ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ຜູ້ປະຈໍາການຄະນະເລຂາທິການສູນກາງພັກ ເນັ້ນ 6 ບັນຫາ ໃນກອງປະຊຸມໃຫຍ່ສະມາຊິກພັກ ອົງຄະນະພັກຄະນະຈັດຕັ້ງສູນກາງພັກ ຄັ້ງທີ IX
ຈຳນວນຜູ້ອ່ານ: 70
ອະນຸມັດວັນທີ: 03/01/2022

       ໃນໂອກາດເຂົ້າຮ່ວມກອງປະຊຸມໃຫຍ່ ສະມາຊິກພັກ ຄັ້ງທີ IX ຂອງອົງຄະນະພັກ ຄະນະຈັດຕັ້ງສູນກາງພັກ ຄັ້ງວັນທີ 28 ທັນວາ 2021 ສະຫາຍ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ ໄດ້ຍ້ອງຍໍຊົມເຊີຍຜົນງານການຈັດຕັ້ງປະຕິບັດໜ້າທີ່ວຽກງານໃນໄລຍະຜ່ານມາ ແລະ ມີທິດຊີ້ນຳໃນໄລຍະ 5 ປີຕໍ່ໜ້າ ໂດຍໄດ້ເນັ້ນໜັກ 6 ບັນຫາ ດັ່ງນີ້:

       ໜິ່ງ: ໃຫ້ສືບຕໍ່ເພີ່ມທະວີການສຶກສາອົບຮົມການເມືອງ-ແນວຄິດ ຂອງສະມາຊິກພັກ, ພະນັກງານ-ລັດຖະກອນ ໃນທົ່ວອົງຄະນະພັກ ໃຫ້ແຂງແຮງ ເລິກເຊິ່ງກວ່າເກົ່າ, ຖືສຳຄັນ ແລະ ເອົາໃຈໃສ່ຕໍ່ການຍົກລະດັບຄວາມຮູ້ທາງດ້ານທິດສະດີການເມືອງ, ຮຽນຮູ້ຫຼັກມູນທິດດີມາກ-ເລນິນ, ແນວຄິດໄກສອນ ພົມວິຫານ, ເຊື່ອມຊຶມກໍາແໜ້ນແນວທາງການເມືອງ ແລະ ແນວທາງການຈັດຕັ້ງຂອງພັກ, ກຳແໜ້ນຫຼັກການ ແລະ ວຽກງານກໍ່ສ້າງພັກ-ພະນັກງງານ, ກຳແໜ້ນພາລະບົດບາດ, ໜ້າທີ່, ຂອບເຂດສິດ ແລະ ຄວາມຮັບຜິດຊອບຂອງຄະນະຈັດຕັ້ງສູນກາງພັກ, ຄະນະພັກຊຸດໃໝ່ ຕ້ອງໄດ້ເອົາໃຈໃສ່ນໍາພາ-ຊີ້ນໍາ ສ້າງການຫັນປ່ຽນໃໝ່ທີ່ຕັ້ງໜ້າທາງດ້ານແນວຄິດຈິນຕະນາການຂອງສະມາຊິກພັກ,ພະນັກງານ-ລັດຖະກອນ ພາຍໃນອົງຄະນະພັກຄະນະຈັດຕັ້ງສູນກາງພັກ ແລະ ໃນທົ່ວຂະແໜງວຽກງານຈັດຕັ້ງໃນທົ່ວປະເທດ ຢ່າງຕັ້ງໜ້າ ເພື່ອແກ້ໄຂ ແລະ ຕີຖອຍການເຊື່ອມຖອຍທາງດ້ານແນວຄິດ ແລະ ການກະທໍາທີ່ບໍ່ຖືກຕ້ອງ ເຊັ່ນ: