ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ຄຈສພ ຈັດພິທີປະກາດການຈັດຕັ້ງ ກົມຈັດຕັ້ງ-ພະນັກງານ ແລະ ສູນພັດທະນາວຽກງານຈັດຕັ້ງ
ຈຳນວນຜູ້ອ່ານ: 49
ອະນຸມັດວັນທີ: 04/10/2022

ຂ່າວ: ວິລະສະໄໝ ຍົດບຸນມີ

ພາບ: ແສງອາລຸນ ຈັນທາທອນ

       ໃນເດືອນກັນຍາຜ່ານມາ ຄະນະຈັດຕັ້ງສູນກາງພັກ (ຄຈສພ) ໄດ້ປັບປຸງກົງຈັກການຈັດຕັ້ງ, ຍຸບກົມປ້ອງກັນພັກ-ພະນັກງານ ເປັນພະແນກໜຶ່ງຂຶ້ນກັບກົມກໍ່ສ້າງພັກ ຂອງຄະນະຈັດຕັ້ງສູນກາງພັກ ຕາມມະຕິຕົກລົງຂອງຄະນະເລຂາທິການສູນກາງພັກ ສະບັບເລກທີ 175/ຄລສພ ລົງວັນທີ 26/8/2022 ວ່າດ້ວຍການປັບປຸງກົງຈັກການຈັດຕັ້ງຂອງຄະນະຈັດຕັ້ງສູນກາງພັກ ແລະ ສ້າງຕັ້ງສູນພັດທະນາວຽກງານຈັດຕັ້ງ ທີ່ມີຖານະທຽບເທົ່າກົມ ຂຶ້ນກັບຄະນະຈັດຕັ້ງສູນກາງພັກ ຕາມມະຕິຕົກລົງຂອງຄະນະເລຂາທິການສູນກາງພັກ ສະບັບເລກທີ 174/ຄລສພ ລົງວັນທີ 26/8/2022 ວ່າດ້ວຍການອະນຸມັດສ້າງຕັ້ງສູນພັດທະນາວຽກງານຈັດຕັ້ງ ຂຶ້ນກັບຄະນະຈັດຕັ້ງສູນກາງພັກ; ເມື່ອມີການປັບປຸງກົງຈັກການຈັດຕັ້ງ ຈິ່ງໄດ້ມີການແຕ່ງຕັ້ງ-ສັບຊ້ອນພະນັກງານພາຍໃນຈຳນວນໜຶ່ງ, ໃນນັ້ນ ໄດ້ແຕ່ງຕັ້ງ-ສັບຊ້ອນພະນັກງານໄປຮັບໜ້າທີ່ໃໝ່ພາຍໃນ ຄຈສພ 24 ສະຫາຍ, ຍິງ 11 ສະຫາຍ, ເລື່ອນຕຳແໜ່ງ-ແຕ່ງຕັ້ງວິຊາການຂຶ້ນເປັນຮອງຫົວໜ້າພະແນກ 11 ສະຫາຍ ຍິງ 3 ສະຫາຍ, ຮອງຫົວໜ້າພະແນກຂຶ້ນເປັນວ່າການແທນຫົວໜ້າພະແນກ 1 ສະຫາຍ ແລະ ເປັນຫົວໜ້າພະແນກ 3 ສະຫາຍ ຍິງ 1 ສະຫາຍ, ຫົວໜ້າພະແນກຂຶ້ນເປັນຮອງຫົວໜ້າກົມ 3 ສະຫາຍ ຍິງ 1 ສະຫາຍ.

       ສືບເນື່ອງຈາກການປັບປຸງຄືດັ່ງກ່າວ ໃນວັນທີ 3 ຕຸລາ 2022 ຄຈສພ ໄດ້ຈັດພິທີປະກາດແຕ່ງຕັ້ງຫົວໜ້າກົມຈັດຕັ້ງ-ພະນັກງານ ແລະ ຫົວໜ້າສູນພັດທະນາວຽກງານຈັດຕັ້ງ ໂດຍການເຂົ້າຮ່ວມຂອງສະຫາຍ ນາງ ສີໃສ ລືເດດມູນສອນ ກໍາມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ຫົວໜ້າ ຄຈສພ, ມີຄະນະພັກ ຄຈສພ, ຄະນະກົມ ແລະ ຄະນະພະແນກ ພາຍໃນສຳນັກງານ ຄຈສພ ເຂົ້າຮ່ວມ.

