ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ຄະນະຈັດຕັ້ງສູນກາງພັກ ຈັດພິທີມອບ-ຮັບໜ້າທີ່ຫົວໜ້າກົມຜູ້ເກົ່າ ແລະ ຜູ້ໃໝ່.
ຈຳນວນຜູ້ອ່ານ: 65
ອະນຸມັດວັນທີ: 06/07/2022

ຂ່າວ : ລັດດາວັນ

ພາບ : ຄອນຄຳ + ແສງອາລຸນ

     ອີງຕາມມະຕິຕົກລົງຂອງຄະນະເລຂາທິການສູນກາງພັກ ວ່າດ້ວຍການແຕ່ງຕັ້ງຫົວໜ້າກົມຄຸ້ມຄອງພະນັກງານ, ຮັກສາການຫົວໜ້າກົມກົມກໍ່ສ້າງພັກ ແລະ ຮັກສາການຫົວໜ້າກົມໂຄສະນາກໍ່ສ້າງພັກ-ພະນັກງານ, ໃນຕົ້ນເດືອນ ກໍລະກົດ 2022 ຢູ່ທີ່ສຳນັກງານຄະນະຈັດຕັ້ງສູນກາງພັກ ໄດ້ຈັດພິທີມອບ-ຮັບໜ້າທີ່ຫົວໜ້າກົມຜູ້ເກົ່າ ແລະ ຜູ້ໃໝ່ ຈຳນວນ 3 ກົມ ດັ່ງກ່າວທີ່ຂຶ້ນກັບສຳນັກງານຄະນະຈັດຕັ້ງສູນກາງພັກ ໂດຍມີສະຫາຍ ນາງ ບຸດສະດີ ທະນະເມືອງ ກໍາມະການສູນກາງພັກ, ຮອງເລຂາຄະນະພັກ, ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ, ມີສະຫາຍ ທອງຈັນ ໂຂງພູມຄຳ ຄະນະປະຈຳພັກ, ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ, ສະຫາຍ ປອ. ວິສຸກ ພົມພິທັກ ຄະນະພັກ, ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ, ມີຜູ້ຕາງໜ້າຈາກບັນດາກົມ, ຫ້ອງການ ແລະ ພະນັກງານ-ລັດຖະກອນກົມກ່ຽວຂ້ອງເຂົ້າຮ່ວມ.

     ໃນພິທີ ຫົວໜ້າກົມຜູ້ເກົ່າໄດ້ຂຶ້ນຜ່ານບົດສະຫລຸບຫຍໍ້ການຈັດຕັ້ງປະຕິບັດໜ້າທີ່ວຽກງານຂອງຕົນໃນໄລຍະຜ່ານມາ, ຕີລາຄາດ້ານດີ, ດ້ານອ່ອນ-ຂໍ້ຄົງຄ້າງ, ບົດຮຽນທີ່ຖອດຖອນໄດ້ ແລະ ທິດທາງແຜນການໃນຕໍ່ໜ້າ ທີ່ຫົວໜ້າກົມ ແລະ ຮັກກສາການຫົວໜ້າກົມຜູ້ໃໝ່ຈະຕ້ອງໄດ້ສືບຕໍ່ນຳພາໜ້າທີ່ໃໝ່ຕະລອດໄລຍະຄວາມຮັບຜິດ ຊອບຂອງຕົນ; ຈາກນັ້ນ ຫົວໜ້າກົມ ແລະ ຮັກກສາການຫົວໜ້າກົມຜູ້ໃໝ່ ໄດ້ຂຶ້ນມີຄຳເຫັນ ແລະ ພ້ອມກັນເຊັນມອບ-ຮັບໜ້າທີ່ຊ່ອງໜ້າຜູ້ເຂົ້າຮ່ວມເປັນສັກຂີພິຍານນຳກັນ.

