ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ກົມໂຄສະນາກໍ່ສ້າງພັກ-ພະນັກງານ ຈັດກອງປະຊຸມສະຫລຸບຖອດຖອນບົດຮຽນ ແລະ ຝຶກອົບຮົມວຽກງານວິຊາສະເພາະ
ຈຳນວນຜູ້ອ່ານ: 92
ອະນຸມັດວັນທີ: 21/07/2022

ຂ່າວ: ຄອນຄຳ

ພາບ: ແສງອາລຸນ

       ໃນລະຫວ່າງວັນທີ 21-22 ກໍລະກົດ 2022 ກົມໂຄສະນາກໍ່ສ້າງພັກ-ພະນັກງານ (ກຄກພ) ຄະນະຈັດຕັ້ງສູນກາງພັກ (ຄຈສພ) ໄດ້ຈັດກອງປະຊຸມສະຫລຸບຖອດຖອນບົດຮຽນ ແລະ ຝຶກອົບຮົມວຽກງານໂຄສະນາກໍ່ສ້າງພັກ-ພະນັກງານບັນດາແຂວງທົ່ວປະເທດ ຢູ່ທີ່ແຂວງຄຳມ່ວນ ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ປອ ວິສຸກ ພົມພິທັກ ຄະນະພັກ ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ, ມີທ່ານ ສົມໃຈ ພານີຈັນ ກຳມະການປະຈຳພັກແຂວງ, ຫົວໜ້າຄະນະຈັດຕັ້ງແຂວງຄຳມ່ວນ ເປັນປະທານຮ່ວມ, ມີທ່ານ ພອນສະຫວັນ ໄຊຊະນະ ຄະນະພັກ ຄຈສພ, ຮັກສາການຫົວໜ້າ ກຄກພ, ມີວິທະຍາກອນທີ່ເປັນອະດີດການນຳຈາກ ກຄກພ ແລະ ສຳມະນາກອນທີ່ມາຈາກບັນດາແຂວງທົ່ວປະເທດ ພ້ອມດ້ວຍພະນັກງານພາຍໃນ ກຄກພ ລວມທັງໝົດ 60 ກວ່າທ່ານ.

       ໃນວາລະກອງປະຊຸມ ທ່ານ ພອນສະຫວັນ ໄຊຊະນະ ຄະນະພັກ ຄຈສພ, ຮັກສາການຫົວໜ້າ ກຄກພ ໄດ້ສະຫລຸບລາຍງານວຽກງານໂຄສະນາກໍ່ສ້າງພັກ-ພະນັກງານໄລຍະຜ່ານມາ, ຕີລາຄາດ້ານດີ, ດ້ານອ່ອນ-ຂໍ້ຄົງຄ້າງ, ບົດຮຽນທີ່ຖອດຖອນໄດ້ ແລະ ທິດທາງແຜນການໃນຕໍ່ໜ້າ; ຈາກນັ້ນ ທ່ານ ປອ ວິສຸກ ພົມພິທັກ ຄະນະພັກ ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ, ປະທານກອງປະຊຸມ ໄດ້ມີຄຳຖາມເຈາະຈິ້ມໃຫ້ຜູ້ເຂົ້າຮ່ວມປະກອບຄຳເຫັນຕໍ່ກອງປະຊຸມດັ່ງກ່າວ ມີບັນຫາໃດຍັງຫຍຸ້ງຍາກ ແລະ ຄວນປັບປຸງແກ້ໄຂບັນຫາໃດແດ່ ເພື່ອເຮັດໃຫ້ວຽກງານດັ່ງກ່າວນີ້ມີບາດກ້າວພົ້ນເດັ່ນສູ່ຄຸນນະພາບໃໝ່. ຕໍ່ຈາກນັ້ນ ຜູ້ເຂົ້າຮ່ວມໄດ້ມີຄຳເຫັນຕໍ່ຄຳຖາມເຈາະຈິ້ມຢ່າງກົງໄປກົງມາ ເຊິ່ງເປັນການແລກປ່ຽນບົດຮຽນລະຫວ່າງບັນດາແຂວງຕໍ່ການເຄື່ອນໄຫວວຽກງານດັ່ງກ່າວ ເຮັດໃຫ້ກອງປະຊຸມມີເນື້ອໃນອຸດົມສົມບູນ ແລະ ມີທ່າກ້າວທີ່ດີໃຫ້ແກ່ການປັບປຸງວຽກງານໂຄສະນາກໍ່ສ້າງພັກ-ພະນັກງານ ໃຫ້ທັນກັບຄວາມຮຽກຮ້ອງຕ້ອງການໜ້າທີ່ການເມືອງໃນໄລຍະໃໝ່.

