ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ຫົວໜ້າຄະນະຈັດຕັ້ງສູນກາງພັກ ຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ
ຈຳນວນຜູ້ອ່ານ: 55
ອະນຸມັດວັນທີ: 16/03/2022

ໂດຍ: ບານ ມູນປະເສີດ

       ໃນວັນທີ 15​ ມີນາ 2022 ທ່ານ ນາງ ສີ​ໃສ ລື​ເດດ​ມູນ​ສອນ ກຳມະການກົມ​ການ​ເມືອງ​ສູນ​ກາງ​ພັກ, ​ເລຂາທິການ​ສູນ​ກາງ​ພັກ, ຫົວໜ້າ​ຄະນະ​ຈັດ​ຕັ້ງ​ສູນ​ກາງ​ພັກ ພ້ອມດ້ວຍຄະນະ ​ໄດ້​ລົງຢ້ຽມຢາມ ພົບປະໂອ້ລົມ ແລະ ​ເຮັດ​ວຽກຢູ່ແຂວງສະຫວັນນະເຂດ ໂດຍ​ໃຫ້ການຕ້ອນຮັບຢ່າງອົບອຸ່ນຈາກການນໍາຫຼັກແຫຼ່ງຂອງແຂວງ ຕະຫຼອດຮອດສະມາຊິກພັກ-ພະນັກງານ ແລະ ພໍ່ແມ່ປະຊາຊົນຊາວແຂວງສະຫວັນນະເຂດ.

       ໃນໂອກາດດັ່ງກ່າວ ທ່ານ ສັນຕິພາບ ພົມວິຫານ ເລຂາພັກແຂວງ ເຈົ້າແຂວງສະຫວັນນະເຂດ ໄດ້ແຈ້ງໃຫ້ຊາບເຖິງສະພາບການດ້ານຕ່າງໆໃນການຈັດຕັ້ງປະຕິບັດໜ້າທີ່ການເມືອງໃນໄລຍະຜ່ານມາເຖິງປະຈຸບັນ ເຊິ່ງສະແດງໃຫ້ເຫັນເຖິງຜົນສໍາເລັດຫຼາຍດາ້ນທີ່ພົ້ນເດັ່ນໃນການນໍາພາ-ຊີ້ນຳຂອງຄະນະພັກ; ນອກນີ້ກໍ່ຍັງມີດ້ານອ່ອນຂໍ້ຄົງຄ້າງ ຈໍານວນໜຶ່ງ ທີ່ຈະໄດ້ສືບຕໍ່ຈັດຕັ້ງປະຕິບັດ ແລະ ປັບປຸງແກ້ໄຂໃນຕໍ່ໜ້າ. ຈາກນັ້ນ ທ່ານ ບົວສອນ ມະຫາວົງ ຄະນະປະຈຳພັກແຂວງ ຫົວໜ້າ​ຄະນະ​ຈັດ​ຕັ້ງ​ແຂວງ ໄດ້ລາຍງານສະພາບລວມຂອງວຽກງານຈັດຕັ້ງໃນໄລຍະຜ່ານມາ​ ຊຶ່ງສະແດງໃຫ້ເຫັນເຖິງດ້ານດີ-ດ້ານອ່ອນ ກໍ່ຄືບັນຫາ ແລະ ຂໍ້ຫຍຸ້ງຍາກຕ່າງໆໃນການຈັດຕັ້ງປະຕິບັດວຽກງານວິຊາສະເພາະ ກໍຄືວຽກງານຈັດຕັ້ງແຕ່ລະໄລຍະ ໂດຍສະເພະບັນຫາການຂະຫຍາຍ ແລະ ຄຸ້ມຄອງສະມາຊິກພັກຢູ່ເຂດຫ່າງໄກສອກຫຼີກ ແລະ ບັນຫາອື່ນໆ ພ້ອມດຽວກັນນີ້ກໍໄດ້ແລກປ່ຽນຄຳເຫັນທາງດ້ານວິຊາການລະຫວ່າງທີມງານຈາກຄະນະ​ຈັດ​ຕັ້ງ​ສູນ​ກາງ​ພັກ ແລະ ຄະນະ​ຈັດ​ຕັ້ງ​ແຂວງດ້ວຍການເຈາະຈີ້ມຖາມ-ຕອບ ເຮັດໃຫ້ການພົບປະຄັ້ງນີ້ເຕັມໄປດ້ວຍເນື້ອໃນ ແລະ ມີບັນຍາກາດທີດີ.

