ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ຄະນະຈັດຕັ້ງສູນກາງພັກຈັດພິທີຝຶກອົບຮົມການສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງໃຫ້ພະນັກງານຫຼັກແຫຼ່ງ
ຈຳນວນຜູ້ອ່ານ: 51
ອະນຸມັດວັນທີ: 16/05/2022

ຂ່າວ: ວິລະສະໄໝ

ພາບ: ລັດດາວັນ

     ໃນວັນທີ 16 ພຶດສະພາ 2022 ທີ່ຫ້ອງປະຊຸມຄະນະຈັດຕັ້ງສູນກາງພັກ ໄດ້ຈັດພິທີຝຶກອົບຮົມການສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງໃຫ້ພະນັກງານຫຼັກແຫຼ່ງ ໂດຍການເຂົ້າຮ່ວມຂອງສະຫາຍ ນາງ ບຸດສະດີ ທະນະເມືອງ ກຳມະການສູນກາງພັກ, ຮອງເລຂາຄະນະພັກ, ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ, ມີຄະນະພັກ, ຄະນະຫ້ອງການ, ຄະນະກົມ ແລະ ຫົວໜ້າພະແນກ ເຂົ້າຮ່ວມທັງໝົດ 50 ກວ່າສະຫາຍ.

     ການຝຶກອົບຮົມ ໃຊ້ເວລາ 1 ວັນ, ໂດຍແມ່ນ ສະຫາຍ ທອງຈັນ ໂຂງພູມຄຳ ຄະນະ​​ປະຈໍາພັກ, ຮອງ​ຫົວໜ້າ​ຄະນະ​ຈັດ​ຕັ້ງສູນ​ກາງ​ພັກ ໃຫ້ກຽດເຜີຍແຜ່ເຊື່ອມຊຶມ ເອກະສານນຳມາຝຶກອົບຮົມ ປະກອບມີ: ຄວາມຮູ້ພື້ນຖານກ່ຽວກັບແຜນກຳນົດພະນັກງານ, ມະຕິຂອງກົມການເມືອງສູນກາງພັກ ເລກທີ 032/ກມສພ ລົງວັນທີ 3 ມັງກອນ 2018 ວ່າດ້ວຍວຽກງານສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ, ຄຳແນະນຳຂອງຄະນະຈັດຕັ້ງສູນກາງພັກ ເລກທີ 292/ຄຈສພ ລົງວັນທີ 26 ເມສາ 2018 ກ່ຽວກັບການຈັດຕັ້ງປະຕິບັດມະຕິຂອງກົມການເມືອງສູນກາງພັກວ່າດ້ວຍມາດຕະຖານຂອງພະນັກງານນຳພາ-ຄຸ້ມຄອງ, ວຽກງານຄຸ້ມຄອງພະນັກງານ ແລະ ວຽກງານສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ ແລະ ຮ່າງເອກະສານຕ່າງໆກ່ຽວກັບການສ້າງແຜນກຳນົດພະນັກງານ ແນໃສສ້າງຄວາມຮັບຮູ້-ເຂົ້າໃຈ ແລະ ມີຄວາມເປັນເອກະພາບໃນການຈັດຕັ້ງປະຕິບັດແຕ່ລະບາດກ້າວ-ຂັ້ນຕອນ ພ້ອມແນະນຳການນຳໃຊ້ໂປຼແກຼມ ຫຼື ອຸປະກອນເຄື່ອງມືທີ່ທັນສະໄໝເຂົ້າໃນການສັງລວມຄະແນນທາບທາມ ສ້າງໃຫ້ຜູ້ເຂົ້າຮ່ວມຝຶກອົບຮົມກາຍເປັນຜູ້ຊ່ຽວ ຊານສະເພາະດ້ານໃນຂັ້ນຕໍ່ໄປ.