ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ຫົວໜ້າຄະນະຈັດຕັ້ງສູນກາງພັກ ເຄື່ອນໄຫວເຮັດວຽກຢູ່ແຂວງຜົ້ງສາລີ ແລະ ແຂວງອຸດົມໄຊ
ຈຳນວນຜູ້ອ່ານ: 53
ອະນຸມັດວັນທີ: 18/08/2022

ໂດຍ: ລັດດາວັນ ສີຫານຸວົງ

       ໃນລະຫວ່າງວັນທີ 9-11 ສິງຫາ 2022 ສະຫາຍ ນາງ ສີ​ໃສ ລື​ເດດ​ມູນ​ສອນ ກຳມະການກົມ​ການ​ເມືອງ​ສູນ​ກາງ​ພັກ, ​ເລຂາທິການ​ສູນ​ກາງ​ພັກ, ຫົວໜ້າ​ຄະນະ​ຈັດ​ຕັ້ງ​ສູນ​ກາງ​ພັກ ພ້ອມດ້ວຍຄະນະ ​ໄດ້​ເຄື່ອນໄຫວເຮັດວຽກຢູ່ສອງແຂວງພາກເໜືອ ຄື: ແຂວງຜົ້ງສາລີ ແລະ ແຂວງອຸດົມໄຊ ໂດຍ​ໃຫ້ການຕ້ອນຮັບຢ່າງອົບອຸ່ນຈາກ ສະຫາຍ ຄໍາຜອຍ ວັນນະສານ, ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງຜົ້ງສາລີ ແລະ ສະຫາຍ ບຸນຄົງ ຫຼ້າຈຽມພອນ, ກໍາມະການສຳຮອງສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງອຸດົມໄຊ ພ້ອມດ້ວຍການນໍາຫຼັກແຫຼ່ງຂອງແຂວງ ຕະຫຼອດຮອດສະມາຊິກພັກ-ພະນັກງານ ແລະ ພໍ່ແມ່ປະຊາຊົນ 2 ແຂວງດັ່ງກ່າວ.

     ໃນວັນທີ 9 ສິງຫາ 2022 ໄດ້ຢ້ຽມຢາມ-ເຮັດວຽກຢູ່ແຂວງຜົ້ງສາລີ, ໃນນີ້ ໄດ້ພົບປະເຮັດວຽກນຳຄະນະປະຈໍາພັກແຂວງ, ພົບປະໂອ້ລົມການນຳຫລັກແຫລ່ງຂັ້ນແຂວງ ແລະ ເມືອງ, ຢ້ຽມຢາມຊຸກຍູ້ວຽກງານວິຊາສະເພາະຄະນະຈັດຕັ້ງແຂວງ, ຢ້ຽມຢາມໂຄງການກໍ່ສ້າງ ແລະ ຍົກຍ້າຍເທດສະບານແຂວງຜົ້ງສາລີຢູ່ເມືອງບຸນເໜືອ ແລະ ຢ້ຽມຊົມຜະລິດຕະພັນສິນຄ້າໂອດ໋ອບຂອງແຂວງ.

       ໃນວັນທີ 10-11 ສິງຫາ 2022 ໄດ້ຢ້ຽມຢາມ-ເຮັດວຽກຢູ່ແຂວງອຸດົມໄຊ, ໃນນີ້ ໄດ້ພົບປະໂອ້ລົມການນຳຫລັກແຫລ່ງຂັ້ນແຂວງ ແລະ ເມືອງ, ພົບປະເຮັດວຽກນຳຄະນະຈັດຕັ້ງແຂວງອຸດົມໄຊ ເພື່ອແລກປ່ຽນບົດຮຽນທາງດ້ານວິຊາການຮ່ວມກັນ.

