ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ບັນດາໜ່ວຍພັກທີ່ຂຶ້ນກັບອົງຄະນະພັກຄະນະຈັດຕັ້ງສູນກາງພັກ ດຳເນີນກອງປະຊຸມໃຫຍ່ຂອງຕົນ ດ້ວຍຜົນສຳເລັດຢ່າງຈົບງາມ
ຈຳນວນຜູ້ອ່ານ: 40
ອະນຸມັດວັນທີ: 19/08/2021

          ໂດຍ: ສ.ແກ້ວນິນັນລັດ

          ດັ່ງທີ່ຮູ້ນຳກັນແລ້ວວ່າ ການດຳເນີນກອງປະຊຸມໃຫຍ່ອົງຄະນະພັກແຕ່ລະຂັ້ນເວົ້າລວມ, ເວົ້າສະເພາະການດຳເນີນກອງປະຊຸມໃຫຍ່ຂອງບັນດາໜ່ວຍພັກ ແມ່ນວຽກງານໜຶ່ງທີ່ສຳຄັນໃນການປັບປຸງປົວແປງພັກ, ແມ່ນການບູລະນະກົງຈັກການຈັດຕັ້ງພັກ ແລະ ແບບແຜນວິທີເຮັດວຽກຂອງຄະນະພັກ, ຄະນະໜ່ວຍພັກ ແນໃສ່ຮັບປະກັນບົດບາດເປັນແກນນຳໃນລະບົບການເມືອງ, ການຍົກສູງຄວາມສາມາດນຳພາຂອງຄະນະພັກ, ຄະນະໜ່ວຍພັກ ແຕ່ລະຂັ້ນໃຫ້ສົມຄູ່ກັບການເລັ່ງທວງຂອງໜ້າທີ່ການເມືອງໃນໄລຍະໃໝ່, ເປັນການປັບປຸງພາຍໃນພັກໃຫ້ມີຄວາມໜັກແໜ້ນ, ເຂັ້ມແຂງ, ທັງເປັນການເພີ່ມທະວີຄວາມສາມັກຄີເປັນເອກະພາບພາຍໃນໜ່ວຍພັກ.

          ໃນເດືອນກໍລະກົດ 2021 ບັນດາໜ່ວຍພັກທີ່ຂຶ້ນກັບອົງຄະນະພັກຄະນະຈັດຕັ້ງສູນກາງພັກ ໄດ້ດຳເນີນກອງປະຊຸມໃຫຍ່ຂອງຕົນສຳເລັດຜົນຢ່າງຈົບງາມ ໃນນັ້ນ ລວມມີ 8 ໜ່ວຍພັກຄື: ໜ່ວຍພັກກົມຄຸ້ມຄອງພະນັກງານ, ໜ່ວຍພັກກົມກໍ່ສ້າງພັກ, ໜ່ວຍພັກຫ້ອງການ, ໜ່ວຍພັກກົມກໍ່ສ້າງພະນັກງານ, ໜ່ວຍພັກກົມໂຄສະນາກໍ່ສ້າງພັກ-ພະນັກງານ, ໜ່ວຍພັກກົມກົງຈັກການຈັດຕັ້ງ ແລະ ກົດລະບຽບພັກ, ໜ່ວຍພັກກົມປ້ອງກັນພັກ-ພະນັກງານ ແລະ ໜ່ວຍພັກກົມຈັດຕັ້ງພະນັກງານ ໂດຍໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ນ. ສີໃສ ລືເດດມູນສອນ ກຳມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ເລຂາຄະນະພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກ, ມີຫົວໜ້າກົມຈັດຕັ້ງພະນັກງານ, ແຂກຖືກເຊີນ, ສະມາຊິກພັກຂອງແຕ່ລະໜ່ວຍເຂົ້າຮ່ວມຢ່າງພ້ອມພຽງ.

