ​ເລິກ​ເຊິ່ງ, ​ໃນ​ທ່າມກາງ​ບັນຍາກາດ​ທີ່​ທົ່ວ​ຄະນະ​ຈັດ​ຕັ້ງສູ​ນກາງ​ພັກ ພວມ​ສຸມ​ໃສ່​ການ​ຈັດ​ຕັ້ງ​ປະຕິບັດ​ມະຕິ​ກອງ​ປະຊຸມ​​ວຽກ​ງານ​ຈັດ​ຕັ້ງ​ທົ່ວ​ປະ​ເທດ ຄັ້ງ​ທີ XI, ມະຕິ​ກອງ​ປະຊຸມ​ໃຫຍ່ ຄັ້ງ​ທີ IX ຂອງ​ອົງຄະ​ນະ​ພັກ ຄະນະ​ຈັດ​ຕັ້ງ​ສູນ​ກາງ​ພັກ ​ແລະ ວຽກ​ງານ​ແຜນ​ງານ, ​ໂຄງການປະຈຳ​ປີ; ​ເວົ້າ​ລວມ​ເວົ້າ​ສະ​ເພາະ ​ແມ່ນ​ການ​ສ້າງ​ຄວາມ​ເຂັ້ມ​ແຂງ ຍົກ​ສູງ​ຄວາມ​ຮູ້, ຄວາມ​ສາມາດ​ໃຫ້​ແກ່​ພະນັກງານ ພາຍ​ໃນ​ຄະນະ​ຈັດ​ຕັ້ງ​ສູນ​ກາງ​ພັກ ​ໃຫ້​ມີ​ຄຸນ​ນະພາ​ບ ​ແລະ ​ເຮັດ​ສຳ​ເລັດ​ໜ້າ​ທີ່​ວຽກ​ງານຢ່າງ​ມີ​ປະສິດ​ທິຜົນ​ສູງ.

     ການ​ຝຶກ​ອົບຮົມຈະ​ດຳ​ເນີນ​ເປັນ​ເວລາ 2 ວັນ, ເຊິ່ງນັກສຳ​ມະ​ນາກ​ອນຈະ​​ໄດ້​ຄົ້ນຄວ້າ​ຮ່ຳຮຽນ​ມີທັງໝົດ 5 ບົດ​ຄື: 1. ການ​ຍົກ​ສູງ​ຄຸນ​ນະພາ​ບຂອງ​ການຈັດ​ຕັ້ງ​ຮາກ​ຖານ​ພັກ​ໃຫ້​ປອດ​ໃສ, ​ເຂັ້ມ​ແຂງ, ໜັກ​ແໜ້ນ; 2. ການ​ຍົກ​ສູງ​ຄຸນ​ນະພາ​ບຂອງ​ສະມາຊິກ​ພັກ ​ແລະ ວຽກ​ງານ​ຂະຫຍາຍ​ພັກ​ໃນ​ໄລຍະ​ໃໝ່; 3. ການ​ກະກຽມ​ດຳ​ເນີນ​ກອງ​ປະຊຸມ​ໃຫຍ່​ຮາກ​ຖານ​ພັກ; 4.ວຽກ​ງານ​ກົດ​ລະບຽບ​ພັກ 5. ວຽກ​ງານ​ແຜນ​ກໍ່ສ້າງ-ບຳລຸງ​ພະນັກງານ.

     ຕອນ​ທ້າຍ ສະຫາຍ ວຽນທອງ ສິງ​ຄຳ​ພັນ ​​ໄດ້​ມີ​ບາງຄຳ​ເຫັນ​ເນັ້ນ​ໜັກ​ໃຫ້​ບັນດາ​ສຳ​ມະ​ນາກ​ອນ ຈົ່ງມີຄວາມຫ້າວຫັນ​ກະຕືລືລົ້ນ​ຄົ້ນຄວ້າ​ຮ່ຳຮຽນ ​ແລະ ຕ້ອງ​ຕັ້ງໜ້າ​ຍາດ​ແຍ່ງ​ເອົາ​ຄວາມ​ຮູ້​ຈາກ​ວິທະຍາກອນ​ທີ່​ມາ​ສິດສອນ, ຊອກ​ເຫັນ​ບັນຫາ, ນຳ​ເອົາ​ພຶດຕິ​ກຳ​ຕົວ​ຈິງ​ມາ​ສົມທຽບກັບ​ທິດ​ສະ​ດີ ເພື່ອ​ນຳ​ມາ​ສົນທະນາ​ແລກປ່ຽນ​ຄວາມ​ຄິດ​ເຫັນ​ນຳ​ວິທະຍາກອນທີ່​ມີ​ປະສົບ​ການ ​ແລະ ສຳ​ມະ​ນາກ​ອນດ້ວຍ​ກັນ ​ໃຫ້​ເຂົ້າ​ໃຈ​ເລິກ​ເຊິ່ງ​ເຖິງ​ບັນຫາ​ທີ່​ສຳຄັນ ພ້ອມທັງນໍາເອົາ​ບົດຮຽນ​ໃນ​ຄັ້ງ​ນີ້​ໄປ​ໝູນ​ໃຊ້​ເຂົ້າ​ໃນໜ້າ​ທີ່​ວຽກ​ງານ​ຕາມ​ຄວາມ​ຮັບຜິດຊອບ​ຂອງ​ຕົນ​ຢ່າງ​ມີ​ປະສິດທິ​ຜົນ.