ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ສະຫາຍ ຈັນສີ ໂພສີຄຳ ກຳມະການກົມການເມືອງສູນກາງພັກ ລົງຢ້ຽມຢາມ ແລະ ພົບປະໂອ້ລົມກອງພົນທະຫານຮາບທີ 2
ຈຳນວນຜູ້ອ່ານ: 34
ອະນຸມັດວັນທີ: 07/02/2018

 

          ໃນໂອກາດຕ້ອນຮັບວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 69 ປີ (ວັນທີ 20 ມັງກອນ 1949 - 20 ມັງກອນ 2018) ວັນທີ 10 ມັງກອນ 2018 ສະຫາຍ ຈັນສີ ໂພສີຄຳ ກຳມະການກົມການເມືອງສູນກາງພັກ ຫົວໜ້າຄະນະຈັດຕັ້ງສູນກາງພັກ ພ້ອມດ້ວຍ ຄະນະ ໄປຢ້ຽມຢາມ ແລະ ພົບປະໂອ້ລົມພະນັກງານຢູ່ກອງພົນທະຫານຮາບທີ 2 ໂດຍ ການຕ້ອນຮັບຢ່າງອົບອຸ່ນຂອງສະຫາຍ ພັນເອກ ພັນແສງ ບຸນພັນ ເລຂາພັກ ຫົວໜ້າການ ເມືອງກອງພົນ ພ້ອມຄະນະ, ມີເຈົ້າແຂວງໄຊຍະບູລີ, ແຂກຖືກເຊີນຕະຫຼອດຮອດພະນັກງານ ຫຼັກແຫຼ່ງທົ່ວກອງພົນທີ 2.

          ການໄປຢ້ຽມຢາມ ແລະ ເຮັດວຽກຂອງສະຫາຍໃນຄັ້ງນີ້ ທ່ານໄດ້ຮັບຟັງການລາຍ ງານຫຍໍ້ກ່ຽວກັບຈຸດພິເສດ, ທີ່ຕັ້ງ, ພາລະບົດບາດ, ໜ້າທີ່ການເມືອງ ແລະ ໝາກຜົນຂອງ ການປັບປຸງກໍ່ສ້າງກອງພົນທະຫານຮາບທີ 2 ໂດຍຕິດແໜ້ນກັບ 4 ໜ້າທີ່ໃຫຍ່ 26 ແຜນງານ ຂອງຄະນະພັກກະຊວງປ້ອງກັນປະເທດວາງອອກ. ກອງພົນດັ່ງກ່າວ ສ້າງຕັ້ງຂຶ້ນໃນວັນທີ 12/10/1981 ຢູ່ແຂວງຫຼວງພະບາງ ເປັນກອງພົນທຳອິດຂອງກອງທັບປະຊາຊົນລາວ, ນັບ ແຕ່ມື້ສ້າງຕັ້ງຈົນເຖິງປະຈຸບັນ ໄດ້ຍົກຍ້າຍທີ່ຕັ້ງສຳນັກງານກອງພົນ 4 ຄັ້ງ, ມາເຖິງປີ 1994 ຍົກຍ້າຍກອງພົນມາຕັ້ງຢູ່ແຂວງໄຊຍະບູລີຈົນເຖິງປະຈຸບັນ ແລະ ໂຄງປະກອບການຈັດຕັ້ງນຳ ພາມີ 1 ອົງຄະນະພັກກອງພົນ, ມີ 2 ອົງຄະນະພັກກອງພັນໃຫຍ່, ມີ 14 ຄະນະພັກຮາກ ຖານ, ມີ 95 ໜ່ວຍພັກ, ມີສະມາຊິກພັກ 1.868 ສະຫາຍ ແລະ ໃນປີ 2016-2017 ມີ 43 ກົມກອງໄດ້ຮັບນາມມະຍົດເປັນກອງແຂງໜ່ວຍພັກ-ຮູ້ນຳພາຮອບດ້ານ;

ນັບແຕ່ມື້ສ້າງຕັ້ງກົມກອງມາເຖິງປະຈຸບັນ ຍາດໄດ້ໄຊຊະນະຫຼາຍດ້ານ ທີ່ຈາກພັກ-ລັດ ແລະ ປະຊາຊົນລາວບັນດາເຜົ່າມອບໝາຍໃຫ້ ໂດຍການອຸທິດເລືອດເນື້ອເຮື່ອແຮງຂອງທະ ຫານລາວທີ່ຍອມເສຍສະລະຊີວິດ ເພື່ອປົກປັກຮັກສາປະເທດ, ປົກປັກຮັກສາແຂວງໄຊຍະບູລີ ກໍ່ຄືແຂວງພາກເໜືອໃຫ້ມີສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບໂດຍ ພື້ນພາກ.

