ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ໜ່ວຍພັກກົມປ້ອງກັນພັກ-ພະນັກງານ ຈັດພິທີຮັບສະມາຊິກພັກສຳຮອງ ແລະ ສົມບູນ
ຈຳນວນຜູ້ອ່ານ: 28
ອະນຸມັດວັນທີ: 26/08/2021

ໂດຍ: ແສງຄຳ

          ໃນວັນທີ 23 ສິງຫາ 2021 ໜ່ວຍພັກກົມປ້ອງກັນພັກ-ພະນັກງານ ຄະນະຈັດຕັ້ງສູນກາງພັກ ໄດ້ຈັດພິທີຮັບສະມາຊິກພັກສຳຮອງ 03 ສະຫາຍ ແລະ ເລື່ອນສະມາຊິກພັກສໍາຮອງເປັນສະມາຊິກພັກສົມບູນ 01 ສະຫາຍ ໂດຍການເຂົ້າຮ່ວມຂອງສະຫາຍ ນ. ວິໄລວັນ ເພັງສະຫວັດ ຄະນະພັກ ຄະນະຈັດຕັ້ງສູນກາງພັກ, ມີສະຫາຍ ວຽນທອງ ສິງຄຳພັນ ເລຂາໜ່ວຍພັກກົມປ້ອງກັນພັກ-ພະນັກງານ, ມີຜູ້ຕາງໜ້າຈາກບັນດາໜ່ວຍພັກ, ອົງການຈັດຕັ້ງມະຫາຊົນ ອ້ອມຂ້າງຄະນະຈັດຕັ້ງສູນກາງພັກ ແລະ ສະມາຊິກພັກພາຍໃນໜ່ວຍພັກເຂົ້າຮ່ວມຢ່າງພ້ອມພຽງ.

          ໃນພິທີສະຫາຍ ຄູນເພັງ ໄຊສະຫວາດ ຮອງເລຂາໜ່ວຍພັກກົມປ້ອງກັນພັກ-ພະນັກງານ ໄດ້ຜ່ານຂໍ້ຕົກລົງຂອງຄະນະຈັດຕັ້ງສູນກາງພັກ ວ່າດ້ວຍການຮັບມະຫາຊົນກ້າວໜ້າເປັນສະມາຊິກພັກສຳຮອງ ແລະ ຂໍ້ຕົກລົງວ່າດ້ວຍການເລື່ອນສະມາຊິກພັກສຳຮອງ ເປັນສະມາຊິກພັກສົມບູນ ຊຶ່ງບັນດາສະຫາຍດັ່ງກ່າວໄດ້ຜ່ານການຝຶກຝົນຫຼໍ່ຫຼອມຕົນເອງ, ຜ່ານການທົດສອບໃນການປະຕິບັດວຽກງານຕົວຈິງ ມີຜົນງານທີ່ພົ້ນເດັ່ນ ແລະ ໄດ້ຮັບຄວາມໄວ້ເນືື້ອເຊື່ອໃຈຈາກມະຫາຊົນ ສາມາດສ້າງໃຫ້ເປັນອີກໜຶ່ງກຳລັງແຮງຂອງໜ່ວຍພັກໃນການສືບຕໍ່ປະຕິບັດໜ້າທີ່ການເມືອງໄດ້ໃນຕໍ່ໜ້າ.

          ຈາກນັ້ນ, ສະຫາຍເລຂາໜ່ວຍພັກ ໄດ້ມີຄຳເຫັນ, ມອບຂໍ້ຕົກລົງ ແລະ ຈັບມືຮັບເອົາສະມາຊິກພັກສຳຮອງ ແລະ ສະມາຊິກພັກສົມບູນ.

          ໃນພິທີອັນມີຄວາມໝາຍສຳຄັນນີ້ ສະຫາຍ ນ. ວິໄລວັນ ເພັງສະຫວັດ ໄດ້ມີຄຳເຫັນໂອ້ລົມເນັ້ນໃຫ້ສະມາຊິກພັກສຳຮອງ ແລະ ສົມບູນ ສືບຕໍ່ກໍ່ສ້າງ ແລະ ຝຶກຝົນຫຼໍ່ຫຼອມຕົນເອງ, ເອົາໃຈໃສ່ຄົ້ນຄວ້າຮໍ່າຮຽນ, ກໍາແໜ້ນແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດໃຫ້ເລິກເຊິ່ງ, ມີຄວາມຫ້າວຫັນຕໍ່ໜ້າທີ່ວຽກງານວິຊາສະເພາະທີ່ຕົນຮັບຜິດຊອບ ແລະ ພັດທະນາຕົນເອງໃນທຸກດ້ານຢ່າງບໍ່ຢຸດຢັ້ງ ເພື່ອໃຫ້ກາຍເປັນກໍາລັງແຮງທີ່ແຂງແກ່ນຂອງໜ່ວຍພັກ ເຮັດລ້ອນໜ້າທີ່ການເມືອງ ທີ່ການຈັດຕັ້ງມອບໝາຍໃຫ້...ຯ