ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ຄະນະຈັດຕັ້ງສູນກາງພັກ ສະຫຼຸບວຽກງານວິຊາສະເພາະ ປະຈຳປີ 2021
ຈຳນວນຜູ້ອ່ານ: 40
ອະນຸມັດວັນທີ: 23/02/2022

ຂ່າວ: ຄອນຄຳ

ພາບ: ແສງອາລຸນ + ບານ

     ໃນວັນທີ 22 ກຸມພາ 2022 ຄະນະຈັດຕັ້ງສູນກາງພັກ (ຄຈສພ) ໄດ້ຈັດກອງປະຊຸມສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານຂອງຕົນ ປະຈຳປີ 2021 ແລະ ທິດທາງ ປີ 2022 ໂດຍການເປັນປະທານຂອງສະຫາຍ ນາງ ສີໃສ ລືເດດມູນສອນ ກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ເລຂາຄະນະພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກ, ມີຄະນະພັກຄະນະຈັດຄັ້ງສູນກາງພັກ, ຫົວໜ້າກົມ, ຮອງກົມ ພ້ອມດ້ວຍສະມາຊິກພັກ-ພະນັກງານທົ່ວ ຄຈສພ ເຂົ້າຮ່ວມຢ່າງພ້ອມພຽງ.

 

 

       ໃນກອງປະຊຸມສະຫາຍ ນາງ ບຸດສະດີ ທະນະເມືອງ ກຳມະການສູນກາງພັກ, ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ ໄດ້ສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານວິຊາສະເພາະໃນໜຶ່ງປີຜ່ານມາ ຄະນະຈັດຕັ້ງສູນກາງພັກ ໄດ້ເປັນເຈົ້າການນຳພາຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ມະຕິ​ກອງ​ປະຊຸມ​ວຽກ​ງານ​ຈັດ​ຕັ້ງ​ທົ່ວ​ປະ​ເທດ ຄັ້ງ​ທີ XI , ແຜນ​ພັດ​ທະ​ນາ​ເສດ​ຖະ​ກິດ​-ສັງຄົມແຫ່ງ​ຊາດ ຄັ້ງ​ທີ IX, ກົດ​ລະ​ບຽບ​ພັກ, ມະ​ຕິ​ວ່າ​ດ້ວຍ​ການ​ຍົກ​ສູງ​ຄຸນ​ນະ​ພາບວຽກ​ງານ​ການ​ເມືອງ-ແນວ​ຄິດໃນ​ໄລ​ຍະ​ໃໝ່, ການ​ເພີ່ມ​ທະ​ວີ​ການ​ນຳ​ພາ​ຂອງ​ພັກຕໍ່​ວຽກ​ງານ​ວັດ​ທະ​ນະ​ທຳ​ໃນ​ໄລ​ຍະ​ໃໝ່, ຈັດຕັ້ງປາຖະກະຖາເລົ່າມູນເຊື້ອວັນສໍາຄັນຕ່າງໆຂອງພັກ-ຂອງຊາດ. ຜ່ານ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ຄື​ດັ່ງ​ກ່າວ ເຮັດ​ໃຫ້​ສະ​ມາ​ຊິກ​ພັກ, ພະ​ນັກ​ງານ-ລັດ​ຖະ​ກອນ ຮັບ​ຮູ້-ເຂົ້າ​ໃຈ ແລະ ​ເອ​ກະ​ພາບ​ສູງ​ຕໍ່ແນວ​ທາງ​ນະ​ໂຍ​ບາຍຂອງ​ພັກ, ມີ​ຄຸນ​ທາດ​ການ​ເມືອງ​​ໜັກ​ແໜ້ນ, ​ມີ​ຄຸນ​ສົມ​ບັດ-​ສິນ​ທຳ​ປະ​ຕິ​ວັດ, ​ມີແນວ​ຄິດ​ອຸ່ນ​ອ່ຽນ​ທຸ່ນ​ທ່ຽງ, ຫ້າວ​ຫັນ ແລະ ເປັນ​ເຈົ້າ​ການ​ໃນ​ການ​ຜັນຂະຫ​ຍາຍ​ບັນ​ດາ​ແນວ​ທາງ​ແຜນນະໂຍບາຍຕ່າງໆ ທີ່​ຕິດ​ພັນ​ກັບ​ໜ້​າ​ທີ່​ການ​ເມືອງ ແລະ ວຽກ​ງານ​ວິ​ຊາ​ສະ​ເພາະຂອງ​ຕົນ ມີຜົນສຳເລັດເປັນຢ່າງດີ.