       ພາຍຫຼັງມີການແລກປ່ຽນບົດຮຽນທາງດ້ານວິຊາການຮ່ວມກັນແລ້ວ ທ່ານ ນາງ ສີໃສ ລື​ເດດ​ມູນ​ສອນ ​ກຳມະການກົມ​ການ​ເມືອງ​ສູນ​ກາງ​ພັກ, ​ເລຂາທິການ​ສູນ​ກາງ​ພັກ, ຫົວໜ້າ​ຄະນະ​ຈັດ​ຕັ້ງ​ສູນ​ກາງ​ພັກ ໄດ້ມີຄຳເຫັນໂອ້ລົມ ເພື່ອໃຫ້ທິດຊີ້ນຳຕໍ່ຄະນະຈັດຕັ້ງແຂວງ ໃນຖານະເປັນເສນາທິການໃຫ້ຄະນະບໍລິຫານງານພັກແຂວງໃນວຽກງານພັກ-ພະນັກງານ,​ ວຽກງານກົງຈັກການຈັດຕັ້ງ​ ແລະ ວຽກງານຄຸ້ມຄອງພະນັກງານ ກ່ອນອື່ນຕ້ອງກຳໄດ້ນິຕິກຳວຽກງານພັກ-ພະນັກງານ, ກົດໝາຍຂອງລັດ ແລະ ນິຕິກຳທີ່ກ່ຽວຂ້ອງວຽກງານວິຊາສະເພາະຂອງຕົນ, ສິ່ງສຳຄັນພະນັກງານຈັດຕັ້ງຕ້ອງມີຄວາມທ່ຽງທຳ, ມີຈັນຍາບັນ, ມີຄຸນທາດການເມືອງໜັກແໜ້ນ, ແກ້ໄຂບັນຫາຢ່າງພາວະວິໄສ ທັນເຫດການ, ປະຕິບັດຕາມຫຼັກການເຮັດວຽກຂອງພັກຢ່າງເຂັ້ມງວດ, ຮັບປະກັນການເປັນເສນາທິການທາງດ້ານວຽກງານຈັດຕັ້ງໃຫ້ທ້ອງຖິ່ນຂອງຕົນນັບມື້ມີຄວາມເຂັ້ມແຂງ​ ແລະ ມີຄຸນນະພາບ​ ຈຶ່ງຈະຮັກສາໄດ້ບົດບາດການນຳພາຂອງພັກ ແລະ ສາມາດເຮັດຫຼ້ອນໜ້າທີ່ການເມືອງທີ່ພັກ-ລັດມອບໝາຍໃຫ້.

       ໃນຕອນບ່າຍຂອງວັນດຽວກັນ ທ່ານນາງ ສີ​ໃສ ລື​ເດດ​ມູນ​ສອນ ພ້ອມດ້ວຍຄະນະ ຍັງໄດ້ລົງພົບປະໂອ້ລົມຕໍ່ການນໍາ ແລະ ພະນັກງານ-ສະມາຊິກພັກ ຕະຫຼອດຮອດເລຂາພັກບ້ານຂອງນະຄອນໄກສອນພົມວິຫານ ແລະ ໄດ້ຮັບຟັງລາຍງານຈາກ ສະຫາຍ ປະສົງສິນ ຈະເລີນສຸກ ຄະນະປະຈຳພັກແຂວງ, ເລຂາພັກນະຄອນ, ເຈົ້າຄອງນະຄອນໄກສອນພົມວິຫານ; ນອກນີ້ຍັງໄດ້ແລກປ່ຽນບົດຮຽນກ່ຽວກັບວຽກງານຈັດຕັ້ງ, ວຽກງານກໍ່ສ້າງພັກ-ພະນັກງານ... ແລະ ໃນຕອນທ້າຍ ທ່ານນາງ ສີໃສ ລືເດດມູນສອນ ໄດ້ມີຄຳເຫັນໂອ້ລົມ ເພື່ອເປັນທິດທາງໃຫ້ແກ່ການຈັດຕັ້ງປະຕິບັດວຽກງານໃນຕໍ່ໜ້າ ໂດຍເນັ້ນໃຫ້ຄະນະພັກ-ຄະນະນຳນະຄອນໄກສອນພົມວິຫານ ແລະ ຂະແໜງການກ່ຽວຂ້ອງໂດຍສະເພາະຄະນະຈັດຕັ້ງນະຄອນໄກສອນພົມວິຫານ ຍົກສູງຊີ້ນຳ-ນຳພາ ແກ້ໄຂປະກົກການຫຍໍ້ທໍ້ ແລະ ເປັນແບບຢ່າງທີ່ດີໃຫ້ແກ່ມະຫາຊົນ, ຕ້ອງມີຄວາມເປັນເອກະພາບພາຍໃນພັກ ຮັກສາໄດ້ຄວາມສາມັດຄີ ມີການຕິຊົມກໍ່ສ້າງເຊິ່ງກັນແລະກັນ, ເຮັດວຽກງານຢ່າງມີແບບແຜນ ເພື່ອເຮັດຫຼ້ອນໜ້າທີ່ວຽກງານທີ່ໄດ້ຮັບມອບໝາຍ.