       ຢູ່ແຕ່ລະແຂວງທີ່ເຄື່ອນໄຫວເຮັດວຽກ, ສະຫາຍຫົວໜ້າ ຄຈສພ ໄດ້ຮັບຟັງການລາຍງານສະພາບລວມຂອງແຂວງຈາກສະຫາຍເລຂາພັກແຂວງ, ຮັບຟັງລາຍງານການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ກໍຄືມະຕິກອງປະຊຸມໃຫຍ່ຂອງອົງຄະນະພັກແຂວງ, ການຈັດຕັ້ງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 05 ປີ ຄັ້ງທີ IX ແລະ ແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງ, ວຽກງານຈັດຕັ້ງ ກໍ່ສ້າງພັກ-ພະນັກງານ ແລະ ວຽກງານປັບປຸງກົງຈັກການຈັດຕັ້ງຂອງແຂວງ ເຊິ່ງໄດ້ສ່ອງແສງໃຫ້ເຫັນຢ່າງຈະແຈ້ງເຖິງການປະຕິບັດວຽກງານດັ່ງກ່າວຢ່າງມີຜົນສໍາເລັດ, ສາມາດເຮັດໃຫ້ແຂວງມີສະຖຽນລະພາບທາງດ້ານການເມືອງ, ມີຄວາມເປັນລະບຽບຮຽບຮ້ອຍ, ມີຄວາມສະຫງົບໂດຍພື້ນຖານ, ພື້ນຖານໂຄງລ່າງໄດ້ຮັບການປັບປຸງ, ພິເສດຢູ່ແຂວງຜົ້ງສາລີ ໄດ້ຍ້າຍເທດສະບານແຂວງ ຈາກເມືອງຜົ້ງສາລີ ມາຢູ່ເມືອງບຸນເໜືອ ເຊິ່ງເປັນການສ້າງເງື່ອນໄຂໃຫ້ປະຊາຊົນໄດ້ຮັບໂອກາດໃນການສຶກສາ, ເຂົ້າເຖິງສາທາລະນະສຸກຢ່າງເທົ່າທຽມ, ການຊົມໃຊ້ນໍ້າສະອາດ, ໄຟຟ້າ ນັບມື້ເພີ່ມຂຶ້ນຢ່າງທົ່ວເຖິງ ແລະ ຍັງມີຜະລິດຕະພັນທີ່ເປັນເອກະລັກຂອງທ້ອງຖິ່ນຫຼາກຫຼາຍລາຍການ ເຊິ່ງໄດ້ກາຍເປັນໜໍ່ແໜງໃນການສ້າງເສດຖະກິດ, ສ້າງລາຍຮັບໃຫ້ແກ່ປະຊາຊົນພາຍໃນແຂວງ; ຮາກຖານດ້ານການເມືອງຢູ່ແຕ່ລະແຂວງໄດ້ຮັບການປັບປຸງ, ສ້າງໄດ້ພະນັກງານທີ່ເປັນຫຼັກແຫຼ່ງແກ່ນສານນໍາພາທົ່ວຮາກຖານພັກ ແລະ ອີງໃສ່ທ່າແຮງດ້ານຊັບພະຍາກອນທໍາມະຊາດ, ການທ່ອງທ່ຽວ, ການຜະລິດເປັນສິນຄ້າຕ່າງໆ ເຮັດໃຫ້ການພັດທະນາເສດຖະກິດ, ພື້ນຖານໂຄງລ່າງ, ຊີວິດການເປັນຢູ່ຂອງປະຊາຊົນ ນັບມື້ດີຂຶ້ນເລື້ອຍໆ.

       ດ້ານບຸກຄະລາກອນ ສາມາດສ້າງໄດ້ພະນັກງານຮຸ່ນໜຸ່ມທີ່ມີຄວາມຮູ້ຄວາມສາມາດ, ມີຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິວັດ, ມີຈັນຍາບັນ, ຈັນຍາທໍາ ເພື່ອກາຍເປັນພະນັກງານນໍາພາຫຼັກແຫຼ່ງທົດແທນຕໍາແໜ່ງງານໃນແຕ່ລະໄລຍະ, ຕອບສະໜອງຄວາມຮຽກຮ້ອງຕ້ອງການໃນການສ້າງສາພັດທະນາໃນເງື່ອນໄຂໃໝ່, ພິເສດ ແຂວງອຸດົມໄຊ ເປັນແຂວງໜຶ່ງທີ່ສາມາດສ້າງພະນັກງານ, ບຸກຄະລາກອນເພດຍິງ ບັນຈຸເຂົ້າໃນຄະນະບໍລິຫານງານພັກແຂວງໄດ້ຫຼາຍສະຫາຍ.

