ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ຄະນະຈັດຕັ້ງສູນກາງພັກ ຈັດຕັ້ງເຜີຍແຜ່-ເຊື່ອມຊຶມມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 4 ສະໄໝທີ XI ແລະ ປາຖະກະຖາວັນເກີດປະທານ ສຸພານຸວົງ ຄົບຮອບ 113 ປີ
ຈຳນວນຜູ້ອ່ານ: 45
ອະນຸມັດວັນທີ: 29/07/2022

       ໃນວັນທີ 29 ກໍລະກົດ 2022 ຄະນະຈັດຕັ້ງສູນກາງພັກ ໄດ້ຈັດກອງປະຊຸມເຜີຍແຜ່-ເຊື່ອມຊຶມມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 4 ສະໄໝທີ XI ແລະ ປາຖະກະຖາວັນເກີດປະທານ ສຸພານຸວົງ ຄົບຮອບ 113 ປີ ໂດຍການໃຫ້ກຽດເຂົ້າຮ່ວມ ແລະ ເຜີຍແຜ່ເອກະສານດັ່ງກ່າວຂອງ ສະຫາຍ ນາງ ບຸດສະດີ ທະນະເມືອງ ກຳມະການສູນກາງພັກ, ຮອງເລຂາຄະນະພັກ, ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ ແລະ ສະຫາຍ ທອງຈັນ ໂຂງພູມຄຳ ກຳມະການປະຈໍາພັກ, ຮອງ​ຫົວໜ້າ​ຄະນະ​ຈັດ​ຕັ້ງສູນ​ກາງ​ພັກ, ມີຄະນະນຳຫ້ອງການ, ຄະນະກົມ ແລະ ພະນັກງານ-ລັດຖະກອນທົ່ວສຳນັກງານຄະນະຈັດຕັ້ງສູນກາງພັກເຂົ້າຮ່ວມ.

       ໃນວາລະທຳອິດ ກອງປະຊຸມໄດ້ຮັບຟັງການເຜີຍແຜ່-ເຊື່ອມຊຶມ ມະຕິ 4 ສະໄໝທີ XI ຂອງຄະນະບໍລິຫານງານສູນກາງພັກ ໂດຍການບັນຍາຍ-ເຜີຍແຜ່ຂອງສະຫາຍ ນາງ ບຸດສະດີ ທະນະເມືອງ ເຊິ່ງສະຫາຍໄດ້ຍົກໃຫ້ເຫັນສະພາບການຂອງໂລກໃນປະຈຸບັນ, ສິ່ງທ້າທາຍ ແລະ ທ່າຂະຫຍາຍໃນຕໍ່ໜ້າ ເຊິ່ງມີຜົນກະທົບດ້ານຕ່າງໆຕໍ່ພາກພື້ນ ແລະ ສາກົນ; ຍົກໃຫ້ເຫັນຜົນການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານ ແລະ ແຜນເງິນຕາ ຕົ້ນປີ 2022 ຕິດພັນກັບຜົນການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ເຫັນວ່າສາມາດຮັບປະກັນສະຖຽນລະພາບຂອງເສດຖະກິດມະຫາພາກ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍໂດຍພື້ນຖານ. ພ້ອມນີ້ ສະຫາຍຍັງໄດ້ຍົກໃຫ້ເຫັນທິດຊີ້ນຳຂອງຄະນະບໍລິຫານງານສູນກາງພັກໃນຕໍ່ໜ້າ ເປັນຕົ້ນການເສີມຂະຫຍາຍ ທ່າແຮງ-ຄວາມສາມາດບົ່ມຊ້ອນຂະແໜງເສດຖະກິດປາຍແຫຼມ ຫຼື ຂະແໜງການພັດທະນາບູລິມະສິດ, ຊຸກຍູ້ ສົ່ງເສີມຜູ້ປະກອບການທຸລະກິດຂະໜາດໜ້ອຍ, ຂະໜາດກາງ ແລະ ຈຸນລະວິສາຫະກິດ ໃຫ້ມີຄວາມເຂັ້ມແຂງ,  ເພີ່ມທະວີການພັດທະນາຊັບພະຍາກອນມະນຸດໃຫ້ມີຄຸນນະພາບສູງ, ປັບປຸງລະບົບການຈັດຕັ້ງ, ກົງຈັກ ແລະ ກົນໄກການເຄື່ອນໄຫວຂອງອົງການບໍລິຫານລັດ ຕາມທິດເຂັ້ມແຂງ ແລະ ມີປະສິດທິພາບ, ການຄົ້ນຄວ້າທິດສະດີ ແລະ ສະຫລຸບພຶດຕິກຳ ໃຫ້ແກ່ການສ້າງປະຖົມປັດໄຈເພື່ອກ້າວຂຶ້ນສູ່ຈຸດໝາຍສັງຄົມນິຍົມ, ການກະກຽມດຳເນີນ ກອງປະຊຸມວຽກງານການເມືອງແນວຄິດທົ່ວປະເທດ ຄັ້ງທີ V ແລະ ຄວາມເປັນເຈົ້າການຊຸກຍູ້ຂະບວນຈັດຕັ້ງຜັນ ຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກເຂົ້າສູ່ວຽກງານຕົວຈິງໃຫ້ມີຜົນສຳເລັດ.

       ໃນວາລະທີສອງ ສະຫາຍ ທອງຈັນ ໂຂງພູມຄຳ ກຳມະການປະຈໍາພັກ, ຮອງ​ຫົວໜ້າ​ຄະນະ​ຈັດ​ຕັ້ງສູນ​ກາງ​ພັກ ໄດ້ປາຖະກະຖາວັນຄ້າຍວັນເກີດປະທານ ສຸພານຸວົງ ຄົບຮອບ 113 ປີ ໂດຍສະຫາຍໄດ້ເລົ່າປະຫວັດການເຄື່ອນໄຫວ ຂອງປະທານ ສຸພານຸວົງ ທີ່ໄດ້ອຸທິດຕົນເພື່ອພາລະກິດປະຕິວັດຕໍ່ສູ້ປົດປ່ອຍປະເທດຊາດ ເຊິ່ງຄຸນງາມຄວາມດີ, ຄຸນສົມບັດ-ສິນທຳປະຕິວັດ ແລະ ແບບແຜນການດຳລົງຊີວິດທີ່ປອດໃສຂາວສະອາດທີ່ເປັນມູນເຊື້ອອັນດີງາມຂອງ ປະທານ ສຸພານຸວົງ ຍາມໃດກໍ່ເປັນແວ່ນແຍງອັນໃສແຈ້ງໃຫ້ແກ່ຄົນຮຸ່ນເກີດໃໝ່ໃຫຍ່ລຸນໄດ້ຮໍ່າຮຽນເອົາເປັນແບບຢ່າງ ແລະ ຍືນຍົງຢູ່ໃນພາລະກິດປະຕິວັດຂອງຊາດລາວຕະຫຼອດໄປ.