ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ຄະນະຈັດຕັ້ງສູນກາງພັກ ຈັດກອງປະຊຸມສ່ອງແສງລາຍງານວຽກງານຈັດຕັ້ງ ຜ່ານລະບົບກອງປະຊຸມທາງໄກ
ຈຳນວນຜູ້ອ່ານ: 62
ອະນຸມັດວັນທີ: 25/11/2021

ຂ່າວ: ວິລະສະໄໝ

ພາບ: ພອນສະຫວັນ + ມັນທະວີ + ອານຸສອນ

     ປະຕິບັດຕາມລະບອບແບບແຜນວິທີເຮັດວຽກ ແລະ ແຜນການເຄື່ອນໄຫວຂອງຄະນະຈັດຕັ້ງສູນກາງພັກ (ຄຈສພ), ໃນວັນທີ 24 ພະຈິກ 2021 ທີ່ຫ້ອງປະຊຸມ ຄຈສພ ໄດ້ຈັດກອງປະຊຸມສ່ອງແສງລາຍງານວຽກງານຈັດຕັ້ງ, ກໍ່ສ້າງພັກ-ພະນັກງານ ປະຈຳປີ 2021 ແລະ ແຜນການກະກຽມດຳເນີນກອງປະຊຸມວຽກງານຈັດຕັ້ງຂອງບັນດາແຂວງ, ນະຄອນຫຼວງ, ກະຊວງ-ອົງການ ຜ່ານລະບົບກອງປະຊຸມທາງໄກ ໂດຍການເຂົ້າຮ່ວມເປັນປະທານຂອງທ່ານ ນາງ ສີໃສ ລືເດດມູນສອນ ກຳມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກ, ມີຜູ້ຕາງໜ້າກົມ, ຫ້ອງການທີ່ຂຶ້ນກັບຄະນະຈັດຕັ້ງສູນກາງພັກ ແລະ ຫົວໜ້າຄະນະຈັດຕັ້ງແຂວງ, ຫົວໜ້າກົມຈັດຕັ້ງກະຊວງ-ອົງການ ພ້ອມດ້ວຍຄະນະເຂົ້າຮ່ວມ.

     ກອງປະຊຸມໄດ້ຮັບຟັງການລາຍງານວຽກງານຈັດຕັ້ງ, ກໍ່ສ້າງພັກ-ພະນັກງານ ແລະ ແຜນການກະກຽມດຳເນີນກອງປະຊຸມວຽກງານຈັດຕັ້ງຂອງບັນດາກະຊວງ-ອົງການ, ແຂວງ-ນະຄອນຫຼວງ ພ້ອມທັງປະກອບຄຳເຫັນແລກປ່ຽນບົດຮຽນວຽກງານດັ່ງກ່າວໃນໄລຍະຜ່ານມາ ເພື່ອກຽມຄວາມພ້ອມໃນການດຳເນີນກອງປະຊຸມວຽກງານຈັດຕັ້ງຢູ່ແຕ່ລະພາກສ່ວນໃນຕໍ່ໜ້າໃຫ້ໄດ້ຮັບຜົນສຳເລັດ.

     ໃນຕອນທ້າຍຂອງກອງປະຊຸມ ທ່ານ ນາງ ສີໃສ ລືເດດມູນສອນ ກຳມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກ ໄດ້ມີຄຳເຫັນແນະນຳກ່ຽວກັບຄຳສັ່ງແນະນຳສະບັບເລກທີ 219/ຄລສພ, ລົງວັນທີ 8 ພະຈິກ 2021 ວ່າດ້ວຍການຈັດຕັ້ງຜັນຂະຫຍາຍເນື້ອໃນມະຕິກອງປະຊຸມວຽກງານຈັດຕັ້ງທົ່ວປະເທດ ຄັ້ງທີ XI ພ້ອມນີ້ ກໍ່ໄດ້ເນັ້ນໃຫ້ສືບຕໍ່ສ້າງແຜນກໍານົດພະນັກງານນຳພາ-ຄຸ້ມຄອງຢູ່ແຕ່ລະຂັ້ນ, ແຜນບຳລຸງ-ກໍ່ສ້າງພະນັກງານ, ການຄຸ້ມຄອງພະນັກງານ, ການຈັດວາງ-ສັບຊ້ອນພະນັກງານ; ສະຫຼຸບຕີລາຄາວຽກງານຈັດຕັ້ງ, ກໍ່ສ້າງພັກ-ພະນັກງານໃຫ້ແທດເໝາະ ແລະ ສອດຄ່ອງກັບສະພາບຈຸດພິເສດຂອງແຕ່ລະບ່ອນ, ກະກຽມຄວາມພ້ອມໃນການດຳເນີນກອງປະຊຸມສະຫຼຸບວຽກງານຈັດຕັ້ງ ຕິດພັນກັບການຈັດຕັ້ງຜັນຂະຫຍາຍເນື້ອໃນຈິດໃຈກອງປະຊຸມວຽກງານຈັດຕັ້ງທົ່ວປະເທດ ຄັ້ງທີ XI ໃນຄວາມຮັບຜິດຊອບທົ່ວຂະແໜງການຂອງຕົນໃຫ້ມີຜົນສຳເລັດ.