ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ຄະນະຈັດຕັ້ງສູນກາງພັກ ຈັດກອງປະຊຸມເຜີຍແຜ່-ເຊື່ອຊຶມເອກະສານວັນສຳຄັນຂອງພັກ
ຈຳນວນຜູ້ອ່ານ: 49
ອະນຸມັດວັນທີ: 15/03/2022

ຂ່າວ: ວິລະສະໄໝ

ພາບ: ສໍສົດໃສ

     ໃນວັນທີ 15 ມີນາ 2022 ຄະນະຈັດຕັ້ງສູນກາງພັກ ໄດ້ຈັດກອງປະຊຸມເຜີຍແຜ່-ເຊື່ອມຊຶມ ເອກະສານວັນສຳຄັນຂອງພັກ, ຂອງຊາດຈຳນວນໜຶ່ງ ໂດຍການໃຫ້ກຽດເຂົ້າຮ່ວມ ແລະ ເຜີຍແຜ່ເອກະສານດັ່ງກ່າວຂອງ ສະຫາຍ ນາງ ບຸດສະດີ ທະນະເມືອງ ກຳມະການສູນກາງພັກ, ຮອງເລຂາຄະນະພັກ, ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ ແລະ ສະຫາຍ ທອງຈັນ ໂຂງພູມຄຳ ຄະນະ​​ປະຈໍາພັກ, ຮອງ​ຫົວໜ້າ​ຄະນະ​ຈັດ​ຕັ້ງສູນ​ກາງ​ພັກ, ມີຄະນະນຳຫ້ອງການ, ບັນດາກົມ ແລະ ພະນັກງານ-ລັດຖະກອນທົ່ວສຳນັກງານຄະນະຈັດຕັ້ງສູນກາງພັກເຂົ້າຮ່ວມຢ່າງພ້ອມພຽງ.

     ກອງປະຊຸມໄດ້ຮັບຟັງການເຜີຍແຜ່-ເຊື່ອມຊຶມ ມະຕິຕົກລົງວ່າດ້ວຍການເພີ່ມທະວີການນຳພາຂອງພັກ ເພື່ອສ້າງການຫັນປ່ຽນຢ່າງແຂງແຮງ ແລະ ເລິກເຊິ່ງໃນວຽກງານພະນັກງານ, ເອກະສານ 2 ວາລະແຫ່ງຊາດ, ປາຖະກະຖາເລົ່າມູນເຊື້ອວັນສ້າງຕັ້ງອົງການກວດກາພັກ-ລັດ ຄົບຮອບ 40 ປີ ແລະ ເຜີຍແຜ່ເນື້ອໃນກອງປະຊຸມຄົບຄະນະບໍລິຫານງານພັກ ຄະນະຈັດຕັ້ງສູນກາງພັກ ຄັ້ງທີ 2 ສະໄໝທີ IX ພ້ອມດ້ວຍເອກະສານສຳຄັນອີກຈຳນວນໜຶ່ງ.

     ການເຜີຍແຜ່ເຊື່ອມຊຶມຄັ້ງນີ້ແນໃສ່ເຮັດໃຫ້ຄະນະພັກ-ຄະນະນຳ, ພະນັກງານລັດຖະກອນພາຍໃນສຳນັກງານ ຄຈສພ ໄດ້ຮັບຮູ້ເຂົ້າໃຈ, ກຳແໜ້ນ ແລະ ເປັນເອກະພາບສູງຕໍ່ເນື້ອໃນເອກະສານດັ່ງກ່າວ ເພື່ອຫັນເປັນທິດທາງແຜນການຈັດຕັ້ງປະຕິບັດເຂົ້າໃນວຽກງານຂອງຕົນໃຫ້ເກີດຜົນເປັນຈິງ.