ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ໜ່ວຍພັກກົມກໍ່ສ້າງພັກ ຈັດພິທີຮັບສະມາຊິກພັກສົມບູນ 1 ສະຫາຍ
ຈຳນວນຜູ້ອ່ານ: 38
ອະນຸມັດວັນທີ: 29/06/2022

ຂ່າວ: ວິລະສະໄໝ

ພາບ: ບານ ມູນປະເສີດ

     ໃນວັນທີ 28 ມິຖຸນາ 2022 ໜ່ວຍພັກກົມກໍ່ສ້າງພັກ ຄະນະຈັດຕັ້ງສູນກາງພັກ ໄດ້ຈັດພິທີເລື່ອນສະມາຊິກພັກສຳຮອງເປັນສະມາຊິກພັກສົມບູນ 1 ສະຫາຍ ໂດຍ​ການ​ເຂົ້າຮ່ວມ ແລະ ມີຄຳເຫັນໂອ້ລົມ​ຂອງ​ສະຫາຍ ນ. ສີບານ ສີສະອາດ ຄະນະພັກ ຄະນະຈັດຕັ້ງສູນກາງພັກ, ເລຂາ​ໜ່ວຍ​ພັກ​ກົມ​ກໍ່ສ້າງພັກ, ຮັກສາການຫົວໜ້າກົມກໍ່ສ້າງພັກ, ມີຜູ້ຕາງໜ້າຈາກບັນດາໜ່ວຍພັກ ແລະ ອົງການຈັດຕັ້ງມະຫາຊົນອ້ອມຂ້າງຄະນະຈັດຕັ້ງສູນກາງພັກ ພ້ອມດ້ວຍສະມາຊິກພັກພາຍໃນໜ່ວຍເຂົ້າຮ່ວມ.

     ຜ່ານການຝຶກຝົນຫຼໍ່ຫຼອມຕົນເອງໃນສະໄໝສຳຮອງ 12 ເດືອນ ເຫັນວ່າສະມາຊິກພັກສຳຮອງໄດ້ມີຄວາມຫ້າວຫັນ, ມີຄວາມຮັບຜິດຊອບສູງ ແລະ ມີຜົນສຳເລັດໃນໜ້າທີ່ການເມືອງທີ່ໄດ້ຮັບມອບໝາຍ ແລະ ມີທ່າກ້າວໃນການພັດທະນາຕົນເອງໃຫ້ກາຍເປັນອີກໜຶ່ງກຳລັງແຮງໃນການເປັນເສນາທິການຊ່ວຍໜ່ວຍພັກ, ໜ່ວຍພັກໄດ້ພິຈາລະນາເຫັນວ່າຄົບຕາມມາດຖານເງື່ອນໄຂ ແລະ ໄດ້ປະຊາມະຕິເຫັນດີເປັນເອກະພາບເລື່ອນສະມາຊິກສຳຮອງເປັນສະມາຊິກພັກສົມບູນ.

     ໃນພິທີດັ່ງກ່າວ ໄດ້ຜ່ານມະຕິຕົກລົງຂອງຄະນະປະຈຳພັກ ຄະນະຈັດຕັ້ງສູນກາງພັກ ວ່າດ້ວຍການເລື່ອນສະມາຊິກພັກສຳຮອງເປັນສະມາຊິກພັກສົມບູນ, ຈາກນັ້ນ ສະມາຊິກພັກສົມບູນ 2 ສະຫາຍທີ່ຕິດຕາມມີຄຳເຫັນຢັ້ງຢືນ, ສະມາຊິກພັກສົມບູນໃໝ່ຂຶ້ນກ່າວຄຳປະຕິຍານ, ຈາກນັ້ນ ສະຫາຍເລຂາໜ່ວຍພັກໄດ້ຂຶ້ນກ່າວຄຳເຫັນ ແລະ ຈັບມືຮັບເອົາສະມາຊິກພັກສົມບູນໃໝ່ເຂົ້າເປັນກຳລັງແຮງໃນການປະຕິບັດໜ້າທີ່ການເມືອງຊ່ວຍໜ່ວຍພັກຂອງຕົນສືບເນື່ອງຕໍ່ໄປ.

     ໃນຕອນທ້າຍຂອງພິທີ ສະຫາຍ ນ. ສີບານ ສີສະອາດ ຄະນະພັກ ຄະນະຈັດຕັ້ງສູນກາງພັກ ເລຂາ​ໜ່ວຍ​ພັກ​ກົມ​ກໍ່ສ້າງພັກ, ໄດ້ມີຄຳເຫັນໂອ້ລົມຕໍ່ສະມາຊິກພັກສົມບູນໃໝ່ ແລະ ຜູ້ເຂົ້າຮ່ວມ ໃຫ້ເອົາໃຈໃສ່ສືບຕໍ່ຝຶກຝົນຫຼໍ່ຫຼອມຕົນເອງໃນທຸກດ້ານ ໂດຍສະເພາະດ້ານຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດໃຫ້ໜັກແໜ້ນ, ກຳແໜ້ນບັນດາສິດ, ໜ້າທີ່ ແລະ ຂໍ້ຫ້າມຕ່າງໆຂອງສະມາຊິກພັກ, ກຳແໜ້ນກົດລະບຽບພັກ  ເປັນເຈົ້າການປະຕິບັດກົດລະບຽບຂອງພັກຢ່າງເຂັ້ມງວດ ເພື່ອເຮັດລ້ອນໜ້າທີ່ການເມືອງທີ່ໄດ້ຮັບມອບໝາຍ ແລະ ເປັນກໍາລັງແຮງຊ່ວຍວຽກໃຫ້ໜ່ວຍພັກໃນການເປັນເສນາທິການໃຫ້ຄະນະພັກ ຄະນະຈັດຕັ້ງສູນກາງພັກ, ເປັນແບບຢ່າງນຳໜ້າມະຫາຊົນ ກາຍເປັນສະມາຊິກພັກທີ່ມີຄຸນນະພາບ, ມີຄວາມຈົງຮັກພັກດີຕໍ່ອຸດົມການຂອງພັກ ແລະ ກາຍເປັນຜູ້ສືບທອດທີ່ດີຂອງພັກຕໍ່ໄປ.