       ໄດ້ເອົາ​ໃຈ​ໃສ່​ກໍ່​ສ້າງ ແລະ ປັບ​ປຸງການ​ຈັດ​ຕັ້ງ​ພັກ, ໄດ້ກະ​ກຽມດໍາເນີນກອງປະຊຸມໃຫຍ່ບັນດາໜ່ວຍພັກ, ຮັບຮອງເອົາຄະນະໜ່ວຍພັກຊຸດໃໝ່ 24 ສະ​ຫາຍ, ຍິງ 04 ສະ​ຫາຍ, ດໍາເນີນກອງປະຊຸມໃຫຍ່ ສະ​ມາ​ຊິກ​ພັກ ຄັ້ງທີ IX ຂອງອົງຄະນະພັກ ຄະນະຈັດຕັ້ງສູນກາງພັກ ແລະ ກອງປະຊຸມ​ໃຫ​ຍ່ສະ​ຫະ​ພັນ​ກຳ​ມະ​ບານ ຄຈສພ ຄັ້ງ​ທີ VI; ​ແຕ່ງ​ຕັ້ງ​ຮັກ​ສາ​ການ​ເລ​ຂາ​ໜ່ວຍ​ພັກ 03 ສະ​ຫາຍ; ຮຽນສະໜັບສະໜູນໃຫ້ມະຫາຊົນ 15 ສະຫາຍ, ຮຽນກົດລະບຽບພັກ 17 ສະຫາຍ, ຮັບມະຫາຊົນເຂົ້າເປັນສະມາຊິກພັກສໍາຮອງ 13 ສະຫາຍ, ເລື່ອນສະມາຊິກພັກສຳຮອງເປັນສະມາຊິກພັກ ສົມບູນ 11 ສະຫາຍ, ສະມາຊິກພັກຍົກຍ້າຍໄປຮ່ວມຊີວິດພັກຢູ່ອົງຄະນະພັກອື່ນ 04 ສະ​ຫາຍ, ສະມາຊິກພັກຍົກຍ້າຍມາຈາກອົງຄະນະພັກອື່ນມາຮ່ວມຊີວິດພັກຢູ່ຄະນະຈັດຕັ້ງສູນກາງພັກ 20 ສະຫາຍ,  ພະ​ນັກ​ງານ-ລັດ​ຖະ​ກອນ ເປັນສະມາຊິກພັກ  167 ສະຫາຍ, ຍິງ 70 ສະຫາຍ, ໃນ​ນີ້ ບໍານານ 30 ສະຫາຍ, ຄະນະພັກ ຄຈສພ 11 ສະຫາຍ, ຍິງ 03 ສະຫາຍ, ຄະນະປະຈໍາພັກ 03 ສະຫາຍ, ຍິງ 02 ສະຫາຍ; ໄດ້ຮັບໃບ​ຢັ້ງ​ຢືນ​ເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ 04 ໜ່ວຍພັກ, ໄດ້ຮັບໃບຊົມເຊີຍການສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ຈໍານວນ 04 ໜ່ວຍພັກ.

