ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ຫົວໜ້າຄະນະຈັດຕັ້ງສູນກາງພັກ ຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຄຳມ່ວນ
ຈຳນວນຜູ້ອ່ານ: 60
ອະນຸມັດວັນທີ: 18/03/2022

ໂດຍ: ບານ ມູນປະເສີດ

     ໃນວັນທີ 16 ມີນາ 2022 ພາຍຫຼັງສຳເລັດການຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ທ່ານ ນາງ ສີໃສ ລືເດດມູນສອນ ກຳມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກ ພ້ອມດ້ວຍຄະນະ ໄດ້ສືບຕໍ່ຢ້ຽມຢາມ ພົບປະໂອ້ລົມ ແລະ ເຮັດວຽກຢູ່ແຂວງຄຳມ່ວນ ໂດຍໃຫ້ການຕ້ອນຮັບຢ່າງອົບອຸ່ນຈາກການນໍາຫຼັກແຫຼ່ງຂອງແຂວງ ຕະຫຼອດຮອດສະມາຊິກພັກ-ພະນັກງານ ແລະ ພໍ່ແມ່ປະຊາ ຊົນຊາວແຂວງຄໍາມ່ວນ.

     ໃນໂອກາດມາຢ້ຽມຢາມຄັ້ງນີ້ ໄດ້ພົບປະໂອ້ລົມ ແລະ ເຮັດວຽກຮ່ວມກັບການນໍາຂອງແຂວງ ເປັນຕົ້ນໄດ້ພົບປະກັບເລຂາພັກແຂວງ, ຄະນະຈັດຕັ້ງແຂວງ ແລະ ພົບປະໂອ້ລົມຕໍ່ການນໍາ, ພະນັກງານ-ສະມາຊິກພັກເມືອງທ່າແຂກ. ໃນໂອກາດດັ່ງກ່າວ ທ່ານ ວັນໄຊ ພອງສະຫວັນ ກໍາມະການສູນກາງພັກ, ເລຂາພັກແຂວງ ເຈົ້າແຂວງຄຳມ່ວນ ໄດ້ລາຍງານສະພາບການຈັດຕັ້ງປະຕິບັດໜ້າທີ່ການເມືອງໄລຍະຜ່ານມາ ເຊິ່ງສະແດງໃຫ້ເຫັນເຖິງຜົນສໍາເລັດຫຼາຍດ້ານ ໂດຍເພາະວຽກງານຈັດຕັ້ງໃນໄລຍະຜ່ານມາ ມີທັງດ້ານດີ-ດ້ານອ່ອນ ແລະ ຂໍ້ຫຍຸ້ງຍາກຕ່າງໆ ເປັນຕົ້ນບັນຫາການຂະຫຍາຍພັກ, ການຄຸ້ມຄອງສະມາຊິກພັກ-ພະນັກງານຢູ່ເຂດຫ່າງໄກສອກຫຼີກ, ການສ້າງແຜນກໍານົດພະນັກງານ ແລະ ບັນຫາອື່ນໆ... ພ້ອມດຽວກັນນີ້ກໍໄດ້ແລກປ່ຽນຄໍາເຫັນທາງດ້ານວິຊາການລະຫວ່າງທີມງານຈາກຄະນະຈັດຕັ້ງສູນກາງພັກ ແລະ ຄະນະຈັດຕັ້ງແຂວງດ້ວຍການເຈາະຈີ້ມຖາມ-ຕອບ ເຮັດໃຫ້ການພົບປະຄັ້ງນີ້ເຕັມໄປດ້ວຍເນື້ອໃນ ແລະ ມີບົດຮຽນທີ່ດີ.

     ພາຍຫຼັງມີການແລກປ່ຽນບົດຮຽນທາງດ້ານວິຊາການຮ່ວມກັນແລ້ວ ທ່ານ ນາງ ສີໃສ ລື​ເດດ​ມູນ​ສອນ ​ກຳມະການກົມ​ການ​ເມືອງ​ສູນ​ກາງ​ພັກ, ​ເລຂາທິການ​ສູນ​ກາງ​ພັກ, ຫົວໜ້າ​ຄະນະ​ຈັດ​ຕັ້ງ​ສູນ​ກາງ​ພັກ ໄດ້ມີຄຳເຫັນໂອ້ລົມ ເພື່ອໃຫ້ທິດຊີ້ນຳຕໍ່ຄະນະພັກ-ຄະນະນຳຂອງແຂວງ ໂດຍເນັ້ນໃສ່ວຽກງານຈັດຕັ້ງ, ກໍ່ສ້າງພັກ-ພະນັກງານ ໃນຖານະຄະນະຈັດຕັ້ງແຂວງ ເປັນເສນາທິການໃຫ້ຄະນະບໍລິຫານງານພັກແຂວງໃນວຽກງານພັກ-ພະນັກງານ,​ ວຽກງານກົງຈັກການຈັດຕັ້ງ​, ການສ້າງແຜນກຳນົດພະນັກງານ ແລະ ວຽກງານຄຸ້ມຄອງພະນັກງານ ກ່ອນອື່ນຕ້ອງກຳໄດ້ນິຕິກຳວຽກງານພັກ-ພະນັກງານ, ກົດໝາຍຂອງລັດ ແລະ ນິຕິກຳທີ່ກ່ຽວຂ້ອງວຽກງານວິຊາສະເພາະຂອງຕົນ, ສິ່ງສຳຄັນພະນັກງານຈັດຕັ້ງຕ້ອງມີຄວາມທ່ຽງທຳ, ມີຈັນຍາບັນ, ມີຄຸນທາດການເມືອງໜັກແໜ້ນ, ແກ້ໄຂບັນຫາຢ່າງພາວະວິໄສ ທັນເຫດການ, ປະຕິບັດຕາມຫຼັກການເຮັດວຽກຂອງພັກຢ່າງເຂັ້ມງວດ, ຮັບປະກັນການເປັນເສນາທິການທາງດ້ານວຽກງານຈັດຕັ້ງໃຫ້ທ້ອງຖິ່ນຂອງຕົນນັບມື້ມີຄວາມເຂັ້ມແຂງ​ ແລະ ມີຄຸນນະພາບ​ ຈຶ່ງຈະຮັກສາໄດ້ບົດບາດການນຳພາຂອງພັກ ແລະ ສາມາດເຮັດຫຼ້ອນໜ້າທີ່ການເມືອງທີ່ພັກ-ລັດມອບໝາຍໃຫ້.

