ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ຄຈສພ ຈັດກອງປະຊຸມເຜີຍແຜ່, ເຊື່ອມຊຶມຂໍ້ກຳນົດວ່າດ້ວຍການປະຕິບັດນະໂຍບາຍຕໍ່ພະນັກງານ-ລັດຖະກອນ ແລະ ປະກາດປັບປຸງການຈັດຕັ້ງພາຍໃນ.
ຈຳນວນຜູ້ອ່ານ: 69
ອະນຸມັດວັນທີ: 28/06/2022

ຂ່າວ : ລັດດາວັນ ສີຫານຸວົງ

ພາບ: ແສງອາລຸນ ຈັນທາທອນ

     ໃນຕອນບ່າຍຂອງວັນທີ 27 ມີຖຸນາ 2022 ຄະນະຈັດຕັ້ງສູນກາງພັກ ໄດ້ຈັດກອງປະຊຸມເຜີຍແຜ່, ເຊື່ອມຊຶມຂໍ້ກຳນົດວ່າດ້ວຍການປະຕິບັດນະໂຍບາຍຕໍ່ພະນັກງານ-ລັດຖະກອນ-ພະນັກງານບຳນານ ແລະ ປະກາດການປັບປຸງການຈັດຕັ້ງພາຍໃນ ພາຍໃຕ້ການເປັນປະທານຂອງສະຫາຍ ນາງ ບຸດສະດີ ທະນະເມືອງ ກໍາມະການສູນກາງພັກ, ຮອງເລຂາຄະນະພັກ, ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ, ມີຄະນະພັກ ຄຈສພ, ຄະນະກົມ ແລະ ພະນັກງານ-ລັດຖະກອນພາຍໃນສຳນັກງານຄະນະຈັດຕັ້ງສູນກາງພັກເຂົ້າຮ່ວມ.

     ກອງປະຊຸມ ສະຫາຍ ທອງຈັນ ໂຂງພູມຄຳ ຄະນະປະຈໍາພັກ, ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ ໄດ້ເຜີຍແຜ່ຂໍ້ກຳນົດຂອງຄະນະຈັດຕັ້ງສູນກາງພັກ ກ່ຽວກັບການປະຕິບັດນະໂຍບາຍຕໍ່ພະນັກງານ-ລັດຖະກອນ ແລະ ພະນັກງານບຳນານພາຍໃນສຳນັກງານ ຄຈສພ ສະບັບເລກທີ 308/ຄຈສພ ລົງວັນທີ 16 ພຶດສະພາ 2022, ເພື່ອເປັນ ບ່ອນອີງໃນການຈັດຕັ້ງປະຕິບັດນະໂຍບາຍພາຍໃນ ໃຫ້ຖືກຕ້ອງ ສອດຄ່ອງກັບສະພາບຕົວຈິງ,  ເປັນເອກະພາບ, ໂປ່ງໃສ, ຍຸຕິທຳ ແລະ ສາມາດກວດສອບໄດ້.

     ວາລະຕໍ່ມາ ໄດ້ປະກາດການແຕ່ງຕັ້ງ, ປັບປຸງ, ຊັບຊ້ອນພະນັກງານພາຍໃນຄະນະຈັດຕັ້ງສູນກາງພັກ ຕາມມະຕິຕົກລົງຂອງຄະນະເລຂາທິການສູນກາງພັກ ແລະ ມະຕິຕົກລົງຂອງຄະນະຈັດຕັ້ງສູນກາງພັກ ໂດຍໄດ້ຕົກລົງເຫັນດີ ແຕ່ງຕັ້ງ : ສະຫາຍ ດວງຕາ ຈູມພາວັນ ຫົວໜ້າກົມຄຸ້ມຄອງພະນັກງານ ເປັນຜູ້ຊ່ວຍວຽກຂອງຄະນະຈັດຕັ້ງສູນກາງພັກ; ສະຫາຍ ດອນ ໄພວົງ ເລຂາໜ່ວຍພັກ, ຫົວໜ້າກົມໂຄສະນາກໍ່ສ້າງພັກ-ພະນັກງານ ເປັນເລຂາໜ່ວຍພັກ, ຫົວໜ້າກົມຄຸ້ມຄອງພະນັກງານ; ສະຫາຍ ນາງ ສີບານ ສີສະອາດ ຮອງເລຂາໜ່ວຍພັກ, ຮອງຫົວໜ້າກົມກໍ່ສ້າງພັກ ເປັນເລຂາໜ່ວຍພັກ, ຮັກສາການຫົວໜ້າກົມກໍ່ສ້າງພັກ ແລະ ສະຫາຍ ພອນສະຫວັນ ໄຊຊະນະ ຮອງເລຂາໜ່ວຍພັກ, ຮອງຫົວໜ້າກົມກົງຈັກການຈັດຕັ້ງ ແລະ ກົດລະບຽບພັກ ເປັນເລຂາໜ່ວຍພັກ, ຮັກສາການຫົວໜ້າກົມໂຄສະນາກໍ່ສ້າງພັກ-ພະນັກງານ.

     ຕອນທ້າຍກອງປະຊຸມ ຜູ້ເຂົ້າຮ່ວມໄດ້ຮັບຟັງຄຳເຫັນໂອ້ລົມຂອງສະຫາຍ ນາງ ບຸດສະດີ ທະນະເມືອງ, ກໍາມະການສູນກາງພັກ, ຮອງເລຂາຄະນະພັກ, ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ ໂດຍໄດ້ເນັ້ນໃຫ້ບັນດາສະຫາຍທີ່ຖືກແຕ່ງຕັ້ງ-ຊັບຊ້ອນ ພ້ອມດ້ວຍພະນັກງານ-ລັດຖະກອນທົ່ວສຳນັກງານ ຄຈສພ ຈົ່ງພ້ອມກັນເພີ່ມທະວີຄວາມ ຮັບຜິດຊອບໜ້າທີ່ການເມືອງທີ່ໄດ້ຮັບມອບໝາຍໃຫ້ສູງຂຶ້ນກວ່າເກົ່າ, ແລກປ່ຽນປະສົບການ-ຖອດຖອນບົດຮຽນ ເຊິ່ງກັນ ແລະ ກັນ, ຮັບປະກັນຜົນສຳເລັດໜ້າທີ່ວຽກງານໃຫ້ກ້າວສູ່ຄຸນນະພາບໃໝ່ຢ່າງບໍ່ຢຸດຢັ້ງ.