ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ຄຈສພ ແລະ ກະຊວງ ຕສ ຮ່ວມກັນຈັດຊຸດຝຶກອົບຮົມການນຳໃຊ້ລະບົບສື່ສານພາກລັດ (G-chat)
ຈຳນວນຜູ້ອ່ານ: 43
ອະນຸມັດວັນທີ: 07/06/2022

ໂດຍ: ວິລະສະໄໝ ຍົດບຸນມີ

     ໃນວັນທີ 7 ມິຖຸນາ 2022 ຄະນະຈັດຕັ້ງສູນກາງພັກ (ຄຈສພ) ຮ່ວມກັບກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ຈັດຝຶກອົບຮົມການຕິດຕັ້ງ ແລະ ການນຳໃຊ້ລະບົບສື່ສານພາກລັດ (G-chat) ຢູ່ທີ່ສະໂມສອນ ຄຈສພ ໂດຍການເຂົ້າຮ່ວມຂອງສະຫາຍ ພູຂົງ ພິລາເພັດ ຄະນະພັກ, ຫົວໜ້າຫ້ອງການ ຄຈສພ, ມີສະຫາຍ ປອ ທະວີສັກ ມະໂນທັມ ຄະນະພັກ, ຫົວໜ້າສູນບໍລິຫານລັດດິຈິຕອນ ກຕສ, ມີຄະນະກົມ ແລ ຕາງໜ້າພະແນກ ພາຍໃນ ຄຈສພ ພ້ອມວິທະຍາກອນ ຈາກ ກຕສ ຈຳນວນ 40 ກວ່າຄົນເຂົ້າຮ່ວມ.

     ໃນຍຸກປະຈຸບັນການນຳໃຊ້ເຕັກໂນໂລຊີ ການສື່ສານ ແລະ ຂໍ້ມູນຂ່າວສານຖືເປັນເຄື່ອງມືສຳຄັນໃນການຫັນເປັນອຸດສາຫະກຳ ແລະ ຫັນເປັນທັນສະໄໝ ເພື່ອພັດທະນາເສດຖະກິດ-ສັງຄົມ ແລະ ຊັບພະຍາກອນມະນຸດ, ຖ້າຫາກວ່າອົງການໃດ ຮູ້ຈັກນຳໃຊ້ນະວັດຕະກຳສິ່ງປະດິດໃໝ່ທີ່ທັນສະໄໝ ໝູນໃຊ້ເຂົ້າໃນໜ້າທີ່ວຽກງານ ຈະກາຍເປັນເງື່ອນໄຂໃໝ່ ແລະ ເປັນປັດໃຈພື້ນຖານທີ່ເອື້ອອຳນວຍສ້າງຄວາມສະດວກໃນການປະຕິບັດໜ້າທີ່ວຽກງານໃຫ້ມີຄວາມວ່ອງໄວງ່າຍຂຶ້ນກວ່າເກົ່າ ທັງຕອບສະໜອງໄດ້ກັບຄວາມຮຽກຮ້ອງຕ້ອງການໜ້າທີ່ວຽກງານໃນໄລຍະໃໝ່, ອີກບັນຫາໜຶ່ງແມ່ນເພື່ອຫຼີກລ້ຽງລະບົບການເຮັດວຽກໃຫ້ເກີດຄວາມຜິດພາດໜ້ອຍທີ່ສຸດ, ຫຼຸດຜ່ອນການການໃຊ້ແຮງງານຄົນລົງ ແນໃສ່ເຮັດໃຫ້ວຽກງານມີປະສິດທິພາບສູງຂຶ້ນ, ວຽກງານໄອທີແມ່ນມີບົດ ບາດເປັນໝາກຫົວໃຈຫຼັກຂອງການຄຸ້ມຄອງຂໍ້ມູນຕ່າງໆ ໂດຍສະເພາະຊອບແວທີ່ພັດທະນາຂຶ້ນມາໃໝ່ ເຊິ່ງເປັນການຊ່ວຍຫຼຸດຜ່ອນຂັ້ນຕອນການເຮັດວຽກໃຫ້ສັ້ນລົງກວ່າເກົ່າ.

     ຜ່ານມາ ສ່ວນຫຼາຍພວກເຮົາໄດ້ນຳໃຊ້ຊອບແວຮ໌ ແລະ ແອັບຕ່າງໆ ເຊິ່ງເປັນຜະລິດຕະພັນ-ເຄື່ອງມືຂອງຕ່າງປະເທດທີ່ມີຖານຂໍ້ມູນຢູ່ນອກລະບົບການຄວບຄຸມຂອງລັດຖະບານແຫ່ງ ສປປລ; ສິ່ງເຫຼົ່ານີ້ແມ່ນມີຄວາມສ່ຽງຕໍ່ການໂຈລະກຳຂໍ້ມູນໂດຍບໍ່ຮູ້ໂຕ ເປັນສາເຫດໃຫ້ຕ່າງປະເທດຮູ້ການເຄື່ອນໄຫວຕ່າງໆຂອງພວກເຮົາ, ເມື່ອເຫັນໄດ້ສະພາບຄືດັ່ງກ່າວ ລັດຖະບານຈຶ່ງໄດ້ສຸມໃສ່ການພັດທະນາຊອບແວໃຫ້ເປັນຂອງຕົນເອງ ສ້າງຄວາມເຂັ້ມແຂງວຽກງານໄອທີໃນຍຸກປະຈຸບັນ ເພື່ອສາມາດຮັບໃຊ້ວຽກງານລວມຂອງຊາດ, ດັ່ງນັ້ນ ລັດຖະບານຈຶ່ງໄດ້ສ້າງລະບົບສື່ສານພາກລັດ (G-chat) ເຊິ່ງເປັນຜະລິດຕະພັນຂອງຄົນລາວສ້າງຂຶ້ນ ເພື່ອສະດວກໃນການຄຸ້ມຄອງຂໍ້ມູນທາງລັດຖະການໃຫ້ມີຄວາມເຂັ້ມງວດ ປອດໄພ.

     ການຝຶກອົບຮົມໃຊ້ເວລາເຄິ່ງວັນ ໂດຍການບັນຍາຍຖ່າຍທອດຄວາມຮູ້ຈາກວິທະຍາກອນຈາກສູນບໍລິຫານລັດດິຈິຕອນ ກຕສ ເຊິ່ງໄດ້ສ້າງຄວາມຮັບຮູ້ເຂົ້າໃຈຕໍ່ຂະບວນການເຮັດວຽກຂອງລະບົບສື່ສານພາກລັດ ແລະ ມີຄວາມເປັນເອກະພາບຕໍ່ຈຸດປະສົງ ແລະ ເປົ້າໝາຍການນຳໃຊ້ຂອງລະບົບດັ່ງກ່າວ ພ້ອມນີ້ຜູ້ເຂົ້າຮ່ວມຍັງຈະໄດ້ນຳໄປເຜີຍແຜ່ຕໍ່ໃຫ້ພະນັກງານ-ລັດຖະກອນ ພ້ອມກັນໝູນໃຊ້ລະບົບສື່ສານດັ່ງກ່າວເຂົ້າໃນວຽກງານວິຊາສະເພາະຂອງຕົນໄດ້ຢ່າງທົ່ວເຖິງ.