ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ກອງປະຊຸມວຽກງານຈັດຕັ້ງທົ່ວປະເທດ ຄັ້ງທີ 11 ອັດລົງດ້ວຍຜົນສຳເລັດຢ່າງຈົບງາມ
ຈຳນວນຜູ້ອ່ານ: 89
ອະນຸມັດວັນທີ: 26/10/2021

        ພາຍຫຼັງ​ທີ່​ໄດ້​ດຳ​ເນີນ​ມາ​ເປັນ​ເວ​ລາ 2 ວັນ ກອງປະຊຸມວຽກງານຈັດຕັ້ງທົ່ວປະເທດ ຄັ້ງທີ 11 ໄດ້ອັດ​ລົງດ້ວຍຜົນສຳເລັດອັນຈົບງາມໃນວັນທີ 26 ຕຸ​ລາ 2021 ໂດຍເປັນກຽດເຂົ້າຮ່ວມ ແລະ ມີຄຳເຫັນໂອ້ລົມຂອງສະຫາຍ ​ທອງ​ລຸນ ສີ​ສຸ​ລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະທານປະເທດແຫ່ງ ສ​ປ​ປ ລາວ.

        ກອງປະຊຸມຄັ້ງນີ້ໄດ້ສະຫຼຸບຕີລາຄາ​ຄືນ​ການ​​ປະ​ຕິ​ບັດວຽກງານຈັດຕັ້ງ, ກໍ່ສ້າງ​ພັກ-ພະນັກງານ ໄລ​ຍະ 5 ປີ (2016-2020) ແລະ ທິດທາງໜ້າ​ທີ່ 5 ປີ (2021-2025); ຕະຫຼອດໄລຍະດໍາເນີນກອງປະຊຸມ ບັນດາຜູ້ແທນໄດ້ຍົກສູງຄວາມຮັບຜິດຊອບໜ້າທີ່ການເມືອງຂອງຕົນ ພ້ອມກັນຄົ້ນຄວ້າປະກອບຄຳຄິດເຫັນຢ່າງເລິກເຊິ່ງກົງໄປກົງມາຕໍ່ການຕີລາຄາໝາກຜົນການຈັດຕັ້ງປະຕິບັດເນື້ອໃນກອງປະຊຸມວຽກງານຈັດຕັ້ງທົ່ວປະເທດ ຄັ້ງທີ 10, ພ້ອມທັງສະເໜີມາດຕະການ, ວິທີການປັບປຸງແກ້ໄຂບັນດາຈຸດອ່ອນຂໍ້ຄົງຄ້າງ​ໄລຍະຜ່ານມາ.