       ວຽກ​ງານ​ພະ​ນັກ​ງານ ໄດ້​ຈັດ​ຕັ້ງ​ປະ​ຕິ​ບັດຕາມ​ລະ​ບຽບ​ຂັ້ນ​ຕອນທີ່​ກຳ​ນົດ​ໄວ້, ໄດ້​ຄົ້ນ​ຄວ້າ ແລະ  ເລື່ອນຕຳແໜ່ງບໍລິຫານມີ 50 ສະຫາຍ, ຂັ້ນຫົວໜ້າກົມ 03 ສະຫາຍ, ຮອງຫົວໜ້າກົມ 12 ສະຫາຍ, ຫົວໜ້າພະແນກ 12 ສະຫາຍ, ຮອງຫົວໜ້າພະແນກ 21 ສະຫາຍ; ແຕ່ງຕັ້ງເລຂານຸການທ່ານຫົວໜ້າຄະນະຈັດຕັ້ງສູນກາງພັກ ຍິງ 01 ສະ​ຫາຍ; ແຕ່ງ​ຕັ້ງຄະນະຮັບຜິດຊອບວຽກງານປ້ອງກັນພາຍໃນ; ຄະນະຮັບຜິດຊອບປັບປຸງຝຶກອົບຮົມວຽກງານຈັດຕັ້ງ; ຄະນະຮັບຜິດຊອບຊີ້ນໍາຂະບວນການແຂ່ງຂັນ “ຮັກຊາດ ແລະ ພັດທະນາ”; ຄະນະຮັບຜິດຊອບຕິດຕາມ, ເກັບກໍາສະພາບແນວຄິດ-ຫາງສຽງສັງຄົມ; ຄະນະຮັບຜິດຊອບຄົ້ນຄວ້າກ່ຽວກັບການປະຕິບັດນະໂຍບາຍລວມຕໍ່ພະນັກງານພາຍໃນ ຄະນະຈັດຕັ້ງສູນກາງພັກ; ຄະນະກໍາມາທິການພັດທະນາຊັບພະຍາກອນມະນຸດຂອງຄະນະຈັດຕັ້ງສູນກາງພັກ ແລະ ຄະນະກໍາມາທິການເພື່ອຄວາມກ້າວໜ້າຂອງແມ່ຍິງ ແລະ ແມ່-ເດັກ; ຕົກລົງ ໃຫ້ພະນັກງານໄປຍົກລະດັບປະລິນຍາໂທ ພາຍໃນປະເທດ 04 ສະຫາຍ, ຮັບ​ເອົາ​ພະ​ນັກ​ງານ​ທີ່ສໍາເລັດການຄົ້ນຄວ້າປະລິນຍາເອກຈາກຕ່າງປະເທດ 01 ສະຫາຍ, ປະລິນຍາໂທ 01 ສະຫາຍ, ປະລິນຍາຕີ 01 ສະຫາຍ; ຈັດຕັ້ງຝຶກອົບຮົມການບໍລິຫານລັດໃຫ້ພະນັກງານນໍາພາ-ຄຸ້ມຄອງ 01 ຊຸດ ມີຜູ້ເຂົ້າຮ່ວມ 38 ສະຫາຍ.

       ຍົກຍ້າຍພະນັກງານ ໄປປະຈໍາການຢູ່ແຂວງໄຊສົມບູນ 04 ສະຫາຍ ແລະ ນະຄອນຫຼວງວຽງຈັນ 01 ສະຫາຍ; ຮັບລັດຖະກອນທີ່ຍົກຍ້າຍຈາກແຂວງບໍລິຄໍາໄຊ 01 ສະຫາຍ ມາປະຈໍາການຢູ່ຄະນະຈັດຕັ້ງສູນກາງພັກ; ຮັບລັດຖະກອນໃຫມ່ ຈໍານວນ 08 ສະຫາຍ, ຍິງ 03 ສະ​ຫາຍ ແລະ ເລື່ອນລັດຖະກອນຝຶກງານເປັນສົມບູນ ຈໍານວນ 02 ສະຫາຍ; ປະ​ຕິ​ບັດ​ນະ​ໂຍ​ບາຍ​ຕ່າງໆ ຕາມ​ລະ​ບຽບ​ການ ເຊັ່ນ:  ເງິນ​ອຸດ​ໜູນ​ເສຍ​ຊີ​ວິດ 02 ກໍ​ລະ​ນີ; ອຸດ​ໜູນ​ເກີດ​ລູກ 03 ສະ​ຫາຍ, ປິ່ນ​ປົວ​ສຸ​ຂະ​ພາບ 04 ສະ​ຫາຍ ແລະ ອະ​ນຸ​ມັດໃຫ້​ພະ​ນັກ​ງານ​ພັກປະ​ຈຳ​ປີຕາມລະບຽບການ.