     ໃນວັນທີ 1 ກໍລະກົດ 2022 ໄດ້ຈັດພິທີມອບ-ຮັບໜ້າທີ່ລະຫວ່າງ ສະຫາຍ ດອນ ໄພວົງ ຄະນະພັກ ຄຈສພ, ເລຂາໜ່ວຍພັກ, ຫົວໜ້າກົມໂຄສະນາກໍ່ສ້າງພັກ-ພະນັກງານ (ຜູ້ເກົ່າ) ແລະ ສະຫາຍ ພອນສະຫວັນ ໄຊຊະນະ ຄະນະພັກ ຄຈສພ, ເລຂາໜ່ວຍພັກ, ຮັກສາການຫົວໜ້າກົມໂຄສະນາກໍ່ສ້າງພັກ-ພະນັກງານ (ຜູ້ໃໝ່);

     ວັນທີ 4 ກໍລະກົດ 2022 ໄດ້ຈັດພິທີມອບ-ຮັບໜ້າທີ່ລະຫວ່າງ ສະຫາຍ ປອ. ວິສຸກ ພົມພິທັກ ຄະນະພັກ ຄຈສພ, ເລຂາໜ່ວຍພັກ, ຫົວໜ້າກົມກໍ່ສ້າງພັກ (ຜູ້ເກົ່າ) ແລະ ສະຫາຍ ນາງ ສີບານ ສີສະອາດ ຄະນະພັກ ຄຈສພ, ຮັກສາການຫົວໜ້າກົມກໍ່ສ້າງພັກ (ຜູ້ໃໝ່);

     ວັນທີ 5 ກໍລະກົດ 2022 ໄດ້ຈັດພິທີມອບ-ຮັບໜ້າທີ່ລະຫວ່າງ ສະຫາຍ ດວງຕາ ຈູມພາວັນ ເລຂາໜ່ວຍພັກ, ຫົວໜ້າກົມຄຸ້ມຄອງພະນັກງານ (ຜູ້ເກົ່າ) ແລະ ສະຫາຍ ດອນ ໄພວົງ ຄະນະພັກ ຄຈສພ, ເລຂາໜ່ວຍພັກ, ຫົວໜ້າກົມຄຸ້ມຄອງພະນັກງານ (ຜູ້ໃໝ່);

     ໃນຕອນທ້າຍຂອງພິທີ ສະຫາຍ ນາງ ບຸດສະດີ ທະນະເມືອງ ກໍາມະການສູນກາງພັກ, ຮອງເລຂາຄະນະພັກ, ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ ໄດ້ມີຄຳເຫັນໂອ້ລົມຍົກໃຫ້ເຫັນເຖິງຄວາມໝາຍຄວາມສຳຄັນການແຕ່ງຕັ້ງ, ການຍົກຍ້າຍ ແລະ ການຈັດວາງ-ຊັບຊ້ອນພະນັກງານ ແມ່ນການປະຕິບັດນະໂຍບາຍຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງ ແລະ ໜ້າທີ່ວຽກງານວິຊາສະເພາະໃນແຕ່ລະໄລຍະ ແລະ ກໍ່ເປັນເລື່ອງປົກກະຕິ ໃນການປະຕິບັດກົນໄກວຽກງານຄຸ້ມຄອງພະນັກງານຕາມນະໂຍບາຍລວມຂອງພັກ ກໍ່ຄືວຽກງານຈັດຕັ້ງທີ່ພາກສ່ວນກ່ຽວຂ້ອງເຄີຍປະຕິບັດກັນມາ; ສະຫາຍໄດ້ເນັ້ນໃຫ້ບັນດາສະຫາຍທີ່ໄດ້ຮັບໜ້າທີ່ໃໝ່ ເອົາໃຈໃສ່ເຮັດສຳເລັດໜ້າທີ່ການເມືອງທີ່ໄດ້ຮັບມອບໝາຍ ສຸດຄວາມສາມາດ, ເປັນເສນາທິການໃຫ້ຄະນະພັກ ຄະນະຈັດຕັ້ງສູນກາງພັກ ຕາມພາລະບົດບາດໜ້າທີ່ຂອງກົມຕົນຮັບຜິດຊອບ ໃຫ້ມີຜົນງານໃໝ່ໃຫຍ່ຫຼວງກວ່າເກົ່າ.