       ກອງປະຊຸມຄັ້ງນີ້ໄດ້ຈັດເປັນ 2 ວາລະ ຄື: 1. ສະຫລຸບຖອດຖອນບົດຮຽນວຽກງານໂຄສະນາກໍ່ສ້າງພັກ-ພະນັກງານໃນໄລຍະຜ່ານມາ ແລະ 2. ຝຶກອົບຮົມຍົກລະດັບກ່ຽວກັບວິຊາການຂຽນບົດ ຂຽນຂ່າວ ແລະ ສ້າງຄວາມຮັບຮູ້-ເຂົ້າໃຈກ່ຽວກັບວຽກງານໂຄສະນາ ເຊິ່ງກອງປະຊຸມ-ຝຶກອົບຮົມໃນລັກສະນະນີ້ໄດ້ຈັດມາແລ້ວ 5 ຄັ້ງ ແລະ ເທື່ອນີ້ເປັນຄັ້ງທີ 6 ທີ່ໄດ້ສືບຕໍ່ພັດທະນາວຽກງານດັ່ງກ່າວມາເປັນແຕ່ລະໄລຍະ ໂດຍມີການຫັນປ່ຽນຮູບແບບການໂຄສະນາເປັນທັນສະໄໝຕາມຍຸກສະໄໝເທື່ອລະກ້າວ. ຜ່ານມາເຫັນວ່າວຽກ​ງານ​ໂຄສະນາ​ກໍ່ສ້າງ​ພັກ-ພະນັກງານ ​ໄດ້​ປະຕິບັດ​ພາລະ​ບົດບາດ-ໜ້າ​ທີ່​ຂອງ​ຕົນຢ່າງ​ກວ້າງຂວາງ, ​ເລິກ​ເຊິ່ງ ​ແລະ ມີ​ປະສິດທິ​ຜົນ​ສູງ​ສົມຄວນ ໃນການ​ເປັນກະບອກສຽງໂຄສະນາແນວທາງ​ຂອງ​ພັກ ​ກ່ຽວກັບວຽກ​ງານຈັດຕັ້ງ, ກໍ່ສ້າງ​ພັກ, ກໍ່ສ້າງ​ພະນັກງານ ​ແລະ ວຽກ​ງານ​ປັບປຸງ​ກົງຈັກ​ການຈັດຕັ້ງ​ຂອງ​ພັກ ເຊິ່ງເປັນການປະກອບສ່ວນອັນສໍາຄັນເຂົ້າໃນວຽກງານລວມຂອງພັກ-ຂອງຊາດ.

       ຄຽງຄູ່ກັບຜົນງານໃນໄລຍະຜ່ານມາ ​ເມື່ອ​ທຽບ​ໃສ່​ຄວາມ​ຮຽກຮ້ອງ​ຕ້ອງການ​ ​ແລະ ການ​ເລັ່ງທວງ​ຂອງ​ໜ້າ​ທີ່​ການ​ເມືອງ​ໃນ​ເງື່ອນ​ໄຂ​ໃໝ່​ແລ້ວ ​ເຫັນ​ວ່າ​ວຽກ​ງານ​ໂຄສະນາ​ກໍ່ສ້າງ​ພັກ-ພະນັກງານ ຍັງ​ຮຽກຮ້ອງ​ຕ້ອງການເນື້ອໃນທີ່ແຫຼມຄົມກວ່າເກົ່າ, ຕ້ອງການເຕັກນິກວິຊາການທີ່ກ້າວໄປສູ່ຄຸນນະພາບໃໝ່ຢ່າງຕັ້ງໜ້າ.

       ໃນຕອນທ້າຍພິທີ ຜູ້ເຂົ້າຮ່ວມໄດ້ຮັບຟັງຄຳເຫັນໂອ້ລົມຈາກທ່ານ ປອ ວິສຸກ ພົມພິທັກ ເຊິ່ງໄດ້ເນັ້ນໃຫ້ຜູ້ເຂົ້າຮ່ວມນຳເອົາບົດຮຽນຈາກການຝຶກອົບຮົມຄັ້ງນີ້ໄປໝູນໃຊ້ໃຫ້ເກີດດອກອອກຜົນ, ນຳເອົາເນື້ອໃນຈິດໃຈກອງປະຊຸມ-ຝຶກອົບຮົມຄັ້ງນີ້ ສະເໜີຕໍ່ຄະນະພັກ ຄະນະນຳແຂວງຂອງຕົນເພື່ອພິຈາລະນາຍົກສູງຄວາມສຳຄັນວຽກ​ງານ​ໂຄສະນາ​ກໍ່ສ້າງ​ພັກ-ພະນັກງານ, ຊຸກຍູ້ສົ່ງເສີມ​ເຮັດ​ໃຫ້​ວຽກ​ງານ​ດັ່ງກ່າວ​ເປັນ​ກະບອກ​ສຽງ​ອັນ​ແຫຼມຄົມ​ຂອງ​ພັກ, ສາມາດ​ປະຕິບັດ​ບົດບາດ​ໂຄສະນາ​ເຜີຍ​ແຜ່​ແນວທາງ​ການ​ເມືອງ, ​​ແນວທາງ​ການຈັດຕັ້ງຂອງ​ພັກ​ໃນ​ລະ​ໄລຍະ​ໃໝ່​, ປະກອບສ່ວນ​ເຂົ້າໃນຂະບວນການລວມຜັນຂະຫຍາຍ​ມະຕິ​ກອງ​ປະຊຸມ​ໃຫຍ່​ຂອງ​ພັກ​ວາງ​ອອກ ໃນ​ແຕ່ລະ​ໄລຍະໃຫ້​ປະກົດ​ຜົນ​ເປັນ​ຮູບ​ປະ​ທໍາ​ຢ່າງ​ແທ້​ຈິງ.