ໃນໂອກາດນີ້ ສະຫາຍ ຈັນສີ ໂພສີຄຳ ກໍ່ໄດ້ໃຫ້ກຽດໂອ້ລົມ ຊຶ່ງສະຫາຍໄດ້ສະແດງ ຄວາມຍ້ອງຍໍຊົມເຊີຍຕໍ່ຜົນສຳເລັດທີ່ກົມກອງຍາດມາໄດ້ຫຼາຍດ້ານໃນໄລຍະຜ່ານມາ ພ້ອມທັງ ເນັ້ນໜັກໃຫ້ ສຸມໃສ່ຄົ້ນຄວ້າຕອບຕ້ານກົນອຸບາຍການຫັນປ່ຽນໂດຍສັນຕິຂອງບັນດາອິດທິກຳ ລັງປໍລະປັກ, ປັບປຸງພາຍໃນເຮົາໃຫ້ໜັກແໜ້ນ, ເຂັ້ມແຂງ, ເດັດຂາດບໍ່ໃຫ້ສັດຕູແຊກຊ້ອນເຂົ້າ ພາຍໃນ, ໃນນີ້ ວຽກງານປ້ອງກັນພັກ, ປ້ອງກັນພະນັກງານ ຍັງແມ່ນວຽກງານສຳຄັນຕົ້ນຕໍ ປິ່ນອ້ອມໜ້າທີ່ການເມືອງຂອງກົມກອງ ແລະ ຕ້ອງສືບຕໍ່ປົກປັກຮັກສາ ແລະ ເສີມຂະຫຍາຍ ມູນເຊື້ອອັນດີງາມຂອງຕົນ, ຕ້ອງຕັ້ງໜ້າປັບປຸງກຳລັງໃນທຸກດ້ານໃຫ້ໜັກແໜ້ນ, ເຂັ້ມແຂງ, ເອົາໃຈໃສ່ຕໍ່ການປັບປຸງລະບອບຄຸ້ມຄອງ-ບັນຊາ, ປັບປຸງກຳລັງປະເພດຕ່າງໆ ໂດຍຖືເອົາຄຸນ ນະພາບເປັນຕົ້ນຕໍ່, ຕ້ອງມີແຜນການ, ປະຕິບັດລະບອບຫັດແອບ, ປັບປຸງລະບົບອົບຮົມສິດ ສອນ, ຄົ້ນຄວ້າຫຼັກສູດບຳລຸງ-ກໍ່ສ້າງໃນເງື່ອນໄຂໃໝ່ ເພື່ອຍົກສູງຄວາມສາມາດທາງດ້ານສິ ລະປະຍຸດ-ຍຸດທະວິທີ, ວິຊາສະເພາະໃຫ້ສູງຂຶ້ນ ທັງປັບປຸງສະຕິການຈັດຕັ້ງລະບຽບວິໄນໃຫ້ ເຂັ້ມງວດ.

ໂອກາດຢ້ຽມຢາມກອງພົນທີ 2 ເທື່ອນີ້ ສະຫາຍຫົວໜ້າຄະນະຈັດຕັ້ງສູນກາງພັກ ພ້ອມຄະນະ ໄດ້ນຳເຄື່ອງຊ່ວຍເຫຼືອເຊັ່ນ: ກະເບື້ອງ, ສີມັງ ແລະ ເຄື່ອງອຸປະໂພກ-ບໍລິໂພກ ຈຳນວນໜຶ່ງ ໃນມູນຄ່າ 45.000.000 ກີບ ມອບໃຫ້ກອງພົນທີ 2 ເພື່ອກໍ່ສ້າງໂຮງໝໍກອງ ພົນ.

          ພ້ອມນັ້ນ, ການມາຢ້ຽມຢາມໃນຄັ້ງນີ້ ສະຫາຍຫົວໜ້າຄະນະຈັດຕັ້ງສູນກາງພັກ ຍັງໄດ້ ໄປເຄື່ອນໄຫວຢ້ຽມຢາມກອງພັນນ້ອຍ 614, ກອງພັນນ້ອຍ 629 ທີ່ຂຶ້ນກັບກອງພົນທະຫານ ຮາບທີ 2 ຕື່ມອີກ.

ໂດຍ: ສໍສົດໃສ