ແນວຄິດເອື່ອຍອິງ, ຂາດຄວາມຮັບຜິດຊອບ, ນໍ້າໃຈເສຍສະຫຼະເພື່ອສ່ວນລວມບໍ່ສູງ, ຟູມເຟືອຍບໍ່ເປັນແບບຢ່າງ, ຖືເບົາການຝຶກຝົນຫຼໍ່ຫຼອມຕົນເອງ ຕ້ານທັດສະນະ ແລະ ແນວຄິດທີ່ຜິດເຂວ, ແກ້ໄຂທັດສະນະໃນຕົວ, ອັດຕະວິໄສ ຮ້ອນຮົນຟ້າວຟັ່ງຢາກປັບປຸງປ່ຽນແປງໂດຍບໍ່ມີຫຼັກການ ແລະ ອື່ນໆ. ຕ້ອງເປັນເຈົ້າການບຸກບືນ, ແຂ່ງຂັນປະຕິບັດໜ້າທີ່ດ້ວຍຄວາມຮັບຜິດຊອບສູງ, ມີສະຕິຕໍ່ການຈັດຕັ້ງ, ຕໍ່ລະບຽບວິໄນຂອງພັກ ແລະ ປະຕິບັດຕາມກົດໝາຍ ແລະ ກົດລະບຽບຂອງພັກຢ່າງເຂັ້ມງວດ; ເອົາໃຈໃສ່ຕໍ່ວຽກງານປ້ອງກັນພັກ ເລີ່ມແຕ່ການປ້ອງກັນແນວທງນະໂຍບາຍຂອງພັກ, ປ້ອງກັນການຈັດຕັ້ງຂອງພັກ ເນື້ອແທ້ແມ່ນການປ້ອງກັນບຸກຄົນໃນຄະນະພັກ ເລີ່ມຈາກສະຫາຍເລຂາຄະນະພັກ ຮອດສະມາຊິກພັກ ໂດຍຖືເອົາມາດຕະຖານ, ເງື່ອນໄຂ ທີ່ກໍານົດເປັນບ່ອນອີງ ເພື່ອຕິດຕາມກວດກາເຄື່ອນໄຫວຂອງຄະນະພັກ ແລະ ສະມາຊິກພັກ.

      ສອງ: ສືບຕໍ່ເພີ່ມທະວີວຽກງານກໍ່ສ້າງພັກໃຫ້ປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ ພາຍໃນອົງຄະນະພັກ ຄວບຄູ່ກັບການປະຕິບັດໜ້າທີ່ການເມືອງ ກໍຄືສິດ, ໜ້າທີ່ຂອງຄະນະຈັດຕັ້ງ; ຕິດຕາມ ຊຸກຍູ້ຄະນະພັກກະຊວງ-ອົງການ, ນະຄອນຫຼວງ ແລະ ບັນດາແຂວງ ເພື່ອຍົກສູງຄວາມຮັບຜິດຊອບ ແລະ ຖືສໍາຄັນການກໍ່ສ້າງພັກ ປອດໃສ ເຂັ້ມແຂງ  ໜັກແໜ້ນ ໂດຍຍຶດໝັ້ນ ແລະ ປະຕິບັດຢ່າງຖືກຕ້ອງ-ເຂັ້ມງວດຕາມ 5 ຫຼັກການ ແລະ 3 ທິດນໍາ ໃນການກໍ່ສ້າງ ແລະ ປັບປຸງພັກ; ຄຸ້ມຄອງ, ຕີລາຄາຄຸນນະພາບຂອງການຈັດຕັ້ງພັກ ແລະ ສະມາຊິກພັກເປັນປົກກະຕິ, ປະຕິບັດການຍ້ອງຍໍສະມາຊິກພັກຜູ້ທີ່ດີເດັ່ນ, ດໍາເນີນມາດຕະການທາງດ້ານວິໄນຕໍ່ຜູ້ທີ່ລະເມີດກົດລະບຽບຂອງພັກ, ກົດໝາຍ ແລະ ລະບຽບການຕ່າງໆຂອງລັດຢ່າງເຂັ້ມງວດ ແລະ ເດັດຂາດ ເພື່ອສະກັດກັ້ນປະກົດການຫຍໍ້ທໍ້ເກີດຂຶ້ນທີ່ຢູ່ໃນຖັນແຖວສະມາຊິກພັກ, ພະນັກງານ-ລັດຖະກອນ; ຜ່ານມາຢູ່ຫຼາຍບ່ອນການປະເມີນໜ່ວຍພັກປອດໃສ, ເຂັ້ມແຂງ ໜັກແໜ້ນ ກວມອັດຕາສ່ວນສູງຫຼາຍ ແຕ່ບັນຫາຫຍໍ້ທໍ້ຍັງເກີດຂຶ້ນຫຼາຍ, ສະນັ້ນ ຢາກໃຫ້ເນັ້ນຄຸນນະພາບເປັນຕົ້ນຕໍ, ຕ້ອງຕິດຕາມກວດກາແກ້ໄຂສະພາບຫຍໍ້ທໍ້ໃນຖັນແຖວສະມາຊິພັກ, ພະນັກງານ ແລະ ເພີ່ມຄວາມຮັບຜິດຊອບຂອງຄະນະພັກ ໃນການແກ້ໄຂປະກົດການຫຍໍ້ທໍ້ເຫຼົ່ານັ້ນໃຫ້ໄດ້, ໂດຍປະຕິບັດຕາມທິດຊີ້ນໍາຂອງພັກ ທີ່ວ່າ: ປະກົດການຫຍໍ້ທໍ້ເກີດຢູ່ບ່ອນໃດ ແມ່ນຄວາມຮັບຜິດຊອບໂດຍກົງຂອງຄະນະພັກບ່ອນນັ້ນ ເປັນຜູ້ດໍາເນີນການກວດກາແກ້ໄຂ ຢ່າງເຂັ້ມງວດ ແລະ ທັນການ.

       ສາມ: ສືບຕໍ່ສ້າງບາດກ້າວບຸກທະລຸຢ່າງແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານໃນວຽກງານພະນັກງານ ເລີ່ມແຕ່ຂອດຂຶ້ນແຜນກໍານົດພະນັກງານ, ກໍ່ສ້າງບໍາລຸງຍົກລະດັບ, ການເລືອກເຟັ້ນສັບຊ້ອນຈັດວາງ, ການຄຸ້ມຄອງປ້ອງກັນ,​ ການຕີລາຄາປະເມີນຜົນ, ການປະຕິບັດນະໂຍບາຍ ບົນພື້ນຖານເງື່ອນໄຂ, ມາດຖານຂອງພະນັກງານ ແຕ່ລະປະເພດທີ່ກໍານົດໄວ້, ຕ້ອງຕັດສິນໃຈຫັນພະນັກງານທີ່ມີຄວາມຮູ້, ຄວາມສາມາດ ລົງສູ່ທ້ອງຖິ່ນ-ຮາກຖານ ປະສານສົມທົບແໜ້ນລະຫວ່າງສາຍຕັ້ງ-ສາຍຂວາງ ໃຫ້ມີຄວາມເປັນເອກະພາບກັນໃນການສັບຊ້ອນຈັດວາງ, ສັບປ່ຽນບ່ອນປະຈໍາການຂອງພະນັກງານ, ເອົາໃຈໃສ່ສຶກສາອົບຮົມກໍ່ສ້າງພະນັກງານໜຸ່ມ ໃຫ້ເປັນພະນັກງານທີ່ມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສິນທໍາປະຕິວັດ, ມີຄວາມຮູ້, ຄວາມສາມາດ ແລະ ປະສົບການໃນການປະຕິບັດໜ້າທີ່ວຽກງານ ເພື່ອສືບທອດ, ປ່ຽນແທນຕໍາແໜ່ງສໍາຄັນຕ່າງໆຂອງພັກ-ລັດ ຢູ່ແຕ່ລະຂັ້ນ, ແຕ່ລະຂົງເຂດວຽກງານ, ຕ້ອງເອົາໃຈໃສ່ປະຕິບັດຕາມທິດທີ່ວ່າ: