ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ຄຈສພ ຈັດພິທີປາຖະກະຖາວັນສ້າງຕັ້ງສະຫະພັນນັກຮົບເກົ່າແຫ່ງຊາດລາວ ຄົບຮອບ 20 ປີ ແລະ ປະກາດການປັບປຸງກົງຈັກການຈັດຕັ້ງ ແລະ ແຕ່ງຕັ້ງ-ສັບຊ້ອນພະນັກງານພາຍໃນຈຳນວນໜຶ່ງ
ຈຳນວນຜູ້ອ່ານ: 45
ອະນຸມັດວັນທີ: 14/09/2022

ຂ່າວ: ວິລະສະໄໝ

ພາບ: ແສງອາລຸນ

       ໃນວັນທີ 13 ກັນຍາ 2022 ຄະນະຈັດຕັ້ງສູນກາງພັກ (ຄຈສພ) ໄດ້ຈັດພິທີປາຖະກະຖາວັນສ້າງຕັ້ງສະຫະພັນນັກຮົບເກົ່າແຫ່ງຊາດລາວ (ສນຫລ) ຄົບຮອບ 20 ປີ ແລະ ປະກາດການປັບປຸງກົງຈັກການຈັດຕັ້ງ ແລະ ແຕ່ງຕັ້ງ-ສັບຊ້ອນພະນັກງານພາຍໃນຈຳນວນໜຶ່ງ ໂດຍການເຂົ້າຮ່ວມຂອງສະຫາຍ ນາງ ສີໃສ ລືເດດມູນສອນ ກໍາມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກ, ມີສະຫາຍ ນາງ ບຸດສະດີ ທະນະເມືອງ ກຳມະການສູນກາງພັກ, ຮອງເລຂາຄະນະພັກ, ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ, ມີຄະນະພັກ ຄຈສພ ແລະ ພະນັກງານ-ລັດຖະກອນພາຍໃນສຳນັກງານຄະນະຈັດຕັ້ງສູນກາງພັກເຂົ້າຮ່ວມຢ່າງພ້ອມພຽງ.

       ໃນພິທີໄດ້ຈັດເປັນ 2 ວາລະ ຄື: ວາລະທຳອິດໄດ້ຈັດພິທີປາຖະກະຖາເລົ່າມູນເຊື້ອວັນສ້າງຕັ້ງສະຫະພັນນັກຮົບເກົ່າແຫ່ງຊາດລາວ ຄົບຮອບ 20 ປີ (9/9/2002 - 9/9/2022) ໂດຍໃຫ້ກຽດປາຖະກະຖາຂອງສະຫາຍ ປອ ວິສຸກ ພົມພິທັກ ຄະນະພັກ, ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ ເຊິ່ງສະຫາຍໄດ້ຍົກໃຫ້ເຫັນມູນເຊື້ອການເຕີບໃຫຍ່ຂະຫຍາຍຕົວຂອງສະຫະພັນນັກຮົບເກົ່າແຫ່ງຊາດລາວຕະຫຼອດໄລຍະ 20 ປີຜ່ານມາ ໄດ້ປະຕິບັດພາລະບົດບາດ ແລະ ໜ້າທີ່ ເປັນອົງການຈັດຕັ້ງການເມືອງ-ສັງຄົມໜຶ່ງ ຢູ່ໃນລະບົບການເມືອງຂອງລະບອບປະຊາທິປະໄຕປະຊາຊົນ ໃຕ້ການນຳພາຂອງພັກປະຊາຊົນປະຕິວັດລາວ, ເປັນເສນາທິການໃຫ້ສູນກາງພັກ ແລະ ລັດຖະບານໃນການເຕົ້າໂຮມຄວາມສາມັກຄີ, ສຶກສາອົບຮົມນັກຮົບເກົ່າໃນການປົກປັກຮັກສາ ແລະ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ, ເປັນກຳລັງແຮງປົກປັກຮັກສາ ແລະ ພັດທະນາປະເທດຊາດ. ນັບແຕ່ມື້ສ້າງຕັ້ງຈົນຮອດປະຈຸບັນ ສນຫລ ໄດ້ຜ່ານການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ອົງຄະນະພັກຂອງຕົນ 3 ສະໄໝ ແລະ ໄດ້ດຳເນີນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຜູ້ແທນນັກຮົບເກົ່າທົ່ວປະເທດ ຄັ້ງທີ IV ພາຍໃຕ້ຄຳຂັວນ: “ເພີ່ມທະວີການນຳພາຂອງພັກຕໍ່ຂົງເຂດນັກຮົບເກົ່າ, ປະຕິບັດແນວທາງປ່ຽນແປງໃໝ່ຂອງພັກ, ອອກແຮງປົກປັກຮັກສາ ແລະ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ, ຮັດແໜ້ນຄວາມສາມັກຄີທົ່ວປວງຊົນລາວທັງຊາດ ແລະ ຖັນແຖວນັກຮົບເກົ່າ, ຍົກສູງບົດບາດເປັນຕົວແທນແຫ່ງສິດຜົນປະໂຫຍດອັນຊອບທຳຂອງນັກຮົບເກົ່າ”.