       ໃນພິທີດັ່ງກ່າວ ສະຫາຍ ດອນ ໄພວົງ ຄະນະພັກ, ຫົວໜ້າກົມຄຸ້ມຄອງພະນັກງານ ຄຈສພ ໄດ້ຜ່ານມະຕິຕົກລົງຂອງຄະນະເລຂາທິການສູນກາງພັກ ສະບັບເລກທີ 198/ຄລສພ ລົງວັນທີ 23/9/2022 ວ່າດ້ວຍການແຕ່ງຕັ້ງຫົວໜ້າກົມຈັດຕັ້ງ-ພະນັກງານ ຄະນະຈັດຕັ້ງສູນກາງພັກ ແລະ ມະຕິຕົກລົງ ສະບັບເລກທີ 199/ຄລສພ ລົງວັນທີ 23/9/2022 ວ່າດ້ວຍການແຕ່ງຕັ້ງຫົວໜ້າສູນພັດທະນາວຽກງານຈັດຕັ້ງ ຄະນະຈັດຕັ້ງສູນກາງພັກ ດັ່ງນີ້:

  1. ແຕ່ງຕັ້ງ ສະຫາຍ ວຽນທອງ ສິງຄຳພັນ (ອະດີດຫົວໜ້າກົມປ້ອງກັນພັກ-ພະນັກງານ) ເປັນຫົວໜ້າກົມ ຈັດຕັ້ງ-ພະນັກງານ.
  2. ແຕ່ງຕັ້ງ ສະຫາຍ ນາງ ວິໄລວັນ ເພັງສະຫວັດ (ອະດີດຫົວໜ້າກົມຈັດຕັ້ງ-ພະນັກງານ) ເປັນຫົວໜ້າສູນພັດທະນາວຽກງານຈັດຕັ້ງ.

       ຈາກນັ້ນ ສະຫາຍ ນາງ ວິໄລວັນ ເພັງສະຫວັດ ໄດ້ສະຫຼຸບລາຍງານວຽກງານຂອງກົມຈັດຕັ້ງ-ພະນັກງານທີ່ຕົນເຄີຍຮັບຜິດຊອບໃນໄລຍະຜ່ານມາ ແລະ ໄດ້ມີພິທີເຊັນມອບ-ຮັບໜ້າທີ່ລະຫວ່າງຫົວໜ້າກົມຈັດຕັ້ງ-ພະນັກງານ ຜູ້ເກົ່າ ແລະ ຜູ້ໃໝ່ ໂດຍມີຄະນະນຳກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານ.

       ໂອກາດທີ່ມີຄວາມໝາຍສຳຄັນນີ້ ສະຫາຍ ນາງ ສີໃສ ລືເດດມູນສອນ ກໍາມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ຫົວໜ້າ ຄຈສພ ໄດ້ມີຄຳເຫັນໂອ້ລົມຕໍ່ພິທີ ເຊິ່ງສະຫາຍໄດ້ຍ້ອງຍໍຊົມເຊີຍຜົນງານໃນໄລຍະຜ່ານມາ ແລະ ເນັ້ນໃຫ້ບັນດາສະຫາຍທີ່ຖືກແຕ່ງຕັ້ງຮັບໜ້າທີ່ໃໝ່ ຈົ່ງກຳແໜ້ນພາລະບົດບາດ-ໜ້າທີ່ຂອງຕົນ, ປະຕິບັດໜ້າທີ່ວຽກງານດ້ວຍຄວາມຮັບຜິດຊອບສູງ, ເຂັ້ມງວດຕໍ່ລະບຽບວິໄນ, ມີຄວາມເປັນແບບຢ່າງນຳໜ້າ, ສ້າງຄວາມເປັນເອກະພາບສູງພາຍໃນໝູ່ຄະນະ, ຮັກສາຄຸນທາດການເມືອງພະນັກງານຈັດຕັ້ງ ແລະ ມີວິໄສທັດພັດທະນາວຽກງານຈັດຕັ້ງຢ່າງບໍ່ຢຸດຢັ້ງ, ເຮັດລ້ອນໜ້າທີ່ເປັນເສນາທິການໃຫ້ ຄຈສພ ມີຜົນສຳເລັດຕໍ່ໜ້າທີ່ການເມືອງທີ່ໄດ້ຮັບມອບໝາຍໃນໄລຍະໃໝ່.