       ການ​ປັບ​ປຸງກົງ​ຈັກ​ການ​ຈັດ​ຕັ້ງ​ ໄດ້ປະ​ຕິ​ບັດ​ຕາມ​ທິດ​ກະ​ທັດ​ຮັດ​ສົມ​ເຫ​ດ​ສົມ​ຜົນ ແລະ ເຄື່ອນ​ໄຫວ​ມີ​ປະ​ສິດ​ທິ​ພາບ, ໄດ້​ມີ​ການ​ສັບ​ຊ້ອນ-ຈັດ​ວາງພະ​ນັກ​ງານ-ລັດ​ຖະ​ກອນ ແຕ່​ລ​ະ​ຂັ້ນຢ່າງ​ເໝາະ​ສົມ ແລະ ສອດ​ຄ່ອງ​ກັບ​ຄວາມ​ຮູ້​-ຄວາມ​ສາ​ມາດ ແລະ ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ຂອງ​ໜ້າ​ທີ່​ວຽກ​ງານ​ຕົວ​ຈິງ ເປັນ​ຂອດ​ໜຶ່ງ​ທີ່​ສຳ​ຄັນ​ໃນ​ການ​ປັບ​ປຸງ​ກົງ​ຈັກ​ການ​ຈັດ​ຕັ້ງ ໃຫ້​ມີ​ຄວາມ​ເຂັ້ມ​ແຂງ; ປັດ​ຈຸ​ບັນ ຄະ​ນະ​ຈັດ​ຕັ້ງ​ສູນ​ກາງ​ພັກ ປະ​ກອບ​ມີ 8 ກົມ-ຫ້ອງ​ການ, ມີ 30 ພະ​ແນກ.

       ໃນວາລະກອງປະຊຸມ ຍັງໄດ້ຍ້ອງຍໍພະນັກງານ-ລັດຖະກອນ ທີ່ມີຜົນງານດີເດັ່ນໃນການປະຕິບັດໜ້າທີ່ວຽກງານ ປະຈຳປີ  2021, ເດັ່ນປະເພດ I ໄດ້ຮັບໃບຍ້ອງຍໍ ຄຈສພ 46 ສະຫາຍ, ປະເພດ II ໄດ້ຮັບໃບຊົມເຊີຍ ຄຈສພ 62 ສະຫາຍ.

       ໃນຕອນທ້າຍກອງປະຊຸມ, ສະຫາຍ ນາງ ສີໃສ ລືເດດມູນສອນ ໄດ້ມີຄຳຫັນໂອ້ລົມ ຍ້ອງຍໍຊົມເຊີຍຕໍ່ຜົນສຳເລັດໜ້າທີ່ວຽກງານໃນປີຜ່ານມາ ແລະ ສະແດງຄວາມເປັນຫ່ວງເປັນໃຍຕໍ່ຂໍ້ຄົງຄ້າງ ພ້ອມທັງໃຫ້ທິດຊີ້ນຳໃນການແກ້ໄຂຂໍ້ຄົງຄ້າງປີຕໍ່ໄປ; ສະຫາຍໄດ້ຮຽກຮ້ອງມາຍັງສະມາຊິກພັກ-ພະນັກງານທຸກສະຫາຍ ໃຫ້ພ້ອມກັນຕັ້ງໜ້າປະຕິບັດໜ້າທີ່ວຽກງານທີ່ຕົນຮັບຜິດຊອບໃຫ້ມີຜົນສຳເລັດໃໝ່, ເອົາໃຈໃສ່ປັບປຸງກໍ່ສ້າງໜ່ວຍພັກໃຫ້ ປອດໃສ ເຂັ້ມແຂງ ໜັກແໜ້ນ, ປັບປຸງວຽກງານພະນັກງານໃຫ້ມີຄວາມໂປ່ງໃສ ຍຸຕິທຳ ເປັນໄປຕາມລະບຽບການ, ປະເມີນຕີລາຄາພະນັກ ງານ-ລັດຖະກອນໃຫ້ຖືກກັບສະພາບຄວາມເປັນຈິງ, ຈັດວາງສັບຊ້ອນພະນັກງານໃຫ້ຖືກຕ້ອງສອດຄ່ອງຕາມຄວາມ ເໝາະສົມ ພ້ອມກັນປະກອບສ່ວນສ້າງຜົນງານໃໝ່ໃຫ້ລື່ນຄາດໝາຍ.