        ໃນວາລະທີສອງ ໄດ້ຈັດພິທີປະກາດການປັບປຸງກົງຈັກການຈັດຕັ້ງ ແລະ ແຕ່ງຕັ້ງ-ສັບຊ້ອນພະນັກງານພາຍໃນຈຳນວນໜຶ່ງ ດັ່ງນີ້:

  1. ຍຸບກົມປ້ອງກັນພັກ-ພະນັກງານ ເປັນພະແນກໜຶ່ງຂຶ້ນກັບກົມກໍ່ສ້າງພັກ ຂອງຄະນະຈັດຕັ້ງສູນກາງພັກ ຕາມມະຕິຕົກລົງຂອງຄະນະເລຂາທິການສູນກາງພັກ ສະບັບເລກທີ 175/ຄລສພ ລົງວັນທີ 26/8/2022 ວ່າດ້ວຍການປັບປຸງກົງຈັກການຈັດຕັ້ງຂອງຄະນະຈັດຕັ້ງສູນກາງພັກ.
  2. ສ້າງຕັ້ງສູນພັດທະນາວຽກງານຈັດຕັ້ງ ທີ່ມີຖານະທຽບເທົ່າກົມ ຂຶ້ນກັບຄະນະຈັດຕັ້ງສູນກາງພັກ ຕາມມະຕິຕົກລົງຂອງຄະນະເລຂາທິການສູນກາງພັກ ສະບັບເລກທີ 174/ຄລສພ ລົງວັນທີ 26/8/2022 ວ່າດ້ວຍການອະນຸມັດສ້າງຕັ້ງສູນພັດທະນາວຽກງານຈັດຕັ້ງ ຂຶ້ນກັບຄະນະຈັດຕັ້ງສູນກາງພັກ.
  3. ແຕ່ງຕັ້ງ-ສັບຊ້ອນພະນັກງານໄປຮັບໜ້າທີ່ໃໝ່ພາຍໃນ ຄຈສພ 24 ສະຫາຍ, ຍິງ 11 ສະຫາຍ.
  4. ເລື່ອນຕຳແໜ່ງ-ແຕ່ງຕັ້ງວິຊາການຂຶ້ນເປັນຮອງຫົວໜ້າພະແນກ 11 ສະຫາຍ ຍິງ 3 ສະຫາຍ, ຮອງຫົວໜ້າພະແນກຂຶ້ນເປັນວ່າການແທນຫົວໜ້າພະແນກ 1 ສະຫາຍ ແລະ ເປັນຫົວໜ້າພະແນກ 3 ສະຫາຍ ຍິງ 1 ສະຫາຍ, ຫົວໜ້າພະແນກຂຶ້ນເປັນຮອງຫົວໜ້າກົມ 3 ສະຫາຍ ຍິງ 1 ສະຫາຍ.

       ປະຈຸບັນ ຄະນະຈັດຕັ້ງສູນກາງພັກ ປະກອບມີ 6 ກົມ, 1 ຫ້ອງການ ແລະ 1 ສູນທຽບເທົ່າກົມ ຄື: 1. ກົມກໍ່ສ້າງພັກ, 2. ກົມກໍ່ສ້າງພະນັກງານ, 3. ກົມຄຸ້ມຄອງພະນັກງານ, 4. ກົມກົງຈັກການຈັດຕັ້ງ ແລະ ກົດລະບຽບພັກ, 5. ກົມຈັດຕັ້ງ-ພະນັກງານ, 6. ກົມໂຄສະນາກໍ່ສ້າງພັກ-ພະນັກງານ, 7. ຫ້ອງການ ແລະ 8. ສູນພັດທະນາວຽກງານຈັດຕັ້ງ; ທົ່ວສຳນັກງານມີພະນັກງານ-ລັດຖະກອນ ທັງໝົດ 256 ຄົນ, ຍິງ 116 ຄົນ, ໃນນີ້ ມີພະນັກງານບຳນານ 53 ຄົນ, ຍິງ 26 ຄົນ.

       ໃນໂອກາດທີ່ມີຄວາມໝາຍສຳຄັນນີ້ ສະຫາຍ ນາງ ສີໃສ ລືເດດມູນສອນ ກໍາມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກ ໄດ້ໃຫ້ກຽດມີຄຳເຫັນໂອ້ລົມຕໍ່ພິທີ ເຊິ່ງສະຫາຍໄດ້ເນັ້ນໜັກໃຫ້ບັນດາສະຫາຍທີ່ຖືກແຕ່ງຕັ້ງ-ສັບຊ້ອນຮັບໜ້າທີ່ໃໝ່ ພ້ອມດ້ວຍພະນັກງານ-ລັດຖະກອນທົ່ວສຳນັກງານ ຈົ່ງພ້ອມກັນຮຽນຮູ້ວຽກງານໃໝ່ ແລະ ສ້າງຄວາມຄຸ້ນເຄີຍກັບສະພາບແວດລ້ອມອ້ອມຂ້າງໃໝ່, ມີຄວາມທຸ່ນທ່ຽງ-ເຊື່ອໝັ້ນຕໍ່ການຈັດຕັ້ງ, ເອົາໃຈໃສ່ຄົ້ນຄວ້ານິຕິກຳຕ່າງໆໃຫ້ເລິກເຊິ່ງ ພ້ອມກັບມີການປັບປຸງໃຫ້ສອດຄ່ອງກັບສະພາບຄວາມຮຽກຮ້ອງຕ້ອງການໃນແຕ່ລະໄລຍະ ເພື່ອຮັບປະກັນການເປັນເສນາທິການໃຫ້ຄະນະພັກ ຄຈສພ ເຮັດສຳເລັດໜ້າທີ່ການເມືອງທີ່ໄດ້ຮັບມອບໝາຍ.