ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ພິທີປະກາດການແຕ່ງຕັ້ງພະນັກງານນຳພາຄຸ້ມຄອງພາຍໃນຄະນະຈັດຕັ້ງສູນກາງພັກ
ຈຳນວນຜູ້ອ່ານ: 39
ອະນຸມັດວັນທີ: 05/01/2022

ຂ່າວ: ຄອນຄຳ

ພາບ: ວິລະສະໄໝ

​       ປະຕິບັດຕາມມະຕິຕົກລົງຂອງຄະນະເລຂາທິການສູນກາງພັກ ໃນ​​ວັນ​ທີ 5 ມັງກອນ 2022 ຄະນະ​ຈັດ​ຕັ້ງ​ສູນ​ກາງ​ພັກ ​ໄດ້​ຈັດພິທີປະກາດການແຕ່ງ​ຕັ້ງພະນັກງານນຳພາຄຸ້ມຄອງພາຍໃນຄະນະຈັດຕັ້ງສູນກາງພັກ ເຊິ່ງມີບັນດາສະຫາຍດັ່ງນີ້:

  1. ແຕ່ງຕັ້ງທ່ານ ພູຂົງ ພິລາເພັດ ວ່າການແທນຫົວໜ້າຫ້ອງການ ຄຈສພ ເປັນຫົວໜ້າຫ້ອງການ ຄຈສພ.
  2. ແຕ່ງຕັ້ງທ່ານ ວຽນທອງ ສິງຄຳພັນ ວ່າການແທນຫົວໜ້າກົມປ້ອງກັນພັກ-ພະນັກງານ ເປັນຫົວໜ້າກົມ ປ້ອງກັນພັກ-ພະນັກງານ.
  3. ແຕ່ງຕັ້ງທ່ານ ດອນ ໄພວົງ ວ່າການແທນຫົວໜ້າກົມໂຄສະນາກໍ່ສ້າງພັກ-ພະນັກງານ ເປັນຫົວໜ້າກົມ ໂຄສະນາກໍ່ສ້າງພັກ-ພະນັກງານ.

     ໃນໂອກາດເຂົ້າຮ່ວມພິທີດັ່ງກ່າວ ສະຫາຍ ນາງ ສີໃສ ລືເດດມູນສອນ ກໍາມະການກົມການເມືອງສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກ ໄດ້ມີຄຳເຫັນໂອ້ລົມໃຫ້ທິດຊີ້ນຳຕໍ່ພິທີດັ່ງກ່າວ ໂດຍໄດ້ເນັ້ນໜັກບາງບັນຫາດັ່ງນີ້: ການປະກາດການແຕ່ງຕັ້ງໝາຍເຖິງການເຕີບໃຫຍ່ຂະຫຍາຍຕົວຂອງການຈັດຕັ້ງ ແລະ ບຸກຄະລາກອນ, ເປັນການເພີ່ມກຳລັງແຮງໃນການປະຕິບັດໜ້າທີ່ວຽກງານຂອງຄະນະຈັດຕັ້ງສູນກາງພັກ, ບັນດາສະຫາຍທີ່ໄດ້ຮັບການແຕ່ງຕັ້ງໃນຄັ້ງນີ້ ຈົ່ງເອົາໃຈໃສ່ເຮັດສຳເລັດໜ້າທີ່ການເມືອງທີ່ໄດ້ຮັບມອບໝາຍ, ເປັນເສນາທິການໃຫ້ຄະນະພັກ ຄະນະຈັດຕັ້ງສູນກາງພັກ ຕາມພາລະບົດບາດໜ້າທີ່ທີ່ຕົນຮັບຜິດຊອບດ້ວຍຜົນສຳເລັດໃໝ່ ພ້ອມດຽວກັນນັ້ນ ກໍ່ຕ້ອງໄດ້ເອົາໃຈໃສ່ຟັງຫາງສຽງຂອງມະຫາຊົນຕໍ່ແບບແຜນວິທີການນຳພາຂອງຕົນ, ປັບປຸງດ້ານອ່ອນ-ຂໍ້ຄົງຄ້າງຂອງແຕ່ລະສະຫາຍ ສູ່ບັນຍາກາດໃໝ່ທີ່ຕັ້ງໜ້າ ບັນຫາສຳຄັນແມ່ນການປະຕິບັດລະບອບແບບແຜນນຳພາວິທີເຮັດວຽກຕາມຫຼັກການຂອງພັກ, ຮັກສາຄວາມສາມັກຄີເປັນເອກະພາບພາຍໃນໝູ່ຄະນະ ກໍ່ຄືພາຍໃນສະມາຊິກພັກ-ພະນັກງານ, ຈິງໃຈຕຳນິສົ່ງຂ່າວເພື່ອກໍ່ສ້າງເຊິ່ງກັນ ແລະ ກັນ, ປະກອບສ່ວນເຂົ້າໃນການຈັດຕັ້ງຜັນຂະຫຍາຍແນວທາງການຈັດຕັ້ງ, ກໍ່ສ້າງພັກ-ພະນັກງານ ກໍ່ຄືຂະບວນການລວມໃນການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ມະຕິກອງປະຊຸມວຽກງານຈັດຕັ້ງທົ່ວປະເທດ ຄັ້ງທີ XI ແລະ ມະຕິກອງປະຊຸມໃຫຍ່ສະມາຊິກພັກ ອົງຄະນະພັກ ຄະນະຈັດຕັ້ງສູນກາງພັກ ຄັ້ງທີ IX ໃຫ້ປະສົບຜົນສຳເລັດຢ່າງມີໄຊ.