ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ຄຈສພ ເຜີຍແຜ່-ເຊື່ອມຊຶມເອກະສານສຳຄັນຂອງພັກ-ລັດ ແລະ ປະກາດສັບຊ້ອນພະນັກງານຂັ້ນກົມພາຍໃນສຳນັກງານຈຳນວນໜຶ່ງ.
ຈຳນວນຜູ້ອ່ານ: 59
ອະນຸມັດວັນທີ: 05/05/2022

ຂ່າວ: ຄອນຄຳ

ພາບ: ແສງອາລຸນ + ບານ.

     ໃນວັນທີ 5 ພຶດສະພາ 2022 ຄະນະຈັດຕັ້ງສູນກາງພັກ (ຄຈສພ) ໄດ້ຈັດຕັ້ງເຜີຍແຜ່-ເຊື່ອມຊຶມ ເອກະສານວັນສຳຄັນຂອງພັກ ແລະ ເອກະສານພາຍໃນສຳນັກງານຈຳນວນໜຶ່ງ ໂດຍການເປັນປະທານ ແລະ ໃຫ້ກຽດເຜີຍແຜ່ຂອງສະຫາຍ ທອງຈັນ ໂຂງພູມຄຳ ຄະນະ​​ປະຈໍາພັກ, ຮອງ​ຫົວໜ້າ​ຄະນະ​ຈັດ​ຕັ້ງສູນ​ກາງ​ພັກ, ມີຄະນະນຳຫ້ອງການ, ບັນດາກົມ ແລະ ພະນັກງານ-ລັດຖະກອນທົ່ວສຳນັກງານຄະນະຈັດຕັ້ງສູນກາງພັກເຂົ້າ.

     ເອກະສານທີ່ນຳມາເຜີຍແຜ່-ເຊື່ອມຊຶມ ມີຄຳສັ່ງຂອງຄະນະເລຂາທິການສູນກາງພັກ ເລກທີ 190/ຄລສພ ລົງວັນທີ 29 ກັນຍາ 2021 ວ່າດ້ວຍການປັບປຸງກົງຈັກການຈັດຕັ້ງຂອງບັນດາກະຊວງ-ອົງການ ແລະ ທ້ອງຖິ່ນ, ຄຳແນະນຳຂອງນາຍົກລັດຖະມົນຕີ ເລກທີ 01/ນຍ ລົງວັນທີ 06 ທັນວາ 2021 ວ່າດ້ວຍການຈັດຕັ້ງຜັນຂະຫຍາຍຄຳສັ່ງ ເລກທີ 190/ຄລສພ ພ້ອມນີ້ກໍ່ໄດ້ປະກາດປັບປຸງການຈັດຕັ້ງ-ສັບຊ້ອນພະນັກງານຂັ້ນຮອງຫົວໜ້າກົມພາຍໃນສຳນັກງານ ຄຈສພ ຈຳນວນໜຶ່ງ ຄື:

  1. ຍົກຍ້າຍສະຫາຍ ວຽງວັນ ຄຳພາພັນ ຮອງຫົວໜ້າຫ້ອງການ ໄປເປັນຮອງຫົວໜ້າກົມກໍ່ສ້າງພະນັກງານ.
  2. ຍົກຍ້າຍສະຫາຍ ສີອຳພອນ ຈັນລາຕີ ຮອງຫົວໜ້າກົມຄຸ້ມຄອງພະນັກງານ ໄປເປັນຮອງຫົວໜ້າຫ້ອງການ.
  3. ຍົກຍ້າຍສະຫາຍ ນາງ ແກ້ວໃຈ ແສງມີໄຊ ຮອງຫົວໜ້າຫ້ອງການ ໄປເປັນຮອງຫົວໜ້າກົມໂຄສະນາກໍ່ສ້າງພັກ-ພະນັກງານ.

     ການເຜີຍແຜ່ເຊື່ອມຊຶມຄັ້ງນີ້ແນໃສ່ເພື່ອໃຫ້ຄະນະພັກ-ຄະນະນຳ ພ້ອມດ້ວຍພະນັກງານ-ລັດຖະກອນພາຍໃນສຳນັກງານ ຄຈສພ ໄດ້ຮັບຮູ້ເຂົ້າໃຈ, ກຳແໜ້ນ ເປັນເອກະພາບ ແລະ ເປັນທິດນຳໃນການຈັດຕັ້ງປະຕິບັດຢູ່ໃນຄວາມຮັບຜິດຊອບຂອງຕົນໃຫ້ປະກົດຜົນເປັນຈິງ.