ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ຄະນະຈັດຕັ້ງສູນກາງພັກຈັດຝຶກອົບຮົມລັດຖະກອນໃໝ່
ຈຳນວນຜູ້ອ່ານ: 39
ອະນຸມັດວັນທີ: 24/05/2022

         ໂດຍ: ວິລະສະໄໝ

     ປະຕິບັດຕາມຂໍ້ຕົກລົງຂອງຄະນະຈັດຕັ້ງສູນກາງພັກ ສະບັບເລກທີ 95/ຄຈສພ, ລົງວັນທີ 18 ມີນາ 2022 ວ່າດ້ວຍການອະນຸມັດເປີດຝຶກອົບຮົມຄວາມຮູ້ພື້ນຖານໃຫ້ແກ່ລັດຖະກອນໃໝ່ ພາຍໃນຄະນະຈັດຕັ້ງສູນກາງພັກ ປະຈຳປີ 2022. ໃນວັນທີ 23 ພຶດສະພາ 2022 ຄະນະຈັດຕັ້ງສູນກາງພັກ ໄດ້ຈັດຊຸດຝຶກອົບຮົມລັດຖະກອນໃໝ່ ໃຫ້ແກ່ພະນັກງານພາຍໃນຄະນະຈັດຕັ້ງສູນກາງພັກ ໂດຍການເປັນປະທານຂອງສະຫາຍ ນ. ວິໄລວັນ ເພັງສະຫວັດ  ຫົວໜ້າ​ກົມ​ຈັດ​ຕັ້ງ​ພະນັກງານ ຄະນະ​ຈັດ​ຕັ້ງ​ສູນກາງ​ພັກ, ມີຜູ້ຕາງໜ້າຈາກສະຖາບັນຄົ້ນຄວ້າວິທະຍາສາດການປົກຄອງ ແລະ ຝຶກອົບຮົມ ກະຊວງພາຍໃນ ແລະ ສຳມະນາກອນທັງໝົດ 8 ສະຫາຍ, ຍິງ 3 ສະຫາຍ ຈາກຄະນະ​ຈັດ​ຕັ້ງ​ສູນ​ກາງ​ພັກ​ເຂົ້າ​ຮ່ວມ.

     ການຝຶກອົບຮົມຄັ້ງນີ້ເຫັນວ່າມີຄວາມໝາຍຄວາມສຳຄັນຫຼາຍ ເຊິ່ງໃຊ້ເວລາໃນການຝຶກອົບຮົມ 5 ວັນ ແຕ່ວັນທີ 23-27 ພຶດສະພາ 2022 ຕາມຫຼັກສູດຂອງກະຊວງພາຍໃນກຳນົດ; ໃຫ້ກຽດເຜີຍແຜ່ເອກະສານໂດຍສະຫາຍ ນ. ວິໄລວັນ ເພັງສະຫວັດ  ຫົວໜ້າ​ກົມ​ຈັດ​ຕັ້ງ​ພະນັກງານ ຄະນະ​ຈັດ​ຕັ້ງ​ສູນກາງ​ພັກ ແລະ ມີ​ວິທະຍາກອນ​ຈາກ​ສະ​ຖາ​ບັນ​ຄົ້ນ​ຄວ້າ​ວິທະຍາສາດການ​ປົກຄອງ ​ແລະ ຝຶກ​ອົບຮົມ ກະຊວງ​ພາຍໃນ ພັດປ່ຽນກັນຂຶ້ນຫ້ອງສອນ ຕາມຫົວຂໍ້ບົດສອນ 10 ບົດ ດັ່ງນີ້:

  1. ມະຕິຕົກລົງ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງຄະນະຈັດຕັ້ງສູນກາງພັກ ສະບັບເລກທີ 106/ກມສພ, ລົງວັນທີ 3 ເມສາ 2020;
  2. ຂໍ້ກຳນົດ ວ່າດ້ວຍລະບຽບພາຍໃນ ຄະນະຈັດຕັ້ງສູນກາງພັກ ສະບັບເລກທີ 209/ຄຈສພ, ລົງວັນທີ 08 ພະຈິກ 2019;
  3. ຄວາມຮູ້ພື້ນຖານກ່ຽວກັບການບໍລິຫານລັດ ສປປ ລາວ;
  4. ຄວາມຮູ້ພື້ນຖານ ກ່ຽວກັບການຄຸ້ມຄອງລັດຖະກອນ ແຫ່ງ ສປປ ລາວ;
  5. ຄວາມຮູ້ພື້ນຖານກ່ຽວກັບຈັນຍາບັນຂອງລັດຖະກອນ;
  6. ການບໍລິຫານຫ້ອງການ, ເລຂານຸການ;
  7. ພິທີການ ແລະ ມາລະຍາດທາງສັງຄົມ;
  8. ເອກະສານທາງລັດຖະການ ຂອງ ສປປ ລາວ;
  9. ການຈັດມ້ຽນ ແລະ ສຳເນົາເອກະສານ;
  10. ການເຮັດວຽກເປັນໝູ່ຄະນະ (ທີມງານ).

     ການເປີດຊຸດຝຶກອົບຮົມຄັ້ງນີ້ກໍ່ເພື່ອເຮັດໃຫ້ພະນັກງານ-ລັດຖະກອນໃໝ່ ມີຄວາມຮັບຮູ້ ເຂົ້າໃຈການຈັດຕັ້ງ ແລະ ການເຄື່ອນໄຫວຂອງຄະນະຈັດຕັ້ງສູນກາງພັກ, ກົດໝາຍວ່າດ້ວຍພະນັກງານ-ລັດຖະກອນ ແຫ່ງ ສ ປປ ລາວ ແລະ ລະບຽບພາຍໃນຄະນະຈັດຕັ້ງສູນກາງພັກ, ເພື່ອສ້າງແນວຄວາມຄິດໃຫ້ສຳມະນາກອນ ເຂົ້າໃຈແຈ້ງກ່ຽວກັບວຽກງານບໍລິຫານຫ້ອງການ, ເອກະສານທາງລັດຖະການ ແລະ ວຽກງານກ່ຽວຂ້ອງອື່ນໆ ພ້ອມທັງຍົກລະດັບຄວາມຮູ້-ຄວາມສາມາດ, ຄວາມຮັບຜິດຊອບໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານໃຫ້ສູງຂຶ້ນ ແລະ ສ້າງຂອດປະສານງານຕ່າງໆເຂົ້າສູ່ລະບົບຄົບຊຸດ, ຖືກຕ້ອງຕາມຂັ້ນຕອນ ແລະ ລະບຽບການ.