ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ໜ່ວຍພັກກົມກົງຈັກການຈັດຕັ້ງ ແລະ ກົດລະບຽບພັກ ແລະ ໜ່ວຍພັກກົມປ້ອງກັນພັກ-ພະນັກງານ ຈັດພິທີຮັບເອົາມະຫາຊົນຜູ້ກ້າວໜ້າເຂົ້າເປັນສະມາຊິກພັກສຳຮອງ.
ຈຳນວນຜູ້ອ່ານ: 60
ອະນຸມັດວັນທີ: 13/12/2021

ໂດຍ: ວິລະສະໄໝ

     ໃນວັນທີ 10 ທັນວາ 2021 ໜ່ວຍພັກກົມກົງຈັກການຈັດຕັ້ງ ແລະ ກົດລະບຽບພັກ ແລະ  ໜ່ວຍພັກກົມປ້ອງກັນພັກ-ພະນັກງານ ຄະນະຈັດຕັ້ງສູນກາງພັກ ໄດ້ຈັດພິທີຮັບເອົາມະຫາຊົນຜູ້ກ້າວໜ້າເຂົ້າເປັນສະມາຊິກພັກສຳຮອງ 2 ສະຫາຍ, ເຂົ້່າຮ່ວມໃນພິທີດັ່ງກ່າວມີສະຫາຍ ນາງ ບຸດສະດີ ທະນະເມືອງ ກຳມະການສູນກາງພັກ, ຄະນະພັກ, ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ, ມີສະຫາຍ ຄຳປ່ຽນ ແກ້ວສໍລະສິງ ເລຂາໜ່ວຍພັກກົມກົງຈັກການຈັດຕັ້ງ ແລະ ກົດລະບຽບພັກ, ສະຫາຍ ວຽນທອງ ສິງຄຳພັນ ເລຂາໜ່ວຍພັກກົມປ້ອງກັນພັກ-ພະນັກງານ, ມີຜູ້ຕາງໜ້າຈາກບັນດາໜ່ວຍພັກ ແລະ ອົງການຈັດຕັ້ງມະຫາຊົນອ້ອມຂ້າງຄະນະຈັດຕັ້ງສູນກາງພັກ ພ້ອມດ້ວຍສະມາຊິກພັກພາຍໃນໜ່ວຍເຂົ້າຮ່ວມ.

     ໃນພິທີດັ່ງກ່າວ ສະຫາຍ ຄູນເພັງ ໄຊສະຫວັດ ຮອງເລຂາໜ່ວຍພັກກົມປ້ອງກັນພັກ-ພະນັກງານ ໄດ້ຜ່ານມະຕິຕົກລົງຂອງຄະນະພັກ ຄະນະຈັດຕັ້ງສູນກາງພັກ ວ່າດ້ວຍການຮັບເອົາມະຫາຊົນຜູ້ກ້າວໜ້າເຂົ້າເປັນສະມາຊິກພັກສຳຮອງ, ຈາກນັ້ນ ສະຫາຍເລຂາໜ່ວຍພັກໄດ້ຂຶ້ນກ່າວຄຳເຫັນ ມອບຂໍ້ຕົກລົງ ແລະ ຈັບມືຕ້ອນຮັບສະມາຊິກພັກໃໝ່ ເພື່ອສືບຕໍ່ກໍ່ສ້າງໃຫ້ຜ່ານສະໄໝ ສຳຮອງ 12 ເດືອນ ແລະ ກ້າວໄປສູ່ການເປັນສະມາຊິກພັກສົມບູນໃນຂັ້ນຕໍ່ໄປ.

     ໃນຕອນທ້າຍຂອງພິທີ ສະຫາຍ ນາງ ບຸດສະດີ ທະນະເມືອງ ໄດ້ມີຄຳເຫັນໂອ້ລົມຕໍ່ພິທີ ເຊິ່ງສະຫາຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ໜ່ວຍພັກ ທີ່ໄດ້ເປັນເຈົ້າການຕິດຕາມກໍ່ສ້າງມະຫາຊົນກ້າວໜ້າເຂົ້າມາເປັນສະມາຊິກພັກສຳຮອງ  ຊຶ່ງຈະເປັນອີກໜຶ່ງກຳລັງແຮງໃຫ້ແກ່ໜ່ວຍພັກ ພ້ອມນີ້ຍັງໄດ້ເນັ້ນໃຫ້ສະມາຊິກພັກສຳຮອງ ສືບຕໍ່ກໍ່ສ້າງ ແລະ ຝຶກຝົນຫຼໍ່ຫຼອມຕົນເອງ ຄົ້ນຄວ້າຮໍ່າຮຽນ, ກໍາໄດ້ແນວທາງນະໂຍບາຍຂອງພັກ ແລະ ກົດໝາຍຂອງລັດ, ຫ້າວຫັນຕໍ່ໜ້າທີ່ວຽກງານທີ່ໄດ້ຮັບໝອບໝາຍ, ພັດທະນາຕົນເອງໃນທຸກດ້ານ ເພື່ອສ້າງຕົນເອງໃຫ້ກາຍເປັນສະມາຊິກພັກສົມບູນ ແລະ ເປັນກໍາລັງແຮງຊ່ວຍວຽກໃຫ້ໜ່ວຍພັກໃນການເປັນເສນາທິການໃຫ້ຄະນະພັກ ຄະນະຈັດຕັ້ງສູນກາງພັກ ຢ່າງຕໍ່ເນື່ອງ.