ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ທາບທາມບຸກຄະລາກອນຄະນະພັກ ຄະນະຈັດຕັ້ງສູນກາງພັກ ສະໄໝທີ IX ຮອບທີ I
ຈຳນວນຜູ້ອ່ານ: 49
ອະນຸມັດວັນທີ: 22/11/2021

       ຂ່າວ : ຄອນຄຳ

ພາບ: ແສງອາລຸນ, ສູນທອນ, ລັດດາວັນ.

       ເພື່ອສືບຕໍ່ຈັດຕັ້ງປະຕິບັດຄຳສັ່ງຂອງຄະນະເລຂາທິການສູນກາງພັກ ວ່າດ້ວຍການກະກຽມດຳເນີນກອງປະຊຸມໃຫຍ່ອົງຄະນະພັກກະຊວງ-ອົງການ, ແຂວງ-ນະຄອນຫຼວງ, ອົງຄະນະພັກເມືອງ-ນະຄອນ ແລະ ຮາກຖານພັກທົ່ວປະເທດ ໂດຍສະເພາະແມ່ນອົງຄະນະພັກທີ່ຍັງບໍ່ທັນໄດ້ດຳເນີນກອງປະຊຸມໃຫຍ່ຂັ້ນຂອງຕົນສຳເລັດ; ໃນວັນທີ 22 ພະຈິກ 2021 ຄະນະພັກ ຄະນະຈັດຕັ້ງສູນກາງພັກ (ຄຈສພ) ໄດ້ຈັດກອງປະຊຸມທາບທາມບຸກຄະລາກອນ ຄະນະພັກ ຄຈສພ ສະໄໝທີ IX ຮອບທີ I ທີ່ສະໂມສອນຫ້ອງວ່າການສູນກາງພັກ ພາຍໃຕ້ການເປັນປະທານຂອງສະຫາຍ ນາງ ສີໃສ ລືເດດມູນສອນ ກໍາມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ເລຂາຄະນະພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກ, ມີຄະນະພັກ, ຄະນະໜ່ວຍພັກ ແລະ ສະມາຊິກພັກທົ່ວອົງຄະນະພັກ ເຂົ້າຮ່ວມຢ່າງພ້ອມພຽງ.

       ກອງປະຊຸມໄດ້ຜ່ານຮ່າງລາຍງານການເມືອງ ສະຫຼຸບຕີລາຄາການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງຜ່ານມາ, ຜ່ານຮ່າງແຜນພັດທະນາວຽກງານຈັດຕັ້ງ, ກໍ່ສ້າງພັກ-ພະນັກງານ ໃນ 5 ປີຕໍ່ໜ້າ ແລະ ຜ່ານຮ່າງບົດສຳຫຼວດການນຳພາລວມຂອງຄະນະພັກ ຄຈສພ ເພື່ອພ້ອມກັນປະກອບຄຳເຫັນໃສ່ຮ່າງເອກະສານດັ່ງກ່າວໃຫ້ມີເນື້ອໃນສອດຄ່ອງຄົບຖ້ວນຕາມຄວາມເປັນຈິງ ແລະ ສາມາດຈັດຕັ້ງປະຕິບັດໄດ້ຕາມທ່າແຮງບົ່ມຊ້ອນຂອງອົງຄະນະພັກ. ພ້ອມນີ້ ກໍ່ໄດ້ດຳເນີນການທາບທາມບຸກຄະລາກອນ ຮອບທີ I ເພື່ອອອກສະໝັກຮັບເລືອກຕັ້ງເຂົ້າໃນຄະນະພັກ ຄຈສພ ສະໄໝທີ IX.

       ກອງປະຊຸມຮຽກຮ້ອງມາຍັງບັນດາສະຫາຍສະມາຊິກພັກທົ່ວອົງຄະນະພັກ ຄຈສພ ຍົກສູງຄວາມຮັບຜິດຊອບໃນການຄັດເລືອກບຸກຄະລາກອນອອກສະໝັກຮັບເລືອກຕັ້ງ ແລະ ປະກອບຄຳເຫັນໃສ່ເອກະສານສຳຄັນຂອງກອງປະຊຸມ ຕີລາຄາຢ່າງພາວະວິໄສ ຮັບປະກັນຄວາມຖືກຕ້ອງສອດຄ່ອງກັບຄວາມເປັນຈິງ, ເອົາໃຈໃສ່ດ້ານໂຄງປະກອບບຸກຄະລາກອນ ຕ້ອງຮັບປະກັນ 3 ຮຸ່ນ: ຮຸ່ນອາວຸໂສ, ຮຸ່ນກາງ ແລະ ຮຸ່ນໜຸ່ມ, ມີຜູ້ເກົ່າ, ຜູ້ໃໝ່, ເຜົ່າ ແລະ ເພດຍິງ ຕາມຈຳນວນທີ່ເໝາະສົມ, ກຳແໜ້ນ ແລະ ຄຳນຶງເຖິງມາດຕະຖານເງື່ອນໄຂ ແລະ ໂຄງປະກອບໃຫ້ຖືກຕ້ອງຕາມນິຕິກຳ ທີ່ໄດ້ກຳນົດໄວ້.