ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ກອງປະຊຸມວຽກງານຈັດຕັ້ງທົ່ວປະເທດ ຄັ້ງທີ 11 ໄດ້ໄຂຂຶ້ນຢ່າງເປັນທາງການ
ຈຳນວນຜູ້ອ່ານ: 106
ອະນຸມັດວັນທີ: 25/10/2021

        ກອງປະຊຸມວຽກງານຈັດຕັ້ງທົ່ວປະເທດ ຄັ້ງທີ 11 ໄດ້ໄຂ​ຂຶ້ນຢ່າງເປັນທາງການໃນຕອນເຊົ້າວັນທີ 25 ຕຸ​ລາ 2021 ຢູ່ທີ່ສະໂມສອນຫ້ອງວ່າ​ການ​ສູນ​ກາງ​ພັກ (ຫຼັກ 6) ພາຍໃຕ້ການເປັນປະທານຂອງສະຫາຍ ບຸນ​ທອງ ຈິດ​ມະ​ນີ ກຳ​ມະ​ການ​ກົມ​ການ​ເມືອງ​ສູນ​ກາງ​ພັກ ຜູ້​ປະ​ຈຳ​ການຄະ​ນະ​ເລ​ຂາທິ​ການ​ສູນ​ກາງ​ພັກ ຮອງ​ປະ​ທານ​ປະ​ເທດ, ມີກຳ​ມະ​ການກົມ​ການ​ເມືອງ​ສູນ​ກາງ​ພັກ, ຄະ​ນະ​ເລ​ຂາ​ທິ​ການ​ສູນ​ກາງ​ພັກ, ກຳ​ມະ​ການ​ສົມບູນ ແລະ ສຳຮອງສູນ​ກາງ​ພັກ, ມີບັນດາຫົວໜ້າຄະນະຈັດຕັ້ງ​ແຂວງ-ນະ​ຄອນຫຼວງ, ຫົວໜ້າກົມຈັດຕັ້ງ-ພະນັກງານກ​ະ​ຊວງ-ອົງ​ການ​ ແລະ ພະ​ນັກ​ງານຂັ້ນກົມພາຍໃນສຳນັກງານ ຄະ​ນະ​ຈັດ​ຕັ້ງ​ສູນ​ກາງ​ພັກ ເຂົ້າຮ່ວມຢ່າງພ້ອມພຽງ.

        ກອງປະຊຸມຄັ້ງນີ້ ເປັນການກວດກາ, ສະຫຼຸບຕີລາຄາຄືນການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານຈັດຕັ້ງ, ກໍ່ສ້າງພັກ-ພະນັກງານ ທີ່ກອງປະຊຸມວຽກງານຈັດຕັ້ງທົ່ວປະເທດ ຄັ້ງທີ 10 ໄດ້ວາງອອກ. ໃນວາລະກອງປະຊຸມ ສະຫາຍ ນາງ ສີ​ໃສ ລື​ເດດ​ມູນ​ສອນ ກໍາມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ຫົວ​ໜ້າ​ຄະ​ນະ​ຈັດ​ຕັ້ງ​ສູນ​ກາງ​ພັກ ໄດ້ຂຶ້ນຜ່ານບົດ​ລາຍ​ງານ​ການປະຕິບັດໜ້າ​ທີ່ວຽກງານຈັດ​ຕັ້ງ, ກໍ່​ສ້າງ​ພັກ-ພະ​ນັກ​ງານ ໃນ 5 ປີຜ່ານມາ (2016-2020) ເຊິ່ງໄດ້ຍົກໃຫ້ເຫັນຜົນສໍາເລັດດ້ານ​ດີ, ດ້ານອ່ອນຂໍ້ຄົງຄ້າງ, ສາເຫດ ແລະ ບົດຮຽນທີ່ຖອດຖອນໄດ້ ແລະ ໄດ້ກໍານົດທິດທາງວຽກງານໃນ 5 ປີຕໍ່ໜ້າ ແນໃສ່ສ້າງພັກໃຫ້ປອດໃສ, ເຂັ້ມແຂງ, ໜັກແໜ້ນ ເພື່ອຍົກສູງຄວາມສາມາດ​ນຳພາ, ລັກສະນະນໍ​າ​ໜ້າຂອງພັກເຮົາໃນເງື່ອນໄຂໃໝ່, ການຫັນປ່ຽນຢ່າງແຂງແຮງ ແລະ ເລິກເຊິ່ງຂອງວຽກງານພະນັກງານ ສືບຕໍ່ນຳພາປະເທດຊາດກ້າວເດີນຕາມເສັ້ນທາງສູ່ຈຸດໝາຍສັງຄົມນິຍົມ ທີ່ພັກວາງອອກ.

