ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ຄະນະຈັດຕັ້ງສູນກາງພັກ ຈັດກອງປະຊຸມສ່ອງແສງ-ລາຍງານວຽກງານກໍ່ສ້າງພັກ-ພະນັກງານ ແລະ ວຽກງານປັບປຸງກົງຈັກການຈັດຕັ້ງ
ຈຳນວນຜູ້ອ່ານ: 50
ອະນຸມັດວັນທີ: 24/09/2022

ຂ່າວ: ວິລະສະໄໝ ຍົດບຸນມີ

ພາບ: ໜ່ວຍງານໄອທີ

       ປະຕິບັດຕາມລະບອບແບບແຜນວິທີເຮັດວຽກ ແລະ ແຜນການເຄື່ອນໄຫວຂອງຄະນະຈັດຕັ້ງສູນກາງພັກ (ຄຈສພ), ໃນວັນທີ 23 ກັນຍາ 2022 ທີ່ຫ້ອງປະຊຸມ ຄຈສພ ໄດ້ຈັດກອງປະຊຸມສ່ອງແສງລາຍງານວຽກງານຈັດຕັ້ງ, ກໍ່ສ້າງພັກ-ພະນັກງານ ແລະ ວຽກງານປັບປຸງກົງຈັກການຈັດຕັ້ງ ປະຈຳໄຕມາດທີ 3 ເພື່ອຮັບຟັງສະພາບການຈັດຕັ້ງປະຕິບັດວຽກງານດັ່ງກ່າວໃນໄລຍະສາມເດືອນ (ກໍລະກົດ-ກັນຍາ) ຜ່ານມາ ຈາກກົມຈັດຕັ້ງ-ພະນັກງານຂອງບັນດາກະຊວງ-ອົງການ ແລະ ຄະນະຈັດຕັ້ງແຂວງ-ນະຄອນຫຼວງ ໂດຍການເຂົ້າຮ່ວມເປັນປະທານຂອງທ່ານ ນາງ ສີໃສ ລືເດດມູນສອນ ກຳມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກ; ມີຄະນະພັກ ຄຈສພ, ຜູ້ຕາງໜ້າກົມ, ຫ້ອງການທີ່ຂຶ້ນກັບ ຄຈສພ, ຄະນະນຳ ກົມຈັດຕັ້ງ-ພະນັກງານບັນດາກະຊວງ-ອົງການ ແລະ ຄະນະຈັດຕັ້ງແຂວງ-ນະຄອນຫຼວງ ເຂົ້າຮ່ວມຢ່າງພ້ອມພຽງ.

       ກອງປະຊຸມໄດ້ດຳເນີນ 1 ວັນ, ໃນຕອນເຊົ້າ ເປັນການສ່ອງແສງ-ລາຍງານຈາກກົມຈັດຕັ້ງ-ພະນັກງານຂອງບັນດາກະຊວງ-ອົງການ ໂດຍການເຂົ້າຮ່ວມປະຊຸມແບບເຊິ່ງໜ້າ ແລະ ໃນຕອນບ່າຍ ແມ່ນການສ່ອງແສງ-ລາຍງານຈາກຄະນະຈັດຕັ້ງແຂວງ-ນະຄອນຫຼວງ ຜ່ານລະບົບປະຊຸມວິດີໂອທາງໄກ.

       ກອງປະຊຸມໄດ້ຮັບຟັງການລາຍງານວຽກງານຈັດຕັ້ງໃນໄຕມາດທີສາມຂອງປີໂດຍສັງເຂບ ເຊິ່ງການລາຍງານໄດ້ຍົກໃຫ້ເຫັນຜົນງານ-ດ້ານຕັ້ງໜ້າ, ດ້ານອ່ອນ-ຂໍ້ບົກຜ່ອງ ແລະ ທິດທາງແຜນການໃນສາມເດືອນຕໍ່ໜ້າ ພ້ອມທັງມີຄຳຖາມ ແລະ ຂໍ້ສະເໜີທີ່ສົນໃຈຕໍ່ກອງປະຊຸມ; ຈາກນັ້ນ ປະທານກອງປະຊຸມໄດ້ມີຄຳເຫັນສະຫລຸບສັງລວມບັນຫາ ແລະ ມອບໝາຍໃຫ້ບັນດາສະຫາຍໃນຄະນະພັກ ຄຈສພ ແລະ ຕາງໜ້າກົມວິຊາການກ່ຽວຂ້ອງຕອບຄຳຖາມ ແລະ ຂໍ້ສະເໜີທີ່ຍົກຂຶ້ນໃນກອງປະຊຸມ.