        ໃນ 5 ປີ ຜ່ານມາ ການຈັດຕັ້ງປະຕິບັດແນວທາງການຈັດຕັ້ງຂອງພັກ ​ໄດ້ຄຽງຄູ່ກັບການຈັດຕັ້ງປະຕິບັດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ວຽກງານການພັດທະນາເສດຖະກິດ-ວັດທະນະທຳ-ສັງຄົມ ເຫັນວ່າມີຜົນສຳເລັດໃນແຕ່ລະໄລຍະເປັນຕົ້ນ: ການປັບປຸງລະບົບການເມືອງ​ໄດ້ສຸມໃສ່ກໍ່ສ້າງພັກໃຫ້ປອດໃສ, ເຂັ້ມແຂງ, ໜັກແໜ້ນ ທັງ 4 ດ້ານຄື: ດ້ານການເມືອງ, ດ້ານແນວຄິດ, ດ້ານການຈັດຕັ້ງ ແລະ ດ້ານແບບແຜນນຳພາວິທີເຮັດວຽກມີບາດກ້າວດີຂຶ້ນ ເຮັດ​ໃຫ້ການຈັດຕັ້ງຮາກ​ຖານພັກ, ສະມາຊິກພັກໄດ້ເພີ່ມຂຶ້ນທາງດ້ານຈຳນວນ ແລະ ຄຸນນະພາບ. ປະຈຸ​ບັນ ​ທົ່ວ​ປະ​ເທດ​ມີ 36 ອົງຄະ​ນະ​ພັກ​ກະຊວງ-ອົງການ, ມີ 18 ອົງຄະ​ນະ​ພັກ​ແຂວງ-ນະຄອນຫຼວງ, ມີ 148 ອົງຄະ​ນະ​ພັກ​ເມືອງ-ນະຄອນ, ມີ 22.675 ການຈັດຕັ້ງຮາກ​ຖານ​ພັກ ທຽບ​ໃສ່ ປີ 2015 ​ເພີ່ມ​ຂື້ນ 2.895 ຮາກ​ຖານ​ພັກ; ​ໃນ​ນີ້​ມີ 2.237 ຄະນະ​ພັກ​ຮາກ​ຖານ, ມີ 20.438 ໜ່ວຍພັກ​; ຜ່ານ​ການ​ຕີ​ລາຄາ​ຄຸນ​ນະພາ​ບ ​​ແລະ ​ຈັດ​ປະ​ເພດ​ໃນ​ປີ 2020 ​ໄດ້​ຮັບຮອງ​ເປັນ​ໜ່ວຍ​ພັກ​ປອດ​ໃສ, ​ເຂັ້ມ​ແຂງ, ໜັກ​ແໜ້ນ 13.451 ໜ່ວຍ​ ກວມ 65,81% ຂອງ​ໜ່ວຍ​ພັກ​ທັງ​ໝົດ, ໜ່ວຍ​ພັກ​ແຂງ​ມີ 3.987 ໜ່ວຍ​ ກວມ 19,50%, ໜ່ວຍ​ພັກ​ກາງ​ມີ 654 ໜ່ວຍ​ ກວມ 3,19%, ໜ່ວຍ​ພັກ​ອ່ອນ 21 ໜ່ວຍ ​ກວມ 0,10% ​ແລະ ບໍ່​ໄດ້​ຈັດ​ປະ​ເພດ​ມີ 2.325 ໜ່ວຍ​ກວມ 11,37%. ການ​ຂະຫຍາຍ​ພັກ​ແມ່ນ​ໄດ້​ປະຕິບັດ​ຕາມ​ກົດ​ລະບຽບ​ຂອງ​ພັກ, ຖື​ເອົາ​ຄຸນ​ນະພາ​ບ​ເປັນ​ກົກ, ຄັດ​ເລືອກ​ເອົາ​ຜູ້​ທີ່​ພົ້ນ​ເດັ່ນ​ຈາກ​ຂະ​ບວນການ​ຕົວ​ຈິງ ອັນ​ໄດ້​ເຮັດ​ໃຫ້​ສະມາຊິກ​ພັກ​ເພີ່ມ​ຂື້ນ​ທາງ​ດ້ານ​ຈໍ​ານວນ ​ແລະ ຄຸນ​ນະພາ​ບ, ສາມາດ​ເປັນ​ກໍາລັງ​ແຮງ​ນໍາພາ​ຢູ່​ທຸກ​ຂົງ​ເຂດ​ວຽກ​ງານ​ນັບ​ແຕ່​ຮາກ​ຖານ​ຂື້ນ​ມາ, ປະຈຸ​ບັນ​ມີ​ສະມາຊິກ​ພັກ​ທັງ​ໝົດ 348.686 ສະຫາຍ, ຍິງ 88.433 ສະຫາຍ ທຽບ​ໃສ່ ປີ 2015 ​ເພີ່ມ​ຂື້ນ 67.673 ສະຫາຍ; ຜ່ານ​ການ​ຕີ​ລາຄາ​ຄຸນ​ນະພາ​ບ ​ແລະ ຈັດ​ປະ​ເພດ​ໃນ​ປີ 2020 ມີ​ສະມາຊິກ​ພັກ​ປອດ​ໃສ, ​ເຂັ້ມ​ແຂງ, ໜັກ​ແໜ້ນ ປະ​ເພດ​ແຂງ 274.401 ສະຫາຍ​ ກວມ 78,69% ຂອງ​ຈໍານວນ​ສະມາຊິກ​ພັກ​ທັງ​ໝົດ, ກາງ 9.858 ສະຫາຍ ​ກວມ 2,82% ອ່ອນ 424 ສະຫາຍ ​ກວມ 0,12% ​ແລະ ບໍ່​ໄດ້​ຈັດ​ປະ​ເພດ​ມີ 64.003 ສະຫາຍ​ ກວມ 18,35%.  ເດັ່ນກວ່າໝູ່ແມ່ນໃນເວລາດຳເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ ຕາມຄໍາສັ່ງເລກທີ 04 ຂອງຄະນະເລຂາທິການສູນກາງພັກ ກາຍເປັນຂະບວນການປັບປຸງປົວແປງພັກຢ່າງເລິກເຊິ່ງ, ໜັກແໜ້ນ; ພາຍຫຼັງກອງປະຊຸມໃຫຍ່ 3 ຂັ້ນຂອງພັກສໍາເລັດ, ດ້ານຄຸນນະພາບຂອງຄະນະພັກແຕ່ລະຂັ້ນໄດ້ຮັບການປັບປຸງດີຂຶ້ນກວ່າເກົ່າ, ບັນດາສະຫາຍທີ່ໄດ້ຮັບເລືອກຕັ້ງສ່ວນຫຼາຍແມ່ນນອນຢູ່ໃນແຜນກຳນົດພະນັກງານນຳພາ-ຄຸ້ມຄອງ ແລະ ຖືກຕ້ອງຕາມເງື່ອນໄຂ-ມາດຕະຖານທີ່ໄດ້ກຳນົດໄວ້ ເຊິ່ງມີລະດັບຄວາມຮູ້ທິດສະດີການເມືອງ, ວິຊາສະເພາະແຕ່ຊັ້ນສູງຂຶ້ນໄປກວມອັດຕາສ່ວນຫຼາຍ ແລະ ໄດ້ຜ່ານຂະບວນການວຽກງານຕົວຈິງ, ໂຄງປະກອບຄະນະພັກຮັບປະກັນໄດ້ທັງຮຸ່ນອາວຸໂສ, ຮຸ່ນກາງ ແລະ ຮຸ່ນໜຸ່ມ.

