ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ກອງປະຊຸມສະຫຼຸບແຜນການກໍ່ສ້າງໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2021 ແລະ ປາຖະກະຖາວັນສ້າງຕັ້ງຄະນະຈັດຕັ້ງສູນກາງພັກ ຄົບຮອບ 67 ປີ.
ຈຳນວນຜູ້ອ່ານ: 82
ອະນຸມັດວັນທີ: 19/04/2022

ໂດຍ : ນ. ລັດດາວັນ ສີຫານຸວົງ

     ໃນວັນທີ 19 ເມສາ 2022 ຢູ່ທີ່ຫ້ອງປະຊຸມໃຫຍ່ຄະນະ​ຈັດ​ຕັ້ງ​ສູນ​ກາງ​ພັກ ໄດ້ຈັດກອງປະຊຸມສະຫຼຸບແຜນການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2021 ຂອງບັນດາໜ່ວຍພັກ ທີ່ຂຶ້ນກັບອົງຄະນະພັກ ຄະນະຈັດຕັ້ງສູນກາງພັກ ແລະ ປາຖະກະຖາວັນສ້າງຕັ້ງຄະນະຈັດຕັ້ງສູນກາງພັກ ຄົບຮອບ 67 ປີ (25/3/1955-25/3/2022) ໃຫ້ກຽດເຂົ້າຮ່ວມເປັນປະທານ ແລະ ມີຄຳເຫັນໂອ້ລົມຕໍ່ພິທີດັ່ງກ່າວໂດຍ ສະຫາຍ ນາງ ສີໃສ ລືເດດມູນສອນ ກໍາມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ເລຂາຄະນະພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກ, ມີ ສະຫາຍ ນາງ ບຸດສະດີ ທະນະເມືອງ ກຳມະການສູນກາງພັກ, ຮອງເລຂາຄະນະພັກ, ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ, ມີຄະນະພັກ ຄຈສພ, ຄະນະໜ່ວຍພັກບັນດາກົມ ແລະ ສະມາຊິກພັກເຂົ້າຮ່ວມຢ່າງພ້ອມພຽງ.

     ກອງປະຊຸມ, ໄດ້ສະຫຼຸບຕີລາຄາການຈັດຕັ້ງປະຕິບັດແຜນການກໍ່ສ້າງໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2021, ໂດຍໄດ້ຍົກໃຫ້ເຫັນດ້ານດີ, ດ້ານອ່ອນ-ຂໍ້ຄົງຄ້າງ, ສາເຫດ, ບົດຮຽນທີ່ຖອດຖອນໄດ້ ແລະ ພ້ອມກັນຄົ້ນຄວ້າປະກອບຄຳຄິດຄຳເຫັນຢ່າງກົງໄປກົງມາ ເພື່ອວາງທິດທາງແຜນການໃນຕໍ່ໜ້າ, ຜ່ານການຕີລາຄາຄຸນນະພາບ ແລະ ແບ່ງປະເພດໜ່ວຍພັກຈາກ 08 ໜ່ວຍພັກ ສາມາດຢັ້ງຢືນເປັນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ໄດ້ 08 ໜ່ວຍພັກ ຄື: ໜ່ວຍພັກກົມກໍ່ສ້າງພັກ, ກົມກໍ່ສ້າງພະນັກງານ, ກົມຈັດຕັ້ງ-ພະນັກງານ, ກົມຄຸ້ມຄອງພະນັກງານ, ກົມປ້ອງກັນພັກ-ພະນັກງານ, ກົມກົງຈັກການຈັດຕັ້ງ ແລະ ກົດລະບຽບພັກ, ກົມໂຄສະນາກໍ່ສ້າງພັກ-ພະນັກງານ ແລະ ໜ່ວຍພັກຫ້ອງການ. ໃນນີ້ ການຕີລາຄາຄຸນນະພາບແບ່ງປະເພດສະມາຊິກພັກ ມີສະມາຊິກພັກປະເພດແຂງ 109 ສະຫາຍ, ຍິງ 47 ສະຫາຍ ເທົ່າກັບ 91%, ປະເພດກາງ 13 ສະຫາຍ, ຍິງ 08 ສະຫາຍ ເທົ່າກັບ 8.95%.