     ໃນຕອນບ່າຍຂອງວັນດຽວກັນ ທ່ານນາງ ສີ​ໃສ ລື​ເດດ​ມູນ​ສອນ ພ້ອມດ້ວຍຄະນະ ໄດ້ລົງພົບປະໂອ້ລົມຕໍ່ການນໍາ ແລະ ພະນັກງານ-ສະມາຊິກພັກ ຕະຫຼອດຮອດເລຂາໜ່ວຍພັກບັນດາບ້ານທີ່ຂຶ້ນກັບເມືອງທ່າແຂກ ແລະ ໄດ້ຮັບຟັງການລາຍງານຈາກ ທ່ານ ແກ້ວລັນດອນ ຈັນທະປານີ ກຳມະການປະຈຳພັກແຂວງ, ເລຂາພັກເມືອງ ເຈົ້າເມືອງທ່າແຂກ ນອກນີ້ຍັງໄດ້ແລກປ່ຽນບົດຮຽນກ່ຽວກັບວຽກງານຈັດຕັ້ງ ກໍຄືວຽກງານກໍ່ສ້າງພັກ-ພະນັກງານ, ການສ້າງແຜນກຳນົດພະນັກງານ, ການຄຸ້ມຄອງພະນັກງານ ແລະ ວຽກງານອື່ນອີກ. ໃນຕອນທ້າຍ ທ່ານນາງ ສີໃສ ລືເດດມູນສອນ ໄດ້ມີຄຳເຫັນໂອ້ລົມ ເພື່ອເປັນທິດທາງໃຫ້ແກ່ການຈັດຕັ້ງປະຕິບັດວຽກງານໃນຕໍ່ໜ້າ ໂດຍທ່ານໄດ້ເນັ້ນໃຫ້ຄະນະພັກ-ຄະນະນຳຂອງເມືອງ ແລະ ຂະແໜງການກ່ຽວຂ້ອງແຕ່ລະຂັ້ນ ຕ້ອງເອົາໃຈໃສ່ຊີ້ນຳ-ນຳພາຢ່າງໃກ້ຊິດ ແລະ ທົ່ວເຖິງ ນັບແຕ່ຂະແໜງການລົງຮອດທ້ອງຖິ່ນຮາກຖານ ເພື່ອກຳໄດ້ສະພາບຕົວຈິງ ໂດຍສະເພາະວຽກພັກ-ພະນັກງານ ຕ້ອງຍົກສູງຊີ້ນຳ-ນຳພາ ສາມາດແກ້ໄຂປະກົກການຫຍໍ້ທໍ້ທີ່ເກີດຂຶ້ນຢ່າງທັນການ ທັງເປັນແບບຢ່າງທີ່ດີໃຫ້ແກ່ມະຫາຊົນ, ຕ້ອງມີຄວາມເປັນເອກະພາບ ຮັກສາໄດ້ຄວາມສາມັກຄີພາຍໃນພັກ ມີການຕິຊົມກໍ່ສ້າງເຊິ່ງກັນ ແລະ ກັນ, ບົນພື້ນຖານເພື່ອນສະຫາຍທີ່ຮັກແພງ ເຮັດວຽກງານຢ່າງມີແບບແຜນ ມີການແບ່ງວຽກແບ່ງຄວາມຮັບຜິດຊອບ, ປະຕິບັດຕາມຫຼັກການລວມສູນປະຊາທິປະໄຕ, ຂັ້ນລຸ່ມຕ້ອງປະຕິບັດຕາມຂັ້ນເທິງ  ແລະ ເປັນເຈົ້າການຝຶກຝົນຫຼໍ່ຫຼອມຕົນເອງຢູ່ສະເໝີ ຖ້າເຮັດໄດ້ແນວນີ້ເຊື່ອແນ່ວ່າທຸກຂົງເຂດວຽກງານຈະໄດ້ຮັບການຈັດ ຕັ້ງປະຕິບັດ ແລະ ມີຜົນສຳເລັດເປັນຢ່າງດີ.