        ໂດຍເຫັນໄດ້ຄວາມສໍາຄັນທີ່ວ່າ ພະນັກງານແມ່ນປັດໄຈຕັດສິນຜົນໄດ້ຜົນເສຍຂອງການຈັດຕັ້ງປະຕິບັດແນວທາງ, ແຜນນະໂຍບາຍຂອງພັກ ແລະ ວຽກງານພະນັກງານແມ່ນຂໍກະແຈສໍາຄັນ ໃນຂະບວນວິວັດການຈັດຕັ້ງປະຕິບັດບົດບາດນໍາພາຂອງພັກຕໍ່ພາລະກິດປະຕິວັດ; ກົມການເມືອງສູນກາງພັກ ແລະ ຄະນະເລຂາທິການສູນກາງພັກ ໄດ້ປັບປຸງນິຕິກໍາກ່ຽວກັບວຽກງານພະນັກງານ ຈໍານວນ 4 ສະບັບ ແລະ ສ້າງໃໝ່ຈໍານວນ 4 ສະບັບ;​ ຄະນະພັກແຕ່ລະຂັ້ນໄດ້ເອົາໃຈໃສ່ສ້າງ ແລະ ປະຕິບັດແຜນກໍານົດພະນັກງານນໍາພາ-ຄຸ້ມຄອງໃນຂອບເຂດຄວາມຮັບຜິດຊອບຂອງຕົນຢ່າງເປັນເຈົ້າການ,​ ຮອດ ປີ 2020 ໄດ້ສໍາເລັດການສ້າງແຜນກໍານົດພະນັກງານຂັ້ນສູນກາງຄຸ້ມຄອງ 53 ພາກສ່ວນ, ຕໍາແໜ່ງຂຶ້ນກັບສິດຄຸ້ມຄອງຂອງກະຊວງ-ອົງການ 168 ພາກສ່ວນ, ແຂວງ-ນະຄອນຫຼວງ 490 ພາກສ່ວນ, ຂັ້ນບ້ານ 1.279 ບ້ານ; ແຜນກໍານົດດັ່ງກ່າວໄດ້ເປັນບ່ອນອີງໃນການວາງແຜນບໍາລຸງ-ກໍ່ສ້າງ, ສັບຊ້ອນ, ຈັດວາງພະນັກງານ. ນອກນັ້ນ, ຄະນະພັກແຕ່ລະຂັ້ນຍັງໄດ້ເອົາໃຈໃສ່ບໍາລຸງ-ກໍ່ສ້າງພະນັກງານຢູ່ໃນສິດຄຸ້ມຄອງຂອງຕົນ, ສະເພາະການບໍາລຸງ-ກໍ່ສ້າງສາຍການເມືອງ-ການປົກຄອງ ຄະນະຈັດຕັ້ງສູນກາງພັກໄດ້ເປັນເຈົ້າການສົມທົບກັບບັນດາກະຊວງ-ອົງການ, ແຂວງ-ນະຄອນຫຼວງຄົ້ນຄວ້າເປົ້າໝາຍໄປບໍາລຸງ-ກໍ່ສ້າງຢູ່ພາຍໃນ ແລະ ຕ່າງປະເທດຈໍານວນ 4.700 ກວ່າສະຫາຍ, ຍິງ 900 ກວ່າສະຫາຍ, ຜ່ານການຈັດຕັ້ງປະຕິບັດຕົວຈິງເຮັດໃຫ້ຖັນແຖວພະນັກງານມີຄວາມຮູ້, ຄວາມສາມາດ, ກໍາແໜ້ນແນວທາງ, ແຜນນະໂຍບາຍຂອງພັກ, ​ຫຼັກມູນພື້ນຖານທິດສະດີມາກ-ເລນິນ, ການບໍລິຫານຄຸ້ມຄອງລັດ-ຄຸ້ມຄອງສັງຄົມ ແລະ ວິຊາສະເພາະຕ່າງໆນັບມື້ເພີ່ມຂື້ນເປັນກໍາລັງແຮງໃນການປະຕິບັດໜ້າທີ່ການເມືອງຢູ່ແຕ່ລະຂົງເຂດວຽກງານ. ປະຕິບັດຕາມຫຼັກການພັກນໍາພາໂດຍກົງ, ​ເປັນເອກະພາບ ແລະ ມີການແບ່ງຂັ້ນຄຸ້ມຄອງພະນັກງານຢ່າງຈະແຈ້ງ, ຄະນະພັກແຕ່ລະຂັ້ນໄດ້ຄຸ້ມຄອງ-ປ້ອງກັນພະນັກງານຕາມຂອບເຂດສິດຂອງຕົນ; ປະຈຸບັນ ມີພະນັກງານ-ລັດຖະກອນທັງໝົດ 178.000 ກວ່າສະຫາຍ, ຍິງ 83.000 ກວ່າສະຫາຍ (ບໍ່ນັບກໍາລັງປະກອບອາວຸດ) ໃນນີ້ຢູ່ຂັ້ນສູນກາງກວມ 14,42%, ຂັ້ນແຂວງກວມ 20,29%, ຂັ້ນເມືອງກວມ 65,29%, ສະເພາະພະນັກງານຂັ້ນສູນກາງຄຸ້ມຄອງມີ 1.939 ສະຫາຍ ຍິງ 243 ສະຫາຍ; ກົງຈັກການຈັດຕັ້ງຢູ່ກະຊວງ-ອົງການ ແລະ ທ້ອງຖິ່ນ ໄດ້ຮັບການປັບປຸງໃຫ້ສອດຄອ່ງກັບກົນໄກການບໍລິຫານຄຸ້ມຄອງລັດຕາມທິດຄຸ້ມຄອງມະຫາພາກ. ສັງລວມແລ້ວ ກົງຈັກການຈັດຕັ້ງໃນລະບົບການເມືອງແຕ່ລະຂັ້ນໄດ້ຮັບການປັບປຸງຢ່າງເປັນລະບົບຕໍ່ເນື່ອງ, ຖືກຕາມ ທິດກະທັດຮັດ, ສົມເຫດສົມຜົນ, ເຄື່ອນໄຫວມີປະສິດທິພາບ, ສອດຄ່ອງກັບສະພາບຄວາມເປັນຈິງ ເຮັດໃຫ້ການຈັດຕັ້ງແຕ່ລະຂັ້ນມີຄວາມໜັກແໜ້ນ,​ ເຂັ້ມແຂງ ແລະ ປະຕິບັດພາລະບົດບາດ, ສິດ, ໜ້າທີ່ຂອງຕົນ ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງ ມີຜົນສໍາເລັດ.

