ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ຄະນະຈັດຕັ້ງສູນກາງພັກ ຈັດເຜີຍແຜ່, ເຊື່ອມຊຶມຈັນຍາບັນຂອງພະນັກງານ-ລັດຖະກອນ
ຈຳນວນຜູ້ອ່ານ: 46
ອະນຸມັດວັນທີ: 25/04/2022

ພາບ: ແສງອາລຸນ, ຂ່າວ: ສ.ສົດໃສ

​    ໃນ​ວັນ​ທີ 25 ​ເມສາ 2022 ຄະນະ​ຈັດ​ຕັ້ງ​ສູນ​ກາງ​ພັກ ​ໄດ້​ຈັດພິທີ​ເຜີຍ​ແຜ່, ​ເຊື່ອມຊຶມຈັນ​ຍາ​ບັນ​ຂອງ​ພະນັກງານ-ລັດຖະກອນ​ ​ໂດຍ​ການ​​ເຂົ້າ​ຮ່ວມ​ຂອງ​ສະຫາຍ ນາງ ສີ​ໃສ ລື​ເດດ​ມູນ​ສອນ ກົມ​ການ​ເມືອງ​ສູນ​ກາງ​ພັກ, ​ເລຂາທິການ​ສູນ​ກາງ​ພັກ, ຫົວໜ້າ​ຄະນະ​ຈັດ​ຕັ້ງ​ສູນ​ກາງ​ພັກ, ມີ​ຄະນະ​ພັກ, ຄະນະ​ນຳ​ຂອງ​ຄະນະ​ຈັດ​ຕັ້ງ​ສູນ​ກາງ​ພັກ, ຫົວໜ້າ​ກົມ-ຮອງ​ກົມ ​ແລະ ຫົວໜ້າ​ພະ​ແນ​ກ-ຮອງ​ພະ​ແນ​ກທີ່​ຂຶ້ນ​ກັບ​ຄະນະ​ຈັດ​ຕັ້ງສູນ​ກາງ​ພັ​ກ​ເຂົ້າ​ຮ່ວມ.

​   ພິທີດັ່ງກ່າວ ສະຫາຍ ທອງ​ຈັນ ​ໂຂງ​ພູມ​ຄຳ ຄະນະ​ປະຈຳ​ພັກ, ຮອງ​ຫົວໜ້າ​ຄະນະ​ຈັດ​ຕັ້ງ​ສູນ​ກາງ​ພັກ, ​ໄດ້ຂຶ້ນເຜີຍ​ແຜ່, ​ເຊື່ອມ​ຊຶມເອກະສາ​ນສຳ​ຄັນ 2 ສະບັບ​ຄື: ດຳລັດ​ວ່າ​ດ້ວຍ​ຈັນ​ຍາ​ບັນ​ຂອງ​ພະນັກງານ-ລັດຖະກອນ ​ເລກທີ 184/ລບ, ລົງ​ວັນ​ທີ 26/6/2019 ​ແລະ ຄຳ​ແນະນຳ​ການຈັດ​ຕັ້ງ​ປະຕິບັດ​ວຽກ​ງານຈັນຍາ​ບັນຂອງ​ພະນັກງານ​-ລັດຖະກອນ ​ເລກທີ 04/ພນ, ລົງ​ວັນ​ທີ 2 ​ເມສາ 2021 ຈຸດປະສົງ​​ເພື່ອ​ເປັນ​ການ​ເພີ່ມ​ທະວີ​ການ​ຍົກ​ສູງ​ຈັນ​ຍາ​ບັນ​ຂອງ​ພະນັກງານ-ລັດຖະກອນທົ່ວ​ສຳນັກງານ​ ຄະ​ນະ​ຈັດ​ຕັ້ງ​ສູນກາງ​ພັກ ​ໃຫ້​ມີ​ຄຸນ​ທາດ​ການ​ເມືອງ, ຄຸນສົມບັດ​ສິນ​ທຳ​ປະຕິວັດ​ໜັກ​ແໜ້ນ, ມີ​ຄວາມ​ຮັບຜິດ​ຊອບ​ສູງ​ຕໍ່ໜ້າ​ທີ່​ວຽກ​ງານ​ຂອງ​ຕົນ, ມີ​ສະຕິ​ຕື່ນ​ຕົວ​ເຄົາລົບ, ປະຕິບັດ​ກົດໝາຍ ​ແລະ ລະບຽບ​ການ​ຢ່າງ​ເຂັ້ມ​ງວດ​, ມີ​ປະສິດທິພາບປະກອບສ່ວນ​ເຂົ້າ​ໃນ​ການ​ປົກ​ປັກ​ຮັກສາ ​ແລະ ພັດທະນາ​ປະ​ເທດ​ຊາດ​ໃຫ້​ມີ​ຄວາມ​ຈະ​ເລີ​ນ, ສີວິ​ໄລ​ຍິ່ງໆ​ຂຶ້ນ​ໄປ.

    ຕອນ​ທ້າຍ​ຂອງ​ພິທີ ບັນດາ​ຜູ້​ເຂົ້າ​ຮ່ວມ​ຍັງ​ໄດ້​​​ທາ​ບທາມ ​ແລະ ປ່ອນ​ບັດ​ຄັດ​ເລືອກ​ເອົາ​ບຸກຄະລາ​ກອນ​​ເຂົ້າ​ໃນຕຳ​ແໜ່​ງສຳຄັນ​ຂອງ​ຄະນະ​ຈັດ​ຕັ້ງ​ສູນ​ກາງ​ພັກ​ຕື່ມ​ອີກ...ຯ