ທ່ານຫົວໜ້າ ຄຈສພ ໄດ້ມີຄຳເຫັນໂອ້ລົມ ແລະ ຕີລາຄາສູງຕໍ່ກອງປະຊຸມຄັ້ງນີ້ວ່າ: ການສ່ອງແສງ-ລາຍງານຄັ້ງນີ້ເປັນການປະກອບສ່ວນສຳຄັນເຂົ້າໃນການກະກຽມດຳເນີນກອງປະຊຸມວຽກງານຈັດຕັ້ງທົ່ວປະເທດ ປະຈຳປີ 2022 ຄາດວ່າຈະດຳເນີນໃນທ້າຍປີ 2022; ກົມຈັດຕັ້ງ-ພະນັກງານບັນດາກະຊວງ-ອົງການ ແລະ ຄະນະຈັດຕັ້ງແຂວງ-ນະຄອນຫຼວງ ໄດ້ມີຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງອັນສູງສົ່ງຂອງຕົນ, ບັນດາພະນັກງານຈັດຕັ້ງໄດ້ເຮັດລ້ອນໜ້າທີ່ຕາມການມອບໝາຍ, ຫຼາຍພາກສ່ວນໄດ້ສຳເລັດການສ້າງແຜນກຳນົດພະນັກງານນຳພາຄຸ້ມຄອງ ຂັ້ນຕົນ ແລະ ຂັ້ນສູນກາງຄຸ້ມຄອງ; ພ້ອມນີ້ກໍ່ຕ້ອງໄດ້ເອົາໃຈໃສ່ສືບຕໍ່ປັບປຸງກົງຈັກການຈັດຕັ້ງ, ຂຽນ ແລະ ວິເຄາະຕຳແໜ່ງງານໃຫ້ຖືກຕ້ອງ-ສອດຄ່ອງກັບພາລະບົດບາດ ແລະ ໜ້າທີ່ວຽກງານຂັ້ນຂອງຕົນ, ປັບປຸງ-ສັບຊ້ອນພະນັກງານໃຫ້ແທດເໝາະກັບສະພາບຈຸດພິເສດຂອງແຕ່ລະບ່ອນ, ຕີລາຄາ ແລະ ກຳສະພາບແນວຄິດ-ຈິດໃຈຂອງສະມາຊິກພັກ, ພະນັກງານ-ລັດຖະກອນ ໃນຄວາມຮັບຜິດຊອບຂອງການຈັດຕັ້ງຢ່າງພາວະວິໄສ, ເຊີດຊູຄວາມຮັບຜິດຊອບໜ້າທີ່ການເມືອງຂອງພະນັກງານຈັດຕັ້ງ ກ້າຕັດສິນບັນຫາໃນຄວາມຮັບຜິດຊອບຂັ້ນຂອງຕົນ; ໂອກາດນີ້ ທ່ານຫົວໜ້າ ຄຈສພ ຍັງໄດ້ແຈ້ງໃຫ້ຊາບການປັບປຸງກົງຈັກການຈັດຕັ້ງພາຍໃນ ຄຈສພ ຕື່ມອີກດັ່ງນີ້:

  1. ຍຸບກົມປ້ອງກັນພັກ-ພະນັກງານ ເປັນພະແນກໜຶ່ງຂຶ້ນກັບກົມກໍ່ສ້າງພັກ ຂອງຄະນະຈັດຕັ້ງສູນກາງພັກ ຕາມມະຕິຕົກລົງຂອງຄະນະເລຂາທິການສູນກາງພັກ ສະບັບເລກທີ 175/ຄລສພ ລົງວັນທີ 26/8/2022 ວ່າດ້ວຍການປັບປຸງກົງຈັກການຈັດຕັ້ງຂອງຄະນະຈັດຕັ້ງສູນກາງພັກ.
  2. ສ້າງຕັ້ງສູນພັດທະນາວຽກງານຈັດຕັ້ງ ທີ່ມີຖານະທຽບເທົ່າກົມ ຂຶ້ນກັບຄະນະຈັດຕັ້ງສູນກາງພັກ ຕາມມະຕິຕົກລົງຂອງຄະນະເລຂາທິການສູນກາງພັກ ສະບັບເລກທີ 174/ຄລສພ ລົງວັນທີ 26/8/2022 ວ່າດ້ວຍການອະນຸມັດສ້າງຕັ້ງສູນພັດທະນາວຽກງານຈັດຕັ້ງ ຂຶ້ນກັບຄະນະຈັດຕັ້ງສູນກາງພັກ.

ປະຈຸບັນ ຄະນະຈັດຕັ້ງສູນກາງພັກ ປະກອບມີ 6 ກົມ, 1 ຫ້ອງການ ແລະ 1 ສູນທຽບເທົ່າກົມ ຄື: 1. ກົມກໍ່ສ້າງພັກ, 2. ກົມກໍ່ສ້າງພະນັກງານ, 3. ກົມຄຸ້ມຄອງພະນັກງານ, 4. ກົມກົງຈັກການຈັດຕັ້ງ ແລະ ກົດລະບຽບພັກ, 5. ກົມຈັດຕັ້ງ-ພະນັກງານ, 6. ກົມໂຄສະນາກໍ່ສ້າງພັກ-ພະນັກງານ, 7. ຫ້ອງການ ແລະ 8. ສູນພັດທະນາວຽກງານຈັດຕັ້ງ; ທົ່ວສຳນັກງານມີພະນັກງານ-ລັດຖະກອນ ທັງໝົດ 256 ຄົນ, ຍິງ 116 ຄົນ, ໃນນີ້ ມີພະນັກງານບຳນານ 53 ຄົນ, ຍິງ 26 ຄົນ.