       ໃນການເຄື່ອນໄຫວເຮັດວຽກຢູ່ສອງແຂວງດັ່ງກ່າວ, ສະຫາຍ ນາງ ສີໃສ ລື​ເດດ​ມູນ​ສອນ ​ກຳມະການກົມ​ການ​ເມືອງ​ສູນ​ກາງ​ພັກ, ​ເລຂາທິການ​ສູນ​ກາງ​ພັກ, ຫົວໜ້າ​ຄະນະ​ຈັດ​ຕັ້ງ​ສູນ​ກາງ​ພັກ ໄດ້ມີຄຳເຫັນໂອ້ລົມ ເນັ້ນໃຫ້ແຕ່ລະແຂວງເພີ່ມທະວີການນໍາພາດ້ານການເມືອງ-ແນວຄິດ ໃຫ້ສະມາຊິກພັກ, ພະນັກງານ-ລັດຖະກອນ ເປັນປົກກະຕິຕໍ່ເນື່ອງ ດ້ວຍການຈັດຕັ້ງເຊື່ອມຊຶມມູນເຊື້ອຂອງພັກ, ຂອງຊາດ ລວມທັງຜົນງານການເຄື່ອນໄຫວຂອງແຂວງ, ຂອງເມືອງ ໃນແຕ່ລະໄລຍະ ເພື່ອສ້າງຄວາມຮັບຮູ້, ເຂົ້າໃຈຢ່າງເລິກເຊິ່ງ, ກໍາແໜ້ນທິດສະດີມາກ-ເລນິນ, ແນວຄິດຂອງປະທານ ໄກສອນ ພົມວິຫານ ແລະ ມູນເຊື້ອອັນດີງາມຂອງພັກ, ຂອງຊາດ, ມີຄວາມເຊື່ອໝັ້ນຕໍ່ການນໍາພາຂອງພັກໃນໄລຍະໃໝ່, ມີຄວາມເປັນເອກະພາບດ້ານແນວຄິດ ແລະ ການກະທໍາ, ມີຄວາມສາມາດຜັນຂະຫຍາຍມະຕິ, ຄໍາສັ່ງ ເປັນແຜນງານ, ໂຄງການເຄື່ອນໄຫວຂອງຄະນະພັກ ເພື່ອສ້າງໃຫ້ສະມາຊິກພັກ, ພະນັກງານ-ລັດຖະກອນ ມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສິນທໍາປະຕິວັດ, ມີຈັນຍາບັນ, ຈັນຍາທໍາ ໃນການປະຕິບັດຕາມສິດ ແລະ ໜ້າທີ່ຂອງຕົນ ໃຫ້ນັບມື້ດີຂຶ້ນ.

       ສືບຕໍ່ດໍາເນີນການປະເມີນຜົນສະມາຊິກພັກ, ພະນັກງານ-ລັດຖະກອນ ປະຈໍາປີ ເພື່ອຊອກໃຫ້ເຫັນພະນັກງານ ຜູ້ທີ່ດີ, ທີ່ເກັ່ງ, ມີຄວາມຮູ້, ຄວາມສາມາດ ເພື່ອເປັນບ່ອນອີງໃນການຈັດວາງ-ສັບຊ້ອນ ເຂົ້າໃນແຕ່ລະຕໍາແໜ່ງງານຄືນໃໝ່. ແຕ່ຖ້າບຸກຄົນທີ່ຢູ່ໃນແຜນກໍານົດພະນັກງານມີບັນຫາ, ເສື່ອມຖອຍຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິວັດ, ມີການສວຍໃຊ້ໜ້າທີ່ຕໍາແໜ່ງ, ສໍ້ລາດບັງຫຼວງ, ຜູ້ທີ່ເຄື່ອນໄຫວບໍ່ຖືກຕ້ອງ ແລະ ບໍ່ສອດຄ່ອງກັບແນວທາງຂອງພັກ, ກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ ຕ້ອງເດັດດ່ຽວ, ແກ້ໄຂບຸກຄົນເຫຼົ່ານັ້ນດ້ວຍມາດຕະການຕ່າງໆ ຢ່າງຂາດຕົວ ແລະ ເອົາອອກຈາກແຜນກໍານົດ ເພື່ອເອົາເປົ້າໝາຍໃໝ່ທີ່ມີມາດຕະຖານ, ເງື່ອນໄຂທີ່ຄົບຖ້ວນກວ່າ ປ່ຽນແທນ ບົນພື້ນຖານປະຕິບັດຕາມບາດກ້າວ, ຂັ້ນຕອນ, ວິທີການໃນການສ້າງແຜນກໍານົດພະນັກງານ ໄດ້ກໍານົດໄວ້.