ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ພິທີມອບ-ຮັບອາຄານສູນຝຶກອົບຮົມ ແລະ ຫໍພັກຂອງຄະນະຈັດຕັ້ງສູນກາງພັກ ໃຫ້ສະຖາບັນການເມືອງ-ການປົກຄອງແຫ່ງຊາດຄຸ້ມຄອງ-ນຳໃຊ້
ຈຳນວນຜູ້ອ່ານ: 51
ອະນຸມັດວັນທີ: 29/07/2022

ຂ່າວ: ນ.ວິລະສະໄໝ

ພາບ: ນ.ຈັນອາລີຈິດ

       ປະຕິບັດຕາມຂໍ້ຕົກລົງເລກທີ 530/ຄຈສພ ລົງວັນທີ 21 ກໍລະກົດ 2022 ວ່າດ້ວຍການມອບ-ຮັບອາຄານສູນຝຶກອົບຮົມ ແລະ ຫໍພັກຂອງຄະນະຈັດຕັ້ງສູນກາງພັກ ໃຫ້ສະຖາບັນການເມືອງ-ການປົກຄອງແຫ່ງຊາດຄຸ້ມຄອງ-ນຳໃຊ້, ໃນວັນທີ 28 ກໍລະກົດ 2022 ຄະນະຈັດຕັ້ງສູນກາງພັກ ໄດ້ຈັດພິທີມອບ-ຮັບຕຶກອາຄານ 2 ຫຼັງ ພ້ອມດ້ວຍອຸປະກອນຮັບໃຊ້ຈຳນວນໜຶ່ງ ໃຫ້ສະຖາບັນການເມືອງ-ການປົກຄອງແຫ່ງຊາດຄຸ້ມຄອງ-ນຳໃຊ້ ພາຍໃຕ້ການເຂົ້າຮ່ວມຂອງສະຫາຍ ນາງ ບຸດສະດີ ທະນະເມືອງ ກໍາມະການສູນກາງພັກ, ຮອງເລຂາຄະນະພັກ, ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ, ສະຫາຍ ນາງ ຄຳຫຼ້າ ແກ້ວອຸ່ນຄຳ ກຳມະການປະຈຳພັກ, ຮອງຫົວໜ້າສະຖາບັນການເມືອງການປົກຄອງແຫ່ງຊາດ, ມີຜູ້ຕາງໜ້າຄະນະນຳ ຄະນະຈັດຕັ້ງສູນກາງພັກ, ຄະນະນຳ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ຜູ້ຕາງໜ້າຈາກກະຊວງການເງິນ, ກະຊວງແຜນການ ແລະ ການລົງທຶນ, ກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມດ້ວຍພາກສ່ວນກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.

       ໃນພິທີດັ່ງກ່າວ ສະຫາຍ ພູຂົງ ພິລາເພັດ ຄະນະພັກ, ຫົວໜ້າຫ້ອງການ ຄຈສພ ໄດ້ຜ່ານປະຫວັດຄວາມເປັນມາໂດຍຫຍໍ້ຂອງອາຄານ, ຜ່ານຂໍ້ຕົກລົງຂອງຄະນະຈັດຕັ້ງສູນກາງພັກ ວ່າດ້ວຍການມອບອາຄານໃຫ້ ສມປຊ ເຊິ່ງອາຄານດັ່ງກ່າວເປັນໂຄງການລົງທຶນກໍ່ສ້າງດ້ວຍແຜນງົບປະມານຂອງລັດ ມີຄະນະຈັດຕັ້ງສູນກາງພັກເປັນເຈົ້າຂອງໂຄງການ ໄດ້ເລີ່ມລົງມືດຳເນີນກໍ່ສ້າງຕົ້ນປີ 2010 ແລະ ສຳເລັດໃນທ້າຍປີ 2012, ໂຄງການກໍ່ສ້າງອາຄານດັ່ງກ່າວໄດ້ຮັບການສ້າງຕັ້ງຂຶ້ນບົນພື້ນຖານການຄົ້ນຄວ້າ ແລະ ຕົກລົງເຫັນດີຂອງຄະນະເລຂາທິການສູນກາງພັກ ມີຈຸດປະສົງສ້າງເປັນສູນຝຶກອົບຮົມ, ກໍ່ສ້າງຖັນແຖວພະນັກງານ-ລັດຖະກອນ ຂົງເຂດວຽກງານຈັດຕັ້ງ, ກໍ່ສ້າງພັກ-ພະນັກງານ ແລະ ວຽກງານກວດກາ ນັບແຕ່ສູນກາງລົງຮອດທ້ອງຖິ່ນ ແນໃສ່ກໍ່ສ້າງ-ບຳລຸງຍົກລະດັບຄວາມຮູ້ວິຊາສະເພາະ, ແນໃສ່ສ້າງຄວາມເຂັ້ມແຂງໃຫ້ອົງການເສນາທິການຂອງຄະນະພັກ ຄະນະນຳຂັ້ນຕ່າງໆໃນທົ່ວປະເທດ.

       ການມອບຕຶກອາຄານ ຈຳນວນ 2 ຫຼັງ ຄື: ອາຄານຫ້ອງຮຽນ ແລະ ຫໍພັກ ພ້ອມດ້ວຍອຸປະກອນຮັບໃຊ້ຈຳນວນໜຶ່ງ  ແມ່ນເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການອາຄານຫ້ອງຮຽນ ແລະ ຫໍພັກຂອງ ສມປຊ ທີ່ຍັງບໍ່ພຽງພໍ, ເພື່ອຄວາມສະດວກໃນການຄຸ້ມຄອງ-ນຳໃຊ້ ແລະ ປົກປັກຮັກສາອາຄານ ສະຖານທີ່ໃຫ້ມີຄວາມເໝາະສົມກັບສະພາບການຕົວຈິງໃນປະຈຸບັນ ໃຫ້ມີປະສິດທິພາບ, ປະສິດທິຜົນ, ສອດຄ່ອງກັບພາລະບົດບາດ ແລະ ທີ່ຕັ້ງຂອງຕຶກອາຄານ, ຄະນະຈັດຕັ້ງສູນກາງພັກ ຈຶ່ງໄດ້ສະເໜີຂໍຄຳເຫັນ ແລະ ໄດ້ຮັບການອະນຸມັດຈາກຂັ້ນເທິງ ໃຫ້ມອບໂອນສິດຄຸ້ມຄອງນຳໃຊ້ຕຶກອາຄານທັງ 2 ຫຼັງ ພ້ອມອຸປະກອນຈຳນວນໜຶ່ງ ໃຫ້ຂຶ້ນກັບສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ເພີ່ມເງື່ອນໄຂສະດວກດ້ານພື້ນຖານໂຄງລ່າງໃຫ້ແກ່ສະຖາບັນ ເພື່ອນຳໃຊ້ເຂົ້າໃນການຮຽນ-ການສອນໄດ້ຢ່າງເຕັມສ່ວນກວ່າເກົ່າ.

       ຕາງໜ້າໃຫ້ຫ້ອງການ ສມປຊ ສະຫາຍ ຄົມວິກິດ ສິມມະລີວົງ ຮອງຫົວໜ້າຫ້ອງການ ສມປຊ ໄດ້ມີຄຳເຫັນກ່າວຮັບການມອບຕຶກອາຄານທັງ 2 ຫຼັງ ແລະ ເຊັນບົດບັນທຶກຮ່ວມກັນກັບຫ້ອງການ ຄຈສພ ໂດຍມີຕາງໜ້າຄະນະນຳທັງສອງຝ່າຍ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານ.