ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ຄະນະຈັດຕັ້ງສູນກາງພັກ ຈັດພິທີມອບໃບຢັ້ງຢືນ, ຍ້ອງຍໍໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ແລະ ປະເມີນຜົນພະນັກງານ-ລັດຖະກອນ ປະຈຳປີ 2020
ຈຳນວນຜູ້ອ່ານ: 71
ອະນຸມັດວັນທີ: 19/11/2021

       ບົດຂ່າວ: ຄອນຄຳ

ຖ່າຍພາບ: ແສງອາລຸນ, ສູນທອນ, ສໍສົດໃສ.

       ໃນວັນ​ທີ 17 ພະຈິກ 2021 ຄະນະ​ຈັດ​ຕັ້ງ​ສູນ​ກາງ​ພັກ (ຄຈສພ) ​ໄດ້​ຈັດ​ພິທີມອບຮັບໃບຢັ້ງຢືນໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ແລະ ປະເມີນຜົນພະນັກງານ-ລັດຖະກອນ ປະຈຳປີ 2020 ຢູ່ສະໂມສອນ ຄຈສພ ໂດຍຕອນເຊົ້າໄດ້​ມີພິທີ ມອບ-ຮັບ ໃບຢັ້ງຢືນໃຫ້ກັບໜ່ວຍພັກທີ່ມີມາດຕະຖານເງື່ອນໄຂໄດ້ຮັບຕາມການຕີລາຄາ ປະເມີນຜົນເປັນລຳດັບ-ຂັ້ນຕອນຂອງຄະນະຮັບຜິດຊອບ. ໃຫ້ກຽດເຂົ້າຮ່ວມເປັນປະທານ ແລະ ມີຄຳເຫັນໂອ້ລົມຕໍ່ພິທີດັ່ງກ່າວໂດຍ ສະຫາຍ ນາງ ສີໃສ ລືເດດມູນສອນ ກໍາມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ເລຂາຄະນະພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກ, ມີຄະນະພັກ ຄຈສພ, ຄະນະກົມ, ຄະນະຫ້ອງການ ແລະ ບັນດາຫົວໜ້າພະແນກ ເຂົ້າຮ່ວມຢ່າງພ້ອມພຽງ.

       ໃນພິທີ ໄດ້ສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານກໍ່ສ້າງໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2020, ຍົກໃຫ້ເຫັນດ້ານດີ, ດ້ານອ່ອນ-ຂໍ້ຄົງຄ້າງ, ສາເຫດ ແລະ ບົດຮຽນທີ່ຖອດຖອນໄດ້ ເຊິ່ງຜ່ານການປະເມີນຜົນຈາກ 8 ໜ່ວຍພັກ ສາມາດຢັ້ງຢືນເປັນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ໄດ້ 4 ໜ່ວຍພັກ ຄື: ໜ່ວຍພັກກົມກໍ່ສ້າງພັກ, ໜ່ວຍພັກກົມຈັດຕັ້ງພະນັກງານ, ໜ່ວຍພັກກົມຄຸ້ມຄອງພະນັກງານ ແລະ ໜ່ວຍພັກກົມກົງຈັກການຈັດຕັ້ງແລະກົດລະບຽບພັກ, ພ້ອມນີ້ ກໍ່ໄດ້ວາງທິດທາງແຜນການສູ້ຊົນໃນປີຕໍ່ໄປ.

       ໃນຕອນທ້າຍຂອງພິທີ ຜູ້ເຂົ້າຮ່ວມໄດ້ຮັບຟັງຄຳເຫັນໂອ້ລົມຂອງສະຫາຍ ນາງ ສີໃສ ລືເດດມູນສອນ ເຊິ່ງສະຫາຍໄດ້ຍ້ອງຍໍຊົມເຊີຍຕໍ່ຜົນງານການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ພ້ອມກັບມີທິດຊີ້ນຳໃນການປັບປຸງແກ້ໄຂບັນຫາທີ່ຍັງຄົງຄ້າງ ໃຫ້ມີບາດກ້າວໃໝ່ທີ່ຕັ້ງໜ້າ ຕອບສະໜອງໄດ້ກັບໜ້າທີ່ການເມືອງໃນໄລຍະໃໝ່ ໂດຍສະເພາະຕ້ອງເຫັນໄດ້ຄວາມສຳຄັນຂອງວຽກງານຈັດຕັ້ງ, ກໍ່ສ້າງພັກ-ພະນັກງານ, ກຳໃຫ້ໄດ້ທ່າແຮງຂອງສະມາຊິກພັກ, ຂໍ້ສະດວກ ຂໍ້ຫຍຸ້ງຍາກໃນການດຳລົງຊີວິດ ພ້ອມກັນນັ້ນກໍ່ຕ້ອງວິເຄາະໄຈ້ແຍກໃຫ້ໄດ້ພະນັກງານຜູ້ໃດເຮັດໄດ້ດີກໍ່ຕ້ອງສົ່ງເສີມ, ຜູ້ໃດເຮັດຜິດພາດກໍ່ຕ້ອງເອົາໃຈໃສ່ສຶກສາອົບຮົມດ້ວຍຄວາມເປັນຫ່ວງເປັນໄຍ ຫຼີກລ້ຽງແນວຄິດອັກຄະຕິ, ກຸ່ມກ້ອນ ແລະ ຕ້ານແນວຄິດທີ່ກຳພະນັກງານບໍ່ໄດ້, ຕ້ອງເອົາໃຈໃສ່ສຶກສາອົບຮົມຄວາມສາມັກຄີພາຍໃນໃຫ້ເປັນປຶກແຜ່ນ.

