ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ຄຈສພ ຈັດພິທີປະກາດການແຕ່ງຕັ້ງຮອງຫົວໜ້າ ຄຈສພ ແລະ ປາຖະກະຖາປີສາມັກຄີມິດຕະພາບ ລາວ-ຫວຽດນາມ
ຈຳນວນຜູ້ອ່ານ: 42
ອະນຸມັດວັນທີ: 03/06/2022

ຂ່າວ: ຄອນຄຳ

ພາບ: ແສງອາລຸນ

       ໃນວັນທີ 2 ມີຖຸນາ 2022 ຄະນະຈັດຕັ້ງສູນກາງພັກ (ຄຈສພ) ໄດ້ຈັດພິທີປະກາດການແຕ່ງຕັ້ງຮອງຫົວໜ້າ ຄຈສພ ແລະ ປາຖະກະຖາປີສາມັກຄີມິດຕະພາບ ລາວ-ຫວຽດນາມ ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຄົບຮອບ 45 ປີ ແລະ ວັນສ້າງຕັ້ງສາຍພົວພັນການທູດ ລາວ-ຫວຽດນາມ ຄົບຮອບ 60 ປີ ໂດຍການເຂົ້າຮ່ວມຂອງສະຫາຍ ນາງ ສີໃສ ລືເດດມູນສອນ ກໍາມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກ, ມີສະຫາຍ ນາງ ບຸດສະດີ ທະນະເມືອງ ກຳມະການສູນກາງພັກ, ຮອງເລຂາຄະນະພັກ, ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ, ມີຄະນະພັກ ຄຈສພ ແລະ ພະນັກງານ-ລັດຖະກອນພາຍໃນສຳນັກງານຄະນະຈັດຕັ້ງສູນກາງພັກເຂົ້າຮ່ວມຢ່າງພ້ອມພຽງ.

       ໃນພິທີໄດ້ຈັດເປັນ 2 ວາລະ ຄື: ວາລະທຳອິດໄດ້ຈັດພິທີປາຖະກະຖາເລົ່າມູນເຊື້ອມິດຕະພາບຄວາມສາມັກຄີພິເສດລະຫວ່າງ ລາວ ແລະ ຫວຽດນາມ ຮ່ວມກັນຕໍ່ສູ້ຕ້ານຈັກກະພັດຜູ້ຮຸກຮານສະໄໝກ່ອນປົດປ່ອຍປະເທດຊາດ ໂດຍການບັນຍາຍຂອງສະຫາຍ ນາງ ບຸດສະດີ ທະນະເມືອງ ກຳມະການສູນກາງພັກ, ຮອງເລຂາຄະນະພັກ, ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ ເຊິ່ງສະຫາຍໄດ້ຍົກໃຫ້ເຫັນເຖິງມູນເຊື້ອສາຍພົວພັນອັນດີງາມຂອງສອງພັກ ສອງລັດ ແລະ ປະຊາຊົນສອງຊາດ ລາວ ແລະ ຫວຽດນາມ ທີ່ສືບທອດກັນມາຕັ້ງແຕ່ສະໄໝຮ່ວມຄຸມຄອງດຽວກັນຕໍ່ສູ້ຕ້ານພວກຈັກກະພັດຜູ້ຮຸກຮານ ເພື່ອປົດປ່ອຍປະເທດຊາດອອກຈາກແອກປົກຄອງຂອງຈັກກະພັດຕ່າງດ້າວ ເຊິ່ງການປາຖະກະຖາເລົ່າມູນເຊື້ອດັ່ງກ່າວນີ້ໄດ້ສືບທອດກັນມາຢ່າງຕໍ່ເນື່ອງ ເພື່ອໃຫ້ອານຸຊົນຄົນຮຸ່ນໃໝ່ໄດ້ຮັບຮູ້ເຂົ້າໃຈ ແລະ ເສີມຂະຫຍາຍໝາກຜົນ ແລະ ມູນເຊື້ອມິດຕະພາບຄວາມສາມັກຄີພິເສດລະຫວ່າງ ລາວ ແລະ ຫວຽດນາມ ໃຫ້ໝັ້ນຄົງໜຽວແໜ້ນ ແລະ ສວຍສົດງົດງາມຕະຫຼອດໄປ.

     ໃນວາລະທີສອງ ໄດ້ຈັດພິທີປະກາດແຕ່ງຕັ້ງສະຫາຍ ປອ ວິສຸກ ພົມພິທັກ ຄະນະພັກ, ຫົວໜ້າກົມກໍ່ສ້າງພັກ ຂຶ້ນເປັນຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ ຕາມມະຕິຕົກລົງຂອງຄະນະເລຂາທິການສູນກາງພັກ ເລກທີ 113/ຄລສພ ລົງວັນທີ 18 ພຶດສະພາ 2022 ວ່າດ້ວຍການການແຕ່ງຕັ້ງຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ ໂດຍມີສະຫາຍ ນາງ ສີໃສ ລືເດດມູນສອນ ກໍາມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກ ໃຫ້ກຽດມອບມະຕິຕົກລົງ ແລະ ມີຄຳເຫັນໂອ້ລົມຕໍ່ພິທີ ເຊິ່ງສະຫາຍໄດ້ເນັ້ນໃຫ້ຮອງຫົວໜ້າຄະນະຈັດຕັ້ງຜູ້ໃໝ່ ພ້ອມດ້ວຍບັນດາສະຫາຍຄະນະພັກ ຄຈສພ ແລະ ພະນັກງານ-ລັດຖະກອນທົ່ວສຳນັກງານ ຈົ່ງພ້ອມກັນເອົາໃຈໃສ່ຄົ້ນຄວ້ານິຕິກຳຕ່າງໆໃຫ້ເລິກເຊິ່ງ ໃນຖານະເປັນເສນາທິການໃຫ້ຄະນະພັກ ຄຈສພ ເພື່ອເຮັດສຳເລັດໜ້າທີ່ການເມືອງທີ່ໄດ້ຮັບມອບໝາຍ.