        ໃນໄລຍະ 5 ປີ ຜ່ານມາ, ການຈັດຕັ້ງປະຕິບັດແນວທາງການຈັດຕັ້ງຂອງພັກຄຽງຄູ່ກັບການຈັດຕັ້ງປະຕິບັດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ວຽກງານການພັດທະນາເສດຖະກິດ-ວັດທະນະທຳ-ສັງຄົມ ເຫັນວ່າມີຜົນສຳເລັດໃນແຕ່ລະໄລຍະ ເປັນຕົ້ນ: ການປັບປຸງລະບົບການເມືອງໄດ້ສຸມໃສ່ສ້າງພັກໃຫ້ປອດໃສ, ເຂັ້ມແຂງ, ໜັກແໜ້ນ ທັງ 4 ດ້ານຄື: ດ້ານການເມືອງ, ດ້ານແນວຄິດ, ດ້ານການຈັດຕັ້ງ ແລະ ດ້ານແບບແຜນນຳພາວິທີ​ເຮັດ​ວຽກມີບາດກ້າວດີຂຶ້ນ ເຊິ່ງສະແດງອອກຈຳນວນໜ່ວຍພັກ, ສະມາຊິກພັກໄດ້ເພີ່ມຂຶ້ນທາງດ້ານຈຳນວນ ແລະ ຄຸນນະພາບ. ການຈັດຕັ້ງຮາກຖານພັກໄດ້ຂະຫຍາຍເຂົ້າສູ່ຂົງເຂດຕ່າງໆຫຼາຍກວ່າເກົ່າ, ສະ​ແດງ​ອອກ​ປະ​ຈຸ​ບັນທົ່ວ​ປະ​ເທດ​ມີ 22.675 ການ​ຈັດ​ຕັ້ງ​ຮາກ​ຖານ​ພັກ​, ມີ 20.438 ໜ່ວຍ​ພັກ ແລະ ມີ 2.237 ຄະ​ນະ​ພັກ​ຮາກ​ຖານ, ມີ​ສະ​ມາ​ຊິກ​ພັກ​ທັງ​ໝົດ 348.686 ສະ​ຫາຍ, ຍິງ 88.433 ສະ​ຫາຍ. ຜ່ານ​ການຕີລາຄາຄຸນ​ນະພາ​ບ ​ແລະ ຈັດແບ່ງປະເພດ​ໃນ​ປີ 2020 ​ໄດ້​ຮັບຮອງ​ເປັນ​ໜ່ວຍ​ພັກ​ປອດ​ໃສ, ​ເຂັ້ມແຂງ, ໜັກ​ແໜ້ນ 13.451 ໜ່ວຍ, ກວມ 65,81% ຂອງ​ໜ່ວຍ​ພັກ​ທັງ​ໝົດ, ມີສະມາຊິກພັກປອດ​ໃສ, ​ເຂັ້ມ​ແຂງ, ໜັກ​ແໜ້ນ​ ປະ​ເພດ​ແຂງ 274.401 ສະຫາຍ​ກວມ 78,69% ເດັ່ນກວ່າໝູ່ແມ່ນໃນເວລາດຳເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ ຕາມຄໍາສັ່ງເລກທີ 04 ຂອງຄະນະເລຂາທິການສູນກາງພັກ ໄດ້ກາຍເປັນຂະບວນການປັບປຸງປົວແປງພັກຢ່າງເລິກເຊິ່ງ, ໜັກແໜ້ນ; ພາຍຫຼັງກອງປະຊຸມໃຫຍ່ 3 ຂັ້ນຂອງພັກສໍາເລັດ, ດ້ານຄຸນນະພາບຂອງຄະນະພັກແຕ່ລະຂັ້ນໄດ້ຮັບການປັບປຸງດີຂຶ້ນກວ່າເກົ່າ, ບັນດາສະຫາຍ​ຄະ​ນະ​ພັກ​ແຕ່​ລະ​ຂັ້ນສ່ວນຫຼາຍແມ່ນນອນຢູ່ໃນແຜນກຳນົດພະນັກງານນຳພາ-ຄຸ້ມຄອງ ແລະ ຖືກຕ້ອງຕາມເງື່ອນໄຂ-ມາດຕະຖານທີ່ໄດ້ກຳນົດໄວ້ ເຊິ່ງມີລະດັບຄວາມຮູ້ທິດສະດີການເມືອງ, ວິຊາສະເພາະແຕ່ຊັ້ນສູງຂຶ້ນໄປກວມອັດຕາສ່ວນຫຼາຍ ແລະ ໄດ້ຜ່ານຂະບວນການວຽກງານຕົວຈິງ, ໂຄງປະກອບຄະນະພັກຮັບປະກັນໄດ້ທັງຮຸ່ນອາວຸໂສ, ຮຸ່ນກາງ ແລະ ຮຸ່ນໜຸ່ມ, ມີການຂຶ້ນແຜນກຳນົດພະນັກງານນຳພາ-ຄຸ້ມຄອງ, ແຜນບຳລຸງ-ກໍ່ສ້າງນັບທັງໄລຍະສັ້ນ ແລະ ໄລຍະຍາວ, ກົງຈັກການຈັດຕັ້ງຢູ່ກະຊວງ-ອົງການ ແລະ ທ້ອງຖິ່ນ ໄດ້ຮັບການປັບປຸງໃຫ້ສອດຄອ່ງກັບກົນໄກການບໍລິຫານຄຸ້ມຄອງລັດຕາມທິດຄຸ້ມຄອງມະຫາພາກ.

        ນອກຈາກນີ້, ກອງປະຊຸມຍັງໄດ້ຮັບຟັງ​ລາຍ​ງານ​ກ່ຽວກັບການສະຫຼຸບຕີ​ລາຄາ​ສະພາບ​ການກໍ່ສ້າງໜ່ວຍພັກປອດ​ໃສ, ​ເຂັ້ມ​ແຂງ, ໜັກ​ແໜ້ນ; ການ​ປັບປຸງ​ກົງຈັກ​ການຈັດຕັ້ງ​ ​ແລະ ຮັບຟັງການເຜີຍແຜ່, ເຊື່ອມຊຶມມະຕິ​ວ່າ​ດ້ວຍເພີ່ມທະວີການນຳພາຂອງພັກ ເພື່ອສ້າງການຫັນປ່ຽນຢ່າງແຂງແຮງເລິກເຊິ່ງວຽກງານພະນັກງານ ແລະ ການປະກອບຄຳເຫັນຂອງຜູ້ແທນກອງປະຊຸມ ທີ່​ມາຈາກບັນດາກະຊວງ-ອົງການ ແລະ ທ້ອງຖິ່ນຕາມການເຈາະຈີ້ມຂອງປະທານກອງປະຊຸມ ເຊິ່ງ​ກອງ​ປະ​ຊຸມ​ຄັ້ງ​ນີ້ຈະດໍາເນີນເປັນເວລາສອງວັນ ຈຶ່ງ​ຈະ​ອົດ​ລົງ.

ບົດຂ່າວ: ຄຳສະຫວັນ ພົມມະວົງ

ພາບ: ບານ ມູນປະເສີດ