          ໃນວາລະກອງປະຊຸມ ສະຫາຍເລຂາໜ່ວຍພັກ, ຮັກສາການແທນເລຂາໜ່ວຍພັກຂອງແຕ່ລະໜ່ວຍ ໄດ້ຂຶ້ນຜ່ານຮ່າງລາຍງານການເມືອງຂອງຕົນ ໂດຍແຕ່ລະໜ່ວຍໄດ້ສັງເກດຕີລາຄາການເຄື່ອນໄຫວຊີ້ນຳ-ນຳພາວຽກງານໃນແຕ່ລະດ້ານຂອງໜ່ວຍພັກຕົນໃນໄລຍະຜ່ານມາ ຍົກໃຫ້ເຫັນດ້ານດີ, ດ້ານອ່ອນ,​ ຂໍ້ຄົງຄ້າງ ແລະ ບາງວຽກງານທີ່ພົ້ນເດັ່ນໃນການຊີ້ນຳ-ນຳພາຜ່ານມາ ເປັນຕົ້ນແມ່ນດ້ານການເມືອງ-ແນວຄິດ, ການຈັດຕັ້ງ, ແບບແຜນນຳພາວິທີເຮັດວຽກ, ວຽກງານວິຊາສະເພາະ, ວຽກງານກໍ່ສ້າງພັກ-ກໍ່ສ້າງພະນັກງານ, ນຳພາວຽກງານອົງການຈັດຕັ້ງມະຫາຊົນ, ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ການເງິນຂອງພັກ. ໂດຍລວມແລ້ວ ແຕ່ລະໜ່ວຍພັກແມ່ນໄດ້ເອົາໃຈໃສ່ຊີ້ນຳ-ນຳພາວຽກງານແຕ່ລະດ້ານມີຜົນສຳເລັດຕາມຄາດໝາຍທີ່ວາງໄວ້.

          ຈາກນັ້ນແຕ່ລະໜ່ວຍພັກ ກໍໄດ້ດຳເນີນການປ່ອນບັດຄັດເລືອກເອົາຄະນະໜ່ວຍພັກຂອງຕົນຊຸດໃໝ່ຕາມມາດຕະຖານ, ເງື່ອນໄຂທີ່ໄດ້ກຳນົດໄວ້ ເພື່ອເປັນແກນນຳ-ນຳພາການຈັດຕັ້ງປະຕິບັດມະຕິ, ແຜນການທີ່ກອງປະຊຸມໃຫຍ່ຂອງຕົນໄດ້ຮັບຮອງເອົາ.

          ກອງປະຊຸມຄັ້ງປະຖົມມະລຶກໄດ້ເປັນເອກະສັນກັນເລືອກເອົາຄະນະໜ່ວຍພັກຂອງຕົນຊຸດໃໝ່ ດັ່ງນີ້:

