ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ສະຫາຍ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ຊີ້ນຳວຽກງານກະກຽມດຳເນີນກອງປະຊຸມໃຫຍ່ອົງຄະນະພັກ 19 ກະຊວງ-ອົງການ
ຈຳນວນຜູ້ອ່ານ: 61
ອະນຸມັດວັນທີ: 10/09/2021

ພາບ ແລະ ຂ່າວໂດຍ: ສ.ສົດ​ໃສ

​      ເພື່ອສືບຕໍ່ປະຕິບັດ​ຕາມ​ຄຳສັ່ງ​ຂອງ​ຄະນະ​ເລຂາທິການ​ສູນ​ກາງ​ພັກ ​ເລກທີ 04/ຄລສພ, ລົງ​ວັນ​ທີ 07 ພຶດສະພາ 2018 ວ່າ​ດ້ວຍ​ການ​ກະກຽມ​ດຳ​ເນີນ​ກອງ​ປະຊຸມ​ໃຫຍ່​ອົງຄະ​ນະ​ພັກ​ກະຊວງ-ອົງການ, ​ແຂວງ-ນະຄອນຫຼວງ, ​ເມືອງ-ນະຄອນ ​ແລະ ຮາກ​ຖານ​ພັກ ​ໃນ​​ທົ່ວ​ປະ​ເທດ; ​ໃນ​ວັນ​ທີ 9 ກັນຍາ 2021 ຢູ່​ທີ່ຄະນະ​ຈັດ​ຕັ້ງ​ສູ​ນກາງ​ພັກ ໄດ້ຈັດ​ກອງ​ປະຊຸມ​ແນະນຳ​​ວຽກ​ງານກ່ຽວ​ກັບ​ການ​ກະກຽມ​ດຳ​ເນີນກອງ​ປະຊຸມ​ໃຫຍ່​ອົງຄະ​ນະ​ພັກ 19 ກະຊວງ-ອົງການ ​ໂດຍ​ພາຍ​ໃຕ້​ການ​ເປັນ​ປະທານ​ຂອງສະຫາຍ ບຸນ​ທອງ ຈິດ​ມະນີ ກຳມະການ​ກົມ​ການ​ເມືອງສູນ​ກາງ​ພັກ, ຜູ້​ປະຈຳການ​ຄະນະ​ເລຂາທິການ​ສູນ​ກາງ​ພັກ, ມີ​ສະຫາຍ ນາງ ສີ​ໃສ ລື​ເດດ​ມູນ​ສອນ ກຳມະການ​ກົມ​ການ​ເມືອງ​ສູນ​ກາງ​ພັກ, ເລຂາທິການສູນກາງພັກ, ເລຂາຄະນະພັກຄະນະຈັດຕັ້ງສູນກາງພັກ ແລະ ມີຄະນະຮັບຜິດຊອບໜ່ວຍງານລົງຊຸກຍູ້, ຕິດຕາມການກະກຽມດຳເນີນກອງປະຊຸມໃຫຍ່ອົງຄະນະພັກ 19 ກະຊວງ-ອົງການເຂົ້າຮ່ວມ.

     ກອງປະຊຸມຄັ້ງນີ້ ໄດ້ຮັບ​ຟັງ​ການ​ລາຍ​ງານສະພາບ​ການ​ກະກຽມດຳ​ເນີນ​ກອງ​ປະຊຸມ​ໃຫຍ່​ອົງຄະ​ນະ​ພັກ​ 19 ພາກສ່ວນ ພາຍຫຼັງ​ທີ່​ໄດ້​ສຳ​ເລັດ​ກອງ​ປະຊຸມ​ໃຫຍ່ ຄັ້ງ​ທີ XI ຂອງ​ພັກ ຄະນະ​ຈັດ​ຕັ້ງ​ສູນ​ກາງ​ພັກ​ໄດ້​ເຮັດ​ແຈ້ງ​ການ​ເຖິງ​ອົງຄະ​ນະ​ພັກ ​ແລະ ​ໄດ້​ແຕ່ງ​ຕັ້ງ​ຄະນະ​ຮັບຜິດຊອບ​ຕິດຕາມ, ຊຸກຍູ້​ການກະກຽມ​ດຳ​ເນີນ​ກອງ​ປະຊຸມ​ດັ່ງກ່າວ ​ເຊິ່ງມາ​ຮອດ​ປະຈຸ​ບັນ​ນີ້ ​ແມ່ນ​ໄດ້​ສຳ​ເລັດ​ໄປ​ແລ້ວ 2 ພາກສ່ວນຄື: ອົງຄະ​ນະ​ພັກ​ຄະນະ​ໂຄສະ​ນາ​ອົບຮົມ​ສູນ​ກາງ​ພັກ, ອົງຄະ​ນະ​ພັກ​ສານ​ປະຊາຊົນ​ສູງ​ສຸດ ​ແລະ ມີ 5 ພາກສ່ວນ​ໄດ້​ລາຍ​ງານ​ຄວາມ​ພ້ອມ​ແລ້ວ.​

