ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ຫົວໜ້າຄະນະຈັດຕັ້ງສູນກາງພັກ ຢ້ຽມຢາມ, ພົບປະໂອ້ລົມ ແລະ ເຮັດວຽກກັບຄະນະຈັດຕັ້ງແຂວງເຊກອງ
ຈຳນວນຜູ້ອ່ານ: 41
ອະນຸມັດວັນທີ: 28/01/2022

       ພາບ ແລະ ຂ່າວ: ຄອນຄຳ ໂສລັດຕະນະວົງ

       ໃນວັນທີ 28 ມັງກອນ 2022 ສະຫາຍ ນາງ ສີ​ໃສ ລື​ເດດ​ມູນ​ສອນ ກົມ​ການ​ເມືອງ​ສູນ​ກາງ​ພັກ, ​ເລຂາທິການ​ສູນ​ກາງ​ພັກ, ຫົວໜ້າ​ຄະນະ​ຈັດ​ຕັ້ງ​ສູນ​ກາງ​ພັກ ພ້ອມດ້ວຍຄະນະ ​ໄດ້​ຢ້ຽມຢາມ ພົບປະໂອ້ລົມ ແລະ ​ເຮັດ​ວຽກກັບຄະນະຈັດຕັ້ງແຂວງ​​ເຊກອງ ໂດຍ​ມີ​ສະຫາຍ ບຸນຫຼາຍ ບຸດ​ທິ ຄະນະ​ປະຈຳ​ພັກ​ແຂວງ, ຫົວໜ້າ​ຄະນະ​ຈັດ​ຕັ້ງ​ແຂວງເຊກອງ ພ້ອມດ້ວຍຄະນະໃຫ້ການ​ຕ້ອນຮັບ​.

       ໃນໂອກາດດັ່ງກ່າວ ສະຫາຍຫົວໜ້າຄະນະຈັດຕັ້ງແຂວງເຊກອງ ໄດ້ລາຍງານສະພາບລວມວຽກງານຈັດຕັ້ງໃນໄລຍະຜ່ານມາ, ດ້ານດີທີ່ຕັ້ງໜ້າ, ບັນຫາທີ່ພົບພໍ້ ແລະ ຂໍ້ຫຍຸ້ງຍາກໃນການຈັດຕັ້ງປະຕິບັດວຽກງານວິຊາສະເພາະ  ພ້ອມກັບມີການຖາມ-ຕອບ ແລກປ່ຽນຄຳເຫັນທາງດ້ານວິຊາການລະຫວ່າງທີມງານຈາກຄະນະ​ຈັດ​ຕັ້ງ​ສູນ​ກາງ​ພັກ ແລະ ຄະນະ​ຈັດ​ຕັ້ງ​ແຂວງ.

       ພາຍຫຼັງມີການແລກປ່ຽນບົດຮຽນທາງດ້ານວິຊາການຈາກສອງຄະນະແລ້ວ ສະຫາຍ ນາງ ສີໃສ ລື​ເດດ​ມູນ​ສອນ ​ກົມ​ການ​ເມືອງ​ສູນ​ກາງ​ພັກ, ​ເລຂາທິການ​ສູນ​ກາງ​ພັກ, ຫົວໜ້າ​ຄະນະ​ຈັດ​ຕັ້ງ​ສູນ​ກາງ​ພັກ ໄດ້ມີຄຳເຫັນໂອ້ລົມໃຫ້ທິດຊີ້ນຳຕໍ່ຄະນະຈັດຕັ້ງແຂວງ ໃນຖານະເປັນເສນາທິການວຽກງານພັກ-ພະນັກງານ ແລະ ວຽກງານກົງຈັກການຈັດຕັ້ງໃຫ້ຄະນະບໍລິຫານງານພັກແຂວງ ຕ້ອງກຳໄດ້ນິຕິກຳວຽກງານພັກ-ພະນັກງານ, ກົດໝາຍຂອງລັດ ແລະ ນິຕິກຳທີ່ກ່ຽວຂ້ອງວຽກງານວິຊາສະເພາະຂອງຕົນ, ສິ່ງສຳຄັນພະນັກງານຈັດຕັ້ງຕ້ອງມີຄວາມທ່ຽງທຳ, ມີຈັນຍາບັນ, ມີຄຸນທາດການເມືອງໜັກແໜ້ນ, ແກ້ໄຂບັນຫາຢ່າງພາວະວິໄສ ປະຕິບັດຕາມຫຼັກການເຮັດວຽກຂອງພັກ ຮັບປະກັນການເປັນເສນາທິການວຽກງານຈັດຕັ້ງໃຫ້ທ້ອງຖິ່ນຂອງຕົນນັບມື້ມີຄວາມເຂັ້ມແຂງ ແລະ ກ້າວໄປສູ່ຄຸນນະພາບໃໝ່ຢ່າງບໍ່ຢຸດຢັ້ງ.