ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ຄຈສພ ສຳເລັດການຝຶກອົບຮົມທິດສະດີການເມືອງ-ການປົກຄອງ 45 ວັນ ຊຸດທີ I
ຈຳນວນຜູ້ອ່ານ: 55
ອະນຸມັດວັນທີ: 07/02/2018

 

      ໃນວັນທີ 18 ມັງກອນ 2018 ທີ່ສູນຝຶກອົບຮົມວຽກງານຈັດຕັ້ງຂອງຄະນະຈັດຕັ້ງສູນກາງພັກ (ທ່າງອນ) ໄດ້ຈັດພິທີມອບໃບຢັ້ງຢືນຜົນສຳເລັດຊຸດຝຶກອົບຮົມທິດສະດີການເມືອງ-ການປົກຄອງ 45 ວັນ ຊຸດທີ I ຈຳນວນ 31 ສະຫາຍ, ຍິງ 11 ສະຫາຍ,  ເປັນກຽດເຂົ້າ ຮ່ວມພິທີມີສະຫາຍ ວັນໄຊ ພອງສະຫວັນ ຄະນະພັກ ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ, ມີສະຫາຍ ຮສ ສະຫມຸດທອງ ສົມພານິດ ຄະນະພັກ, ຮອງຫົວໜ້າສະຖາບັນການເມືອງ-ການປົກຄອງແຫ່ງຊາດ ພ້ອມດ້ວຍຄະນະຮັບຜິດຊອບຊຸດຝຶກອົບຮົມ ແລະ ແຂກຖືກເຊີນຈຳນວນໜຶ່ງ.

      ຊຸດຝຶກອົບຮົມຄັ້ງນີ້ ໄດ້ດຳເນີນມາແຕ່ວັນທີ 13 ພະຈິກ 2017, ມີຜູ້ເຂົ້າຮ່ວມຮັບການຝຶກອົບຮົມທັງໝົດ 31 ສະຫາຍ, ຍິງ 11 ສະຫາຍ. ຜ່ານການຝຶກອົບຮົມເຫັນວ່າ ຜູ້ເຂົ້າຮ່ວມມີແນວຄິດ-ຫຼັກໝັ້ນໜັກແໜ້ນຂຶ້ນຕື່ມບາດກ້າວໜຶ່ງ, ມີຄວາມອຸ່ນອ່ຽນທຸ່ນທ່ຽງ, ມີຄວາມສາມັກຄີພາຍໃນດີ, ມີຄວາມຮູ້ ແລະ ເຂົ້າໃຈຫຼັກມູນພື້ນຖານທິດສະດີມາກ-ເລນິນ ກວ້າງຂວາງ ແລະ ເລິກເຊິ່ງກວ່າເກົ່າ, ເຂົ້າໃຈແນວທາງນະໂຍບາຍຂອງພັກ, ລະບອບປະຊາ ທິປະໄຕປະຊາຊົນ ແລະ ບາດກ້າວເດີນຕາມເສັ້ນທາງສູ່ຈຸດໝາຍສັງຄົມນິຍົມ ຂອງ ສປປ ລາວ ແຈ່ມແຈ້ງຂຶ້ນຕື່ມ. ຜ່ານການປະເມີນຜົນ ສາມາດຕີລາຄາລະດັບຄວາມຮັບຮູ້-ເຂົ້າໃຈ ຕໍ່ບົດຮຽນໄດ້ລະດັບດີຫຼາຍ ກວມເອົາ 85% ແລະ ລະດັບດີປານກາງກວມເອົາ 15%.

      ເນື້ອໃນການຮຽນການສອນປະກອບມີ 5 ພາກວິຊາ ລວມມີ 39 ບົດຄື: ປັດຊະຍາ 8 ບົດ, ເສດຖະສາດການເມືອງ 10 ບົດ, ລັດທິສັງຄົມນິຍົມວິທະຍາສາດ 8 ບົດ, ບໍລິຫານສາດ 8 ບົດ ແລະ ວິຊາກໍ່ສ້າງພັກ 5 ບົດ.

         ເພື່ອເປັນການຢັງຢືນຜົນສຳເລັດການຝຶກອົບຮົມຄັ້ງນີ້ ສະຫາຍ ຮສ ສະຫມຸດທອງ ສົມພານິດ ໄດ້ໃຫ້ກຽດມອບໃບຢັ້ງຢືນໃຫ້ແກ່ສຳມະນາກອນ 31 ສະຫາຍ ຕາມລຳດັບ.

       ຕອນທ້າຍຂອງພິທີ ສະຫາຍ ວັນໄຊ ພອງສະຫວັນ ໄດ້ມີຄຳເຫັນໂອ້ລົມ ແລະ ໃຫ້ທິດຊີ້ນຳ ໃນການນຳເອົາບົດຮຽນທີ່ໄດ້ຈາກການຝຶກອົບຮົມຄັ້ງນີ້ ໄປໝູນໃຊ້ເຂົ້າໃນໜ້າທີ່ວຽກງານໃຫ້ເກີດດອກອອກຜົນ ແລະ ມີຜົນສຳເລັດໃໝ່ທີ່ຕັ້ງໜ້າກວ່າເກົ່າ.

ໂດຍ: ສ. ສົດໃສ