ພະນັກງານ ຕ້ອງຢູ່ບົນຫຼັກການ ມີເຂົ້າ-ມີອອກ, ມີຂຶ້ນ, ມີລົງ ນັ້ນ ຂໍໃຫ້ຈໍາແນກໃຫ້ຊັດເຈນ, ບໍ່ຄວນຖືກນໍາໃຊ້ໄປໃນທາງທີ່ຜິດ ທັງນີ້ກໍ່ເພື່ອເປັນການທົດສອບຄວາມຮູ້, ຄວາມສາມາດ, ສ້າງໃຫ້ມີປະສົບການ, ບົດຮຽນດ້ານການນໍາພາເຮັດຕົວຈິງ. ເວົ້າລວມ ຕ້ອງສູ້ຊົນປະຕິບັດໃຫ້ໄປຕາມທິດ, ສ້າງການຫັນປ່ຽນທີ່ແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ ເພື່ອຮັບຮອງການຂັບເຄື່ອນການປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ແລະ ມະຕິກອງປະຊຸມໃຫຍ່ ຄັ້ງທີ IX ຂອງອົງຄະນະພັກຄະນະຈັດຕັ້ງສູນກາງພັກ ຄັ້ງນີ້ ໂດຍຫັນເປັນແຜນການ, ໂຄງການ, ມະຕິ, ຄໍາສັ່ງ ຢ່າງລະອຽດ ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດໃຫ້ປະກົດຜົນເປັນຈິງ, ພ້ອມທັງແກ້ໄຂບັນຫາພະນັກງານເຫຼືອບໍ່ພໍໃນຂະແໜງຈັດຕັ້ງ ທັງຢູ່ສູນກາງພັກ-ທ້ອງຖິ່ນ.

       ສີ່: ພາຍຫຼັງສໍເລັດກອງປະຊຸມໃຫຍ່ຄັ້ງນີ້, ຄະນະພັກຊຸດໃໝ່ ຕ້ອງຮີບຮ້ອນແບ່ງໜ້າທີ່ຄວາມຮັບຜິດຊອບໃຫ້ແຕ່ລະສະຫາຍໃຫ້ຈະແຈ້ງ ພ້ອມທັງຍົກສູງຄວາມຮັບຜິດຊອບທາງການເມືອງ ແລະ ຄວາມເປັນແບບຢ່າງນໍາໜ້າຂອງຕົນໃຫ້ສູງກວ່າເກົ່າ; ສິ່ງສໍາຄັນທີ່ສຸດແມ່ນໃຫ້ຮັກສາຄວາມສາມັກຄີເປັນຈິດໜຶ່ງໃຈດຽວກັນ ແລະ ຄວາມເປັນເອກະພາບພາຍໃນຄະນະພັກຢ່າງມີຫຼັກການ, ຫຼີກເວັ້ນບໍ່ໃຫ້ເກີດກຸ່ມກ້ອນ, ພັກພວກ, ຕ້ອງເປັນຄະນະດຽວ, ທີມງານດຽວເອກະພາບອີຫຼີ, ເພາະວ່າບັນດາສະຫາຍຜູ້ແທນກອງປະຊຸມໄດ້ເລືອກຕັ້ງ ແລະ ມອບໝາຍໜ້າທີ່ໃຫ້ບັນດາສະຫາຍເປັນຜູ້ສືບຕໍ່ນໍາພາ-ຊີ້ນໍາການປະຕິບັດໜ້າທີ່ການເມືອງໃນ 5 ປີຕໍ່ໜ້າ ໃຫ້ພົ້ນເດັ່ນ ແລະ ບັນລຸຜົນສໍາເລັດຕາມລະດັບຄາດໝາຍ ຫຼື ລື່ນຄາດໝາຍທີ່ກອງປະຊຸມໃຫຍ່ຄັ້ງນີ້ວາງອອກ.

