ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ໜ່ວຍພັກກົມຈັດຕັ້ງພະນັກງານ ຈັດພິທີຮັບສະມາຊິກພັກ
ຈຳນວນຜູ້ອ່ານ: 40
ອະນຸມັດວັນທີ: 28/01/2022

ໂດຍ: ພອນສະຫວັນ

 

     ວັນທີ 28 ມັງກອນ 2022 ໜ່ວຍພັກກົມຈັດຕັ້ງພະນັກງານ, ຄະນະຈັດຕັ້ງສູນກາງພັກ ໄດ້ຈັດພິທີເລືອນສະມາຊິກພັກສຳຮອງເປັນສົມບູນ ຈຳນວນ 2 ສະຫາຍ, ຍິງ 1 ສະຫາຍ ແລະ ຮັບເອົາມະຫາຊົນຜູ້ກ້າວໜ້າເຂົ້າເປັນສະມາຊິກພັກສຳຮອງ 1 ສະຫາຍ, ໃນວາລະດັ່ງກ່າວ ຍັງໄດ້ມອບບັດໃຫ້ສະມາຊິກພັກສົມບູນ 2 ສະຫາຍ, ຍິງ 1 ສະຫາຍ ໃຫ້ກຽດເຂົ້່າຮ່ວມໃນພິທີດັ່ງກ່າວ ໂດຍສະຫາຍ ປອ ວິສຸກ  ພົມພິທັກ  ຄະນະພັກ ຄະນະຈັດຕັ້ງສູນກາງພັກ, ຕາງໜ້າຄະນະພັກຂັ້ນເທິງ ມີຂອງສະຫາຍ ບັນນາວົງ ດ້ວງປັນຍາ ຮອງເລຂາໜ່ວຍພັກ, ຮອງຫົວໜ້າກົມຈັດຕັ້ງພະນັກງານ, ມີຜູ້ຕາງໜ້າຈາກບັນດາໜ່ວຍພັກ ແລະ ອົງການຈັດຕັ້ງມະຫາຊົນອ້ອມຂ້າງຄະນະຈັດຕັ້ງສູນກາງພັກ ພ້ອມດ້ວຍສະມາຊິກພັກພາຍໃນໜ່ວຍເຂົ້າຮ່ວມຢ່າງພ້ອມພຽງ.

     ໃນພິທີດັ່ງກ່າວໄດ້ຜ່ານມະຕິຕົກລົງຂອງຄະນະພັກ ຄະນະຈັດຕັ້ງສູນກາງພັກ ວ່າດ້ວຍການເລືອນສະມາຊິກພັກສຳຮອງເປັນສົມບູນ, ຮັບມະຫາຊົນຜູ້ກ້າວໜ້າເຂົ້າເປັນສະມາຊິກພັກສຳຮອງ ແລະ ອອກບັດ-ມອບບັດໃຫ້ສະມາຊິກພັກສົມບູນ, ຈາກນັ້ນ ສະຫາຍຮອງເລຂາໜ່ວຍພັກໄດ້ຂຶ້ນກ່າວຄຳເຫັນ ມອບຂໍ້ຕົກລົງ ແລະ ຈັບມືຕ້ອນຮັບບັນດາສະຫາຍສະມາຊິກພັກສົມບູນ-ສຳຮອງໃໝ່ ເພື່ອສືບຕໍ່ກໍ່ສ້າງເປັນກຳລັງແຮງໃນການປະຕິບັດໜ້າທີ່ການເມືອງຊ່ວຍໜ່ວຍພັກຂອງຕົນໃນຂັ້ນຕໍ່ໄປ.

     ໃນຕອນທ້າຍຂອງພິທີ ສະຫາຍ ປອ ວິສຸກ  ພົມພິທັກ ໄດ້ມີຄຳເຫັນໂອ້ລົມຕໍ່ພິທີ ດັ່ງກ່າວ ເຊິ່ງສະຫາຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ກັບໜ່ວຍພັກ ທີ່ໄດ້ເປັນເຈົ້າການຕິດຕາມກໍ່ສ້າງສະມາຊິກພັກ, ສ້າງມະຫາຊົນກ້າວໜ້າເຂົ້າມາເປັນສະມາຊິກພັກສຳຮອງ ຊຶ່ງຈະເປັນອີກໜຶ່ງກຳລັງແຮງໃຫ້ແກ່ໜ່ວຍພັກ ພ້ອມນີ້ຍັງໄດ້ເນັ້ນໃຫ້ສະມາຊິກພັກສຳຮອງ ສືບຕໍ່ກໍ່ສ້າງ ແລະ ຝຶກຝົນຫຼໍ່ຫຼອມຕົນເອງ ຄົ້ນຄວ້າຮໍ່າຮຽນ, ກໍາໄດ້ແນວທາງນະໂຍບາຍຂອງພັກ ແລະ ກົດໝາຍຂອງລັດ, ຫ້າວຫັນຕໍ່ໜ້າທີ່ວຽກງານທີ່ໄດ້ຮັບໝອບໝາຍ, ພັດທະນາຕົນເອງໃນທຸກດ້ານ ເພື່ອສ້າງຕົນເອງໃຫ້ກາຍເປັນສະມາຊິກພັກສົມບູນ, ເປັນກໍາລັງແຮງຊ່ວຍວຽກໃຫ້ໜ່ວຍພັກໃນການເປັນເສນາທິການໃຫ້ຄະນະພັກຄະນະຈັດຕັ້ງສູນກາງພັກ ແລະ ພ້ອມທັງເປັນແບບຢ່າງໃນການປະຕິບັດກົດລະບຽບຂອງພັກ ແລະ ກົດໝາຍຂອງລັດ, ເປັນແບບຢ່າງນຳໜ້າມະຫາຊົນ ກາຍເປັນສະມາຊິກພັກທີ່ມີຄຸນນະພາບ, ມີຄວາມຈົງຮັກພັກດີຕໍ່ອຸດົມການຂອງພັກ ແລະ ກາຍເປັນຜູ້ສືບທອດທີ່ດີຂອງພັກ.