     ໃນຕອນທ້າຍພິທີ, ຜູ້ເຂົ້າຮ່ວມໄດ້ຮັບຟັງຄຳເຫັນໂອ້ລົມຂອງ ສະຫາຍ ນາງ ສີໃສ ລືເດດມູນສອນ ເຊິ່ງສະຫາຍໄດ້ຍ້ອງຍໍຊົມເຊີຍຕໍ່ຜົນງານການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ພ້ອມກັບມີທິດຊີ້ນຳໃນການປັບປຸງແກ້ໄຂບັນຫາທີ່ຍັງຄົງຄ້າງ ເພື່ອຕອບສະໜອງໄດ້ກັບໜ້າທີ່ການເມືອງໃນໄລຍະໃໝ່ ໂດຍສະເພາະຕ້ອງເຫັນໄດ້ຄວາມສຳຄັນຂອງວຽກງານຈັດຕັ້ງ, ກໍ່ສ້າງພັກ-ພະນັກງານ, ກຳໃຫ້ໄດ້ທ່າແຮງຂອງສະມາຊິກພັກ, ຂໍ້ສະດວກ, ຂໍ້ຫຍຸ້ງຍາກ, ພ້ອມນັ້ນ ກໍຕ້ອງສົ່ງເສີມພະນັກງານຜູ້ທີ່ມີຜົນງານ, ສ່ວນຜູ້ທີ່ຍັງມີຂໍ້ຄົງຄ້າງ ກໍຕ້ອງສືບຕໍ່ຕິດຕາມ, ສຶກສາອົບຮົມເຂົົາເຈົ້າດ້ວຍຄວາມຈິງໃຈ, ແກ້ໃຫ້ຖືກຈຸດ, ຫຼີກລ່ຽງແນວຄິດອັກຄະຕິ, ກຸ່ມກ້ອນ ສ້າງຄວາມສາມັກຄີເປັນເອກະພາບພາຍໃນໃຫ້   ໜັກແໜ້ນກວ່າເກົ່າ.

     ໃນຕອນບ່າຍ, ໄດ້ຈັດປາຖະກະຖາວັນສ້າງຕັ້ງຄະນະຈັດຕັ້ງສູນກາງພັກ ຄົບຮອບ 67 ປີ (25/3/1955-25/3/2022), ໃຫ້ກຽດປາຖະກະຖາໂດຍ ສະຫາຍ ທອງຈັນ ໂຂງພູມຄຳ ຄະນະປະຈຳພັກ, ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ, ເຊິ່ງໄດ້ຍົກໃຫ້ເຫັນເຖິງປະຫວັດແຫ່ງການກຳເນີດ, ເຕີບໃຫຍ່ຂະຫຍາຍຕົວຂອງຄະນະຈັດຕັ້ງສູນກາງພັກ; ພ້ອມນັ້ນ, ກໍໃຫ້ຮູ້ເຖິງຜົນງານທີ່ພົ້ນເດັ່ນ, ຂໍ້ຄົງຄ້າງ ແລະ ບົດຮຽນທີ່ຖອດຖອນໄດ້ໃນໄລຍະ 67 ປີຜ່ານມາ; ສະຫາຍ ຍັງໄດ້ເນັ້ນໜັກບາງບັນຫາທີ່ຕ້ອງໄດ້ເອົາໃຈໃສ່ໃນຕໍ່ໜ້າ ເປັນຕົ້ນແມ່ນ ພະນັກງານຈັດຕັ້ງຕ້ອງເຫັນໄດ້ຄວາມສຳຄັນຂອງວຽກງານຈັດຕັ້ງ, ກໍ່ສ້າງພັກ-ພະນັກງານ, ກຳໄດ້ພາລະບົດບາດ, ສິດ, ໜ້າທີ່ຂອງຕົນ ແລະ ຕັ້ງໜ້າປະຕິບັດໜ້າທີ່ ທີ່ຕົນຮັບຜິດຊອບຢ່າງມີປະສິດຕິຜົນ. ເພື່ອຮັກສາມູນເຊື້ອ ແລະ ຜົນງານອັນໃຫຍ່ຫລວງທີ່ຄະນະຈັດຕັ້ງສູນກາງພັກຍາດມາໄດ້ນັ້ນ, ຮຽກຮ້ອງໃຫ້ພະນັກງານທຸກຄົນ-ສະມາຊິກພັກທຸກສະຫາຍ ຈົ່ງພ້ອມກັນຕັ້ງໜ້າຝຶກຝົນຫລໍ່ຫລອມຕົນເອງໃນທຸກດ້ານ ໂດຍສະເພາະຕ້ອງຍຶດໝັ້ນຈັນຍາບັນ, ຈັນຍາທຳ ຂອງພະນັກງານຈັດຕັ້ງ ເພື່ອສືບຕໍ່ເຮັດພາລະກິດປະຕິວັດທີ່ການນຳຮຸ່ນກ່ອນໄດ້ສ້າງໄວ້ໃຫ້ໝັ້ນຄົງຕະຫລອດໄປ.