ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ພິທີມອບ-ຮັບປຶ້ມການຮ່ວມມືລາວ-ຫວຽດນາມ ລະຫວ່າງ ສຳນັກພິມ ແລະ ຈຳໜ່າຍປຶ້ມແຫ່ງລັດ ກັບ ຫ້ອງການ ຄະນະຈັດຕັ້ງສູນກາງພັກ
ຈຳນວນຜູ້ອ່ານ: 19
ອະນຸມັດວັນທີ: 07/09/2022

    ຂ່າວ: ວິລະສະໄໝ

ພາບ: ບານ ມູນປະເສີດ

     ໃນວັນທີ 6 ກັນຍາ 2022 ຢູ່ທີ່ສຳນັກງານຄະນະຈັດຕັ້ງສູນກາງພັກ ໄດ້ມີພິທີມອບ-ຮັບປຶ້ມການຮ່ວມມື ລາວ-ຫວຽດນາມ ລະຫວ່າງ ສຳນັກພິມ ແລະ ຈຳໜ່າຍປຶ້ມແຫ່ງລັດ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ກັບ ຫ້ອງການ ຄະນະຈັດຕັ້ງສູນກາງພັກ ເພື່ອເປັນການປະກອບສ່ວນຮ່ວມສະເຫຼີມສະຫຼອງສອງວັນປະຫວັດສາດ ແລະ ປີສາມັກຄີມິດຕະພາບຂອງສອງຊາດ ລາວ ແລະ ຫວຽດນາມ ໃນປີ 2022.

     ປຶ້ມທີ່ນຳມາມອບໃຫ້ຄັ້ງນີ້ ມີຈຳນວນ 141 ຫົວ ປະກອບມີ: ປຶ້ມກ່ຽວກັບຂົງເຂດການກໍ່ສ້າງພັກ, ການພັດທະ ນາເສດຖະກິດ, ວັດທະນະທຳ-ສັງຄົມ, ປຶ້ມກ່ຽວກັບປະທານໂຮ່ຈິມິນ, ບັນດາຜູ້ນຳສາກົນ, ການເຊື່ອມໂຍງສາກົນ, ປຶ້ມແບບຮຽນ ແລະ ຄົ້ນຄວ້າເສດຖະກິດການເມືອງ ມາກ-ເລນິນ, ປຶ້ມກ່ຽວກັບການປັບປຸງ ແລະ ເພີ່ມທະວີລະບົບກົດໝາຍ.

     ຕາງໜ້າໃຫ້ສຳນັກພິມ ແລະ ຈຳໜ່າຍປຶ້ມແຫ່ງລັດ ມີທ່ານ ໄຊຍະພອນ ອານຸລາດ ຜູ້ອຳນວຍການ ສຳນັກພິມ ແລະ ຈຳໜ່າຍປຶ້ມແຫ່ງລັດ ພ້ອມດ້ວຍຄະນະ ເປັນຜູ້ກ່າວມອບ ແລະ ຕາງໜ້າໃຫ້ຫ້ອງການ ຄະນະຈັດຕັ້ງສູນກາງພັກ ມີທ່ານ ພູຂົງ ພິລາເພັດ ຫົວໜ້າຫ້ອງການ ຄະນະຈັດຕັ້ງສູນກາງພັກ ພ້ອມດ້ວຍຄະນະ ເປັນຜູ້ກ່າວຮັບ.