       ໃນຕອນບ່າຍຂອງວັນດຽວກັນ ໄດ້​ສືບຕໍ່ຈັດກອງປະຊຸມສະຫຼຸບ-ຖອດຖອນບົດຮຽນ ການປະເມີນຜົນພະນັກງານ-ລັດຖະກອນ ປະຈຳປີ 2020 ເຊິ່ງກອງປະຊຸມໄດ້ສະຫຼຸບຕີລາຄາການປະເມີນຜົນພະນັກງານ-ລັດຖະກອນ ຕາມ 3 ເນື້ອໃນການປະເມີນຜົນ ຄື: 1. ດ້ານຄຸນທາດການເມືອງ ຄຸນສົມບັດສິນທຳປະຕິວັດ, 2. ດ້ານຄວາມຮູ້ ຄວາມສາມາດ ແລະ ປະສົບການ, 3. ດ້ານຜົນສຳເລັດການປະຕິບັດໜ້າທີ່ວຽກງານ.

       ໃນປີ 2020 ຄະນະຈັດຕັ້ງສູນກາງພັກ ມີພະນັກງານທັງໝົດ 200 ກວ່າສະຫາຍ, ຍິງ 80 ກວ່າສະຫາຍ; ຜູ້ທີ່ມີເງື່ອນໄຂໄດ້ຮັບການປະເມີນ ມີ 156 ສະຫາຍ, ຍິງ 72 ສະຫາຍ, ຜູ້ທີ່ບໍ່ໄດ້ຮັບການປະເມີນ ມີ 40 ກວ່າສະຫາຍ ຍ້ອນໄປຍົກລະດັບຮຽນຕໍ່ໄລຍະຍາວ, ລົງກໍ່ສ້າງຮາກຖານຢູ່ທ້ອງຖິ່ນ, ລັດຖະກອນ 95%, ລັດຖະກອນທີ່ຫາກໍ່ເລື່ອນເປັນສົມບູນ ແລະ ພະນັກງານຮຽນຈົບມາໃໝ່. ໃນຈຳນວນພະນັກງານທີ່ໄດ້ຮັບການປະເມີນຜົນ 150 ກວ່າສະຫາຍ ໄດ້ຮັບການປະເມີນຜົນຢູ່ໃນລະດັບດີຫຼາຍ 92 ສະຫາຍ, ຍິງ 39 ສະຫາຍ, ລະດັບດີ 62 ກວ່າສະຫາຍ, ຍິງ 31 ສະຫາຍ.

       ໃນການຕີລາຄາປະເມີນຜົນພະນັກງານ-ລັດຖະກອນຄັ້ງນີ້ ຈະເປັນຂໍ້ມູນພື້ນຖານໃນການວາງແຜນບຸກຄະລາກອນ ກໍ່ຄືການສ້າງແຜນກຳນົດພະນັກງານ, ສ້າງແຜນບຳລຸງ-ກໍ່ສ້າງ, ການຈັດວາງສັບຊ້ອນ ໜ້າທີ່ຕຳແໜ່ງ, ຄາດຄະເນຈຳນວນ, ລະດັບ ແລະ ຄຸນນະພາບຂອງພະນັກງານ-ລັດຖະກອນທີ່ບັນຈຸເຂົ້າໃນຕຳແໜ່ງງານ, ພ້ອມນີ້ ກໍ່ຈະໄດ້ນຳໃຊ້ເປັນຂໍ້ມູນພື້ນຖານ ໃນການຄົ້ນຄວ້າຍ້ອງຍໍພະນັກງານປະຈຳປີ, ປະຈຳ 5 ປີ ... ສໍາລັບຜູ້ທີມີຜົນການປະເມີນ ຢູ່ໃນລະດັບກາງ, ອ່ອນ ແລະ ອ່ອນຫຼາຍ ແມ່ນຈະໄດ້ວາງເປົ້າໝາຍໄວ້ໃນແຜນການຝຶກອົບຮົມຍົກລະດັບຄວາມຮູ້, ຄວາມສາມາດ ໃຫ້ແທດເໝາະກັບໜ້າທີ່ຄວາມຮັບຜິດຊອບ ເພື່ອໃຫ້ສົມຄູ່ກັບຕຳແໜ່ງງານໃນຕໍ່ໜ້າ.