       ຫ້າ: ສືບຕໍ່ປັບປຸງແບບແຜນການນໍາພາ ແລະ ວິທີເຮັດວຽກຂອງຄະນະພັກ ໃຫ້ຖືກຕ້ອງ ແລະ ມີປະສິດທິພາບສູງ, ຕ້ອງເຄົາລົບ, ຢຶດໝັ້ນ ແລະ ປະຕິບັດຫຼັກການລວມສູນປະຊາທິປະໄຕຂອງພັກ, ຄົ້ນຄວ້າຕົກລົງບັນຫາສໍາຄັນຕ່າງໆ ເປັນໝູ່ຄະນະ, ແບ່ງບຸກຄົນຮັບຜິດຊອບ, ມີການຕິດຕາມ, ກວດກາ, ຊຸກຍູ້ການປະຕິບັດວຽກງານຕົວຈິງຢູ່ໜ່ວຍພັກຮາກຖານຕ່າງໆ; ປະຕິບັດລະບອບປະຊຸມ, ລະບອບຕິຊົມຕົນເອງ ແລະ ຕິຊົມກັນເປັນປົກກະຕິຕາມກົດລະບຽບຂອງພັກກໍານົດໄວ້, ມີການສະຫຼຸບລາຍງານ, ຂໍການຊີ້ນໍາຈາກຂັ້ນເທິງ ແລະ ແຈ້ງຂ່າວໃຫ້ຂັ້ນລຸ່ມເປັນປົກກະຕິ; ພ້ອມກັນນັ້ນ ກໍ່ເອົາໃຈໃສ່ປັບປຸງລະບອບແບບແຜນ, ວິທີນໍາພາຂອງຄະນະພັກ ໃຫ້ສອດຄ່ອງແທດເໝາະກັບຕົວຈິງ, ຫຼີກເວັ້ນການເຮັດວຽກແບບພໍແລ້ວມື້ແລ້ວວັນ, ຕໍາອັນໃດເຮັດອັນນັ້ນ ຫຼື ບອກຈຶ່ງເຮັດ, ບໍ່ບອກກໍເສີຍຢູ່; ການເຮັດວຽກຕ້ອງມີແຜນການ, ມີຈຸດສຸມ, ຕິດແທດຕົວຈິງ ແລະ ມີການຕິດຕາມ, ກວດກາ ແລະ ປະເມີນຜົນຢ່າງເປັນລະບົບ.

       ຫົກ: ໃນຖານະອົງຄະນະພັກຄະນະຈັດຕັ້ງສູນກາງພັກ ເປັນຜູ້ນໍາພາປະຕິບັດພາລະບົດບາດເປັນເສນາທິການກ່ຽວກັບວຽກງານກໍ່ສ້າງພັກ-ພະນັກງານ ແລະ ວຽກງານປັບປຸງກົງຈັກການຈັດຕັ້ງ, ສະນັ້ນ ຄະນະພັກຄະນະຈັດຕັ້ງສູນກາງພັກ ຕ້ອງກຳແໜ້ນ 3 ບັນຫາ ກໍຄື 3 ວຽກໃຫຍ່ດັ່ງກ່າວ ເພື່ອເປັນໃຈກາງນຳພາປະຕິບັດໃຫ້ຖືກຕ້ອງ ແລະ ມີປະສິດທິຜົນສູງ,  ຕ້ອງມີຄວາມເຂັ້ມງວດແທ້, ເດັດຂາດນໍາກັນແທ້ ກຳພະນັກງານຂອງຕົນໃຫ້ແໜ້ນ, ນຳໃຊ້ໃຫ້ຖືກຜູ້ທີ່ເຮັດດີມີຜົນງານກໍ່ຕ້ອງໄດ້ຮັບການຍ້ອງຍໍສັນລະເສີນ ແລະ ສົ່ງເສີມໃຫ້ມີຄວາມກ້າວໜ້າ, ຜູ້ທີ່ລ່ວງລະເມີດກົດລະບຽບຂອງພັກ, ກົດໝາຍຂອງລັດຕ້ອງໄດ້ລົງວິໄນຢ່າງເຄັ່ງຄັດແທ້, ເຮັດໄດ້ແນວນີ້ຈິ່ງເປັນການປັບປຸງພາຍໃນພັກ-ລັດພວກເຮົາໃຫ້ມີຄວາມໜັກແໜ້ນ, ເຂັ້ມແຂງ, ປອດໄສ ແລະ ຂາວສະອາດ ຈະສ້າງໄດ້ຄວາມເຊື່ອໝັ້ນ ແລະ ສັດທາຂອງປະຊາຊົນຕໍ່ບົດບາດການນໍາພາຂອງພັກ ແລະ ການຄຸ້ມຄອງບໍລິຫານລັດຕາມກົດໝາຍ.