ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ຫົວໜ້າຄະນະຈັດຕັ້ງສູນກາງພັກ ເຄື່ອນໄຫວເຮັດວຽກຢູ່ແຂວງຫຼວງພະບາງ
ຈຳນວນຜູ້ອ່ານ: 45
ອະນຸມັດວັນທີ: 21/01/2022

ຂ່າວ: ສ.ສົດ​ໃສ

ພາບ: ສົມພອນ, ບຸນທີ.

     ​​ເພື່ອ​ຜັນ​ຂະຫຍາຍ​ມະຕິ​ກອງ​ປະຊຸມ​ໃຫຍ່ ຄັ້ງ​ທີ XI ຂອງ​ພັກ, ມະຕິ​ກອງ​ປະຊຸມ​ວຽກ​ງານ​ຈັດ​ຕັ້ງ​ທົ່ວ​ປະ​ເທດ ຄັ້ງ​ທີ XI, ​ໃນ​ລະ​ຫວ່າ​ງ ວັນທີ 19-20 ມັງກອນ 2022 ສະຫາຍ ນາງ ສີ​ໃສ ລື​ເດດ​ມູນ​ສອນ ກຳມະການ​ກົມ​ການ​ເມືອງ​ສູນ​ກາງ​ພັກ, ​ເລຂາທິການ​ສູນ​ກາງ​ພັກ, ຫົວໜ້າ​ຄະນະ​ຈັດ​ຕັ້ງ​ສູນ​ກາງ​ພັກ ພ້ອມ​ດ້ວຍ​ຄະນະ ​ໄດ້​ເຄື່ອ​ນ​ໄຫວ​ເຮັດ​ວຽກ​ຢູ່​ແຂວງ​ຫຼວງ​ພະ​ບາງ ​ໂດຍ​ການ​ຕ້ອນຮັບ​ຂອງ​ສະຫາຍ ຄຳ​ຂັນ ຈັນທະ​ວີ​ສຸກ ກຳມະການສູນກາງພັກ ເລຂາຄະນະ​ບໍລິຫານ​ງານ​ພັກ​ແຂວງ, ​ເຈົ້າ​ແຂວງ​ຫຼວງ​ພະ​ບາງ ພ້ອມ​ດ້ວຍ​ຄະນະ​.

​​     ໃນ​ໂອ​ກາດ​ດັ່ງກ່າວ​ ສະຫາຍ ນາງ ສີ​ໃສ ລື​ເດດ​ມູນ​ສອນ ​ໄດ້​ພົບ​ປະ​ກັບ​ຄະນະ​ປະຈຳ​ພັກ​ແຂວງ​ຫຼວງ​ພະ​ບາງ, ​ຄະນະ​ຈັດ​ຕັ້ງ​ແຂວງ, ​ຄະນະ​ພັກ​ນະ​ຄອນ​ຫຼວງພະບາງ ແລະ ຮາກຖານໜ່ວຍ​ພັກ​ອີກຈຳນວນ​ໜຶ່ງ ເຊິ່ງ​ການພົບປະ​ເຮັດ​​ວຽກຢູ່ແຕ່ລະບ່ອນ ແມ່ນໄດ້ຮັບຟັງການລາຍ​ງານສະພາບລວມການນຳພາຂອງຄະນະພັກແຕ່ລະຂັ້ນ ພ້ອມກັບມີຄຳເຫັນໂອ້ລົມ ໃຫ້ທິດຊີ້ນຳຕໍ່ການນຳພາຂອງຄະນະພັກ-ຄະນະນຳແຕ່ລະຂັ້ນໃຫ້ຖືກຕ້ອງຕາມແນວທາງນະໂຍບາຍລວມຂອງພັກ, ສອດຄ່ອງເໝາະສົມຕາມທ່າແຮງ-ເງື່ອນໄຂໃນທ້ອງຖິ່ນຂອງຕົນ, ເອົາ​ໃຈ​ໃສ່​ນຳ​ພາວຽກງານ​ການ​ເມືອ​ງ-​ແນວ​ຄິດ, ການຈັດ​ຕັ້ງ ​ແລະ ​ແບບ​ແຜນ​ວິທີ​ນຳພາ​ຂອງ​ພັກ ​ຮັບປະກັນ​ໄດ້​ຄຸນ​ນະພາບ ​ເຮັດ​ໃຫ້ການ​ຈັດ​ຕັ້ງ​ປະຕິບັດ​ຖືກຕ້ອງ ​ແລະ ​ເປັນ​ເອກະ​ພາບ​ກັນ​ໃນ​ທົ່ວ​ພັກ, ສ້າງ​ພັກ​ໃຫ້​ປອດ​ໃສ ​ເຂັ້ມ​ແຂງ ​ໜັກ​ແໜ້ນ ​ພ້ອມ​ກັນ​ຈັດ​ຕັ້ງປະຕິບັດມະຕິ​ກອງ​ປະຊຸມ​ໃຫຍ່ຂັ້ນຂອງ​ຕົນ​ໃຫ້​ປະກົດ​ຜົນ​ເປັນ​ຈິງ​ຕາມ​ທີ່​ໄດ້​ກຳນົດ​ໄວ້…ຯ