     ໃນ​ຕອນ​ທ້າຍຂອງກອງປະຊຸມ ສະຫາຍ ບຸນ​ທອງ ຈິດ​ມະນີ ໄດ້ໃຫ້​ທິດ​ຊີ້​ນຳ​​ຄະນະຮັບຜິດ​ຊອບໜ່ວຍງານຊຸກຍູ້, ຕິດຕາມການກະກຽມດຳເນີນກອງປະຊຸມໃຫຍ່ອົງຄະນະພັກ 19 ກະຊວງ-ອົງການ ​ເອົາ​ໃຈ​ໃສ່​ຈັດ​ຕັ້ງ​ປະຕິບັດ​ໃຫ້​ຖືກຕ້ອງ​ຕາມ​ກົດ​ລະບຽບຂອງ​ພັກ, ຖືກຕ້ອງ​ຕາມ​ຄຳ​ສັ່ງ, ຄຳ​ແນະ​ນຳ ແລະ ນິຕິກຳທີ່ກ່ຽວຂ້ອງ ​ເປັນ​ຕົ້ນດ້ານ​ຂະ​ບວນການ​ໃຫ້​ແຕ່​ລະ​ອົງຄະ​ນະ​ພັກ​ສືບ​ຕໍ່​ຍູ້​ຂະ​ບວນການ​ຮອບດ້ານ​ພາຍ​ໃນ​ອົງຄະ​ນະ​ພັກ​ຂອງ​ຕົນ, ​ເອົາ​ໃຈ​ໃສ່​​ເຊື່ອມຊຶມ​ຜັນ​ຂະຫຍາຍ​ມະຕິ​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປ​ະ​ເທດ, ກົດ​ລະບຽບ​ຂອງພັກ ສະໄໝ​ທີ XI ຕັ້ງ​ແຕ່​ຫົວ​ທີ່; ​ເອົາ​ໃຈ​ໃສ່​ປະຕິບັດຂະ​ບວນການ 2 ວາລະ​ແຫ່ງຊາດ; ຂະ​ບວນການ​ປະຕິບັດ​ໜ້າ​ທີ່​ການ​ເມືອງ​ຕິດ​ພັນ​ກັບ​ການ​ແກ້​ໄຂ​ປະກົ​ດການ​ຫຍໍ້​ທໍ້​ຂອງ​ແຕ່​ລະ​ພາກສ່ວນ. ດ້ານ​ບຸກຄະລາ​ກອນ​ແມ່ນ​ໃຫ້​ລົງ​ເລິກ​ການ​ກຳ​ແໜ້ນ​ການ​ເຄື່ອນ​ໄຫວ​ຂອງ​ພະນັກງານ-ສະມາຊິ​ກພັກ, ການ​ເຮັດ​ຊີວິດ​ການ​ເມືອງ​ສຳ​ຫຼວດກວດກາ​ໃຫ້​ເລິກ​ເຊິ່ງ, ​ເອົາ​ໃຈ​ໃສ່​ບັນຫາ​ໂຄງ​ປະກອບ​ໃຫ້​ຄົບ​ຖ້ວນ​ຮັບປະກັນ 3 ລຸ້ນ ຖື​ສຳ​ຄັນ​ມາດຖານ, ​ເພດ-​ເຜົ່າ, ການ​ແຈກ​ຢາຍ​ໃນ​ໜ່ວຍ​ງານ​ຕ່າງໆ ຮັບປະກັນ​ຄວາມ​ເປັນ​ເອກະ​ພາບ​ພາຍຫຼັງ​ສຳ​ເລັດ​ກອງ​ປະຊຸມ​ແລ້ວ ຕ້ອງ​ມີ​ຄວາມ​ສາມັກຄີ​ເປັນ​ກຳລັງ​ແຮງ​ໃນ​ການ​ນຳພາ​ຈັດ​ຕັ້ງ​ປະ​ຕິ​ບັດ​ເນື້ອ​ໃນ​ຈິ​ດ​ໃຈ​ມະຕິ​ກອງ​ປະຊຸມ​ໃຫຍ່​ຂັ້ນ​ຂອງ​ຕົນ​ໃຫ້​ເກີດ​ໝາກ​ເກີດຜົນ…ຯ