ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ຄະນະຈັດຕັ້ງສູນກາງພັກ ເຜີຍແຜ່-ເຊື່ອມຊຶມເອກະສານ ວັນລັດຖະທຳມະນູນ ແຫ່ງ ສປປ ລາວ ຄົບຮອບ 31 ປີ, ດຳລັດວ່າດ້ວຍການປະຢັດ ແລະ ຕ້ານການຟູມເຟືອຍ ແລະ ດຳລັດວ່າດ້ວຍຊຸດເຄື່ອງນຸ່ງປະຈຳຊາດ.
ຈຳນວນຜູ້ອ່ານ: 30
ອະນຸມັດວັນທີ: 07/09/2022

     ຂ່າວ: ວິລະສະໄໝ

ພາບ: ບານ ມູນປະເສີດ

     ໃນວັນທີ 6 ກັນຍາ 2022 ຄະນະຈັດຕັ້ງສູນກາງພັກ ໄດ້ຈັດພິທີເຜີຍແຜ່-ເຊື່ອມຊຶມ ເອກະສານວັນລັດຖະທຳມະນູນ ແຫ່ງ ສປປ ລາວ ຄົບຮອບ 31 ປີ, ດຳລັດວ່າດ້ວຍການປະຢັດ ແລະ ຕ້ານການຟູມເຟືອຍ ແລະ ດຳລັດວ່າດ້ວຍຊຸດເຄື່ອງນຸ່ງປະຈຳຊາດ ໂດຍການເຜີຍແຜ່ເອກະສານດັ່ງກ່າວຂອງສະຫາຍ ທອງຈັນ ໂຂງພູມຄຳ ກຳມະການ​​ປະຈໍາພັກ, ຮອງ​ຫົວໜ້າ​ຄະນະ​ຈັດ​ຕັ້ງສູນ​ກາງ​ພັກ, ສະຫາຍ ປອ ວິສຸກ ພົມພິທັກ ກຳມະການພັກ, ຮອງ​ຫົວໜ້າ​ຄະນະ​ຈັດ​ຕັ້ງສູນ​ກາງ​ພັກ, ສະຫາຍ ນາງ ວິໄລ ອຸ່ນມີໄຊ ປະທານສະຫະພັນແມ່ຍິງ​ຄະນະ​ຈັດ​ຕັ້ງສູນ​ກາງ​ພັກ; ໃຫ້ກຽດເຂົ້າຮ່ວມໃນພິທີ ມີສະຫາຍ ນາງ ບຸດສະດີ ທະນະເມືອງ ກຳມະການສູນກາງພັກ, ຮອງເລຂາຄະນະພັກ, ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ, ມີຄະນະນຳຫ້ອງການ, ບັນດາກົມ ແລະ ພະນັກງານ-ລັດຖະກອນທົ່ວສຳນັກງານຄະນະຈັດຕັ້ງສູນກາງພັກ.

     ການເຜີຍແຜ່-ເຊື່ອມຊຶມຄັ້ງນີ້ ເພື່ອໃຫ້ພະນັກງານ-ລັດຖະກອນ ໄດ້ຮັບຮູ້ເຂົ້າໃຈ, ກຳໄດ້ເນື້ອໃນ ແລະ ມີຄວາມເປັນເອກະພາບສູງຕໍ່ເນື້ອໃນເອກະສານດັ່ງກ່າວ ແລະ ພ້ອມກັນຈັດຕັ້ງປະຕິບັດໃຫ້ໄດ້ຮັບໝາກຜົນ.