        ໃນ​ຕອນ​ທ້າຍກອງ​ປະ​ຊຸມ ຜູ້ແທນໄດ້ຮັບຟັງຄຳເຫັນໂອ້ລົມຂອງສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ແຫ່ງ ສປປ ລາວ ເຊິ່ງ​ສະ​ຫາຍ​ໄດ້​ເນັ້ນ​ໜັກ​ບາງ​ບັນ​ຫາ​ເປັນ​ຕົ້ນ ການຄົ້ນຄວ້າທິດສະດີ ແລະ ພືດຕິກໍາໃຫ້ແກ່ພັກ, ການປັບປຸງພັກດ້ານການຈັດຕັ້ງ, ການນຳພາຂອງຄະນະພັກແຕ່ລະຂັ້ນ, ບັນຫາວຽກງານພະນັກງານ ແລະ ວຽກງານແຂ່ງຂັນ-ຍ້ອງຍໍໃນໄລຍະໃໝ່ ເພື່ອປັບປຸງວຽກງານເຫຼົ່ານີ້ໃຫ້ມີການຫັນປ່ຽນຢ່າງແຂງແຮງ, ຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່.

ບົດຂ່າວ: ຄຳສະຫວັນ ພົມມະວົງ

ພາບຖ່າຍ: ບານ ມູນປະເສີດ

ສູນທອນ ທອງຊະນະ

ສໍສົດໃສ ດວງປັນຍາ