ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ຫົວໜ້າຄະນະຈັດຕັ້ງສູນກາງພັກ ຢ້ຽມຢາມ-ເຮັດວຽກຢູ່ເມືອງທ່າແຕງ
ຈຳນວນຜູ້ອ່ານ: 52
ອະນຸມັດວັນທີ: 27/01/2022

ພາບ ແລະ ຂ່າວ: ຄອນຄຳ ໂສລັດຕະນະວົງ

       ໃນໂອກາດເຂົ້າຮ່ວມ ກອງ​ປະຊຸມ​​ຜັນ​ຂະຫຍາຍ​ວຽກ​ງານ​ຈັດ​ຕັ້ງ​ທົ່ວ​ປະ​ເທດ ຄັ້ງ​ທີ XI ແລະ ສະຫຼຸບວຽກງານຈັດຕັ້ງ, ກໍ່ສ້າງພັກ-ພະນັກງານ ແລະ ວຽກງານປັບປຸງກົງຈັກການຈັດຕັ້ງທົ່ວແຂວງເຊກອງ ໄລຍະ 5 ປີ (2016-2020) ​ລະ​ຫວ່າ​ງ ວັນທີ 27-28 ມັງກອນ 2022 ສະຫາຍ ນາງ ສີ​ໃສ ລື​ເດດ​ມູນ​ສອນ ກຳມະການ​ກົມ​ການ​ເມືອງ​ສູນ​ກາງ​ພັກ, ​ເລຂາທິການ​ສູນ​ກາງ​ພັກ, ຫົວໜ້າ​ຄະນະ​ຈັດ​ຕັ້ງ​ສູນ​ກາງ​ພັກ ​ໄດ້​ຢ້ຽມຢາມ-​ເຮັດ​ວຽກ​ຢູ່​ເມືອງທ່າແຕງ, ແຂວງ​​ເຊກອງ ​ໂດຍ​ມີ​ສະຫາຍ ນາງ ຈັນຫອມ ມະຫາໄຊ ຮອງເລຂາພັກແຂວງ, ຜູ້ຊີ້ນຳວຽກງານພັກ-ພະນັກງານ ແຂວງເຊກອງ, ສະຫາຍ ສົມເພັດ ເອີດລັດດາ  ກໍາມະການພັກແຂວງ ເລຂາ​ພັກ​ເມືອງ, ​ເຈົ້າ​ເມືອງທ່າແຕງ, ແຂວງ​ເຊກອງ ພ້ອມດ້ວຍຄະນະ ໃຫ້ການ​ຕ້ອນຮັບຢ່າງອົບອຸ່ນ​.

       ໃນໂອກາດດັ່ງກ່າວ ສະຫາຍເລຂາພັກເມືອງທ່າແຕງ ໄດ້ລາຍງານສະພາບການຊີ້ນຳ-ນຳພາໂດຍລວມຂອງເມືອງເປັນຕົ້ນ: ວຽກງານຈັດຕັ້ງ ພັກ-ພະນັກງານ, ການນຳພາພັດທະນາເສດຖະກິດ-ສັງຄົມ, ທ່າແຮງບົ່ມຊ້ອນ ແລະ ສິ່ງທ່າທ້າຍຕໍ່ການນຳພາໃນໄລຍະໃໝ່ຂອງເມືອງ. ຈາກນັ້ນ ສະຫາຍຫົວໜ້າ​ຄະນະ​ຈັດ​ຕັ້ງ​ສູນ​ກາງ​ພັກ ໄດ້ມີຄຳເຫັນໂອ້ລົມໃຫ້ທິດຊີ້ນຳຕໍ່ການນຳຫຼັກແຫຼ່ງຂອງເມືອງ ໃນການເປັນແບບຢ່າງນຳໜ້າຂອງສະມາຊິກພັກ-ພະນັກງານ, ເອົາໃຈໃສ່ສ້າງພັກໃຫ້ ປອດໃສ ເຂັ້ມແຂງ ໜັກແໜ້ນ ດ້ວຍຄຸນນະພາບໃໝ່, ເຊື່ອມຊຶມກຳແໜ້ນກົດລະບຽບພັກ ສະໄໝທີ XI ຢ່າງເລິກເຊິ່ງ, ຕິດຕາມກວດກາ ແລະ ປະເມີນການນຳພາຂອງຄະນະພັກແຕ່ລະຂັ້ນ, ກຳແໜ້ນປະຫວັດຂອງພະນັກງານທີ່ຂຶ້ນກັບສິດຄຸ້ມຄອງຂອງຕົນຢ່າງລະອຽດ, ຮັກສາຈັນຍາບັນ ແລະ ຄຸນທາດການເມືອງຂອງພະນັກງານ-ສະມາຊິກພັກ ໄວ້ໃຫ້ໝັ້ນຄົງ, ພ້ອມ​ກັນ​ຈັດ​ຕັ້ງປະຕິບັດສອງວາລະແຫ່ງຊາດ ແລະ ຄາດໝາຍສູ້ຊົນທີ່ມະຕິກອງປະຊຸມໃຫຍ່ອົງຄະນະພັກເມືອງຂອງ​ຕົນວາງອອກ​ໃຫ້​ປະກົດ​ຜົນ​ເປັນ​ຈິງ​.