  • ໜ່ວຍພັກກົມຄຸ້ມຄອງພະນັກງານ ເລືອກເອົາສະຫາຍ ດວງຕາ ຈູມພາວັນ ເປັນເລຂາ, ສະຫາຍ ສຸລິຍາ ພົມມີສິດ ເປັນຮອງເລຂາ, ສະຫາຍ ສີອຳພອນ ຈັນລາຕີ ເປັນກຳມະການໜ່ວຍພັກ ທັງເຮັດວຽກງານກວດກາ;
  • ໜ່ວຍພັກກົມກໍ່ສ້າງພັກ ເລືອກເອົາ ສະຫາຍ ວິສຸກ ພົມພິທັກ ເປັນເລຂາ, ສະຫາຍ ນ. ສີບານ ສີສະອາດ ເປັນຮອງເລຂາ, ສະຫາຍ ວຽງສະອາດ ຈິດຕິລາດ ເປັນກຳມະການໜ່ວຍພັກ ທັງເຮັດວຽກງານກວດກາ; 
  • ໜ່ວຍພັກຫ້ອງການ ເລືອກເອົາສະຫາຍ ພູຂົງ ພິລາເພັດ ເປັນເລຂາ, ສະຫາຍ ຄຳສອນ ສຸເທບມະນີ ເປັນຮອງເລຂາ,​ ສະຫາຍ ນ. ແກ້ວໃຈ ແສງມີໄຊ ເປັນກຳມະການໜ່ວຍພັກ ທັງເຮັດວຽກງານກວດກາ;
  • ໜ່ວຍພັກກົມກໍ່ສ້າງພະນັກງານ ເລືອກເອົາສະຫາຍ ວິລະພັນ ສີລິທຳ ເປັນເລຂາ, ສະຫາຍ ວຽງເພັດ ແສງທອງ ເປັນຮອງເລຂາ, ສະຫາຍ ມະນີ ກ່ານສີລາ ເປັນກຳມະການໜ່ວຍພັກ ທັງເຮັດວຽກງານກວດກາ;
  • ໜ່ວຍພັກກົມໂຄສະນາກໍ່ສ້າງພັກ-ພະນັກງານ ເລືອກເອົາສະຫາຍ ດອນ ໄພວົງ ເປັນເລຂາ, ສະຫາຍ ວິລັດ ສຸນີຈັນ ເປັນຮອງເລຂາ, ສະຫາຍ ນ. ແສງວອນ ແກ້ວນິນັນລັດ ເປັນກຳມະການໜ່ວຍພັກ ທັງເຮັດວຽກງານກວດກາ;
  • ໜ່ວຍພັກກົມກົງຈັກການຈັດຕັ້ງ ແລະ ກົດລະບຽບພັກ ເລືອກເອົາສະຫາຍ ຄຳປ່ຽນ ແກ້ວສໍລະສິງ ເປັນເລຂາ, ສະຫາຍ ພອນສະຫວັນ ໄຊຊະນະ ເປັນຮອງເລຂາ, ສະຫາຍ ນ. ວິໄລ ອຸ່ນມີໄຊ ເປັນກຳມະການໜ່ວຍພັກ ທັງເຮັດວຽກງານກວດກາ;
  • ໜ່ວຍພັກກົມປ້ອງກັນພັກ-ພະນັກງານ ເລືອກເອົາສະຫາຍ ວຽນທອງ ສິງຄຳພັນ ເປັນເລຂາ, ສະຫາຍ ຄູນເພັງ ໄຊສະຫວາດ ເປັນຮອງເລຂາ ທັງເຮັດວຽກງານກວດກາ, ສະຫາຍ ນ. ເກດມະນີ ແກ້ວມະນີ ເປັນກຳມະການໜ່ວຍພັກ; 
  • ໜ່ວຍພັກກົມຈັດຕັ້ງພະນັກງານ ເລືອກເອົາສະຫາຍ ນ. ວິໄລວັນ ເພັງສະຫວັດ ເປັນເລຂາ, ສະຫາຍ ບັນນະວົງ ດ້ວງປັນຍາ ເປັນຮອງເລຂາ, ສະຫາຍ ສີວົງໄຊ ທອງພັນ ເປັນກຳມະການໜ່ວຍພັກ ທັງເຮັດວຽກງານກວດກາ.

          ໃນຕອນທ້າຍຂອງກອງປະຊຸມ ສະຫາຍ ນ. ສີໃສ ລືເດດມູນສອນ ໄດ້ເປັນກຽດກ່າວຄຳໂອວາດຕັກເຕືອນ ເພື່ອເປັນເຂັມຊີ້ທິດເຍືອງທາງໃຫ້ແຕ່ລະໜ່ວຍພັກ ໂດຍສະເພາະສະຫາຍໄດ້ເນັ້ນໃສ່ບາງບັນຫາທີ່ສຳຄັນ ເພື່ອແນໃສ່ເຮັດລ້ອນໜ້າທີ່ການເມືອງທີ່ໜັກໜ່ວງແຕ່ມີກຽດສະຫງ່າທີ່ພັກ-ລັດມອບໝາຍໃຫ້ ເຊິ່ງໜ່ວຍພັກແຕ່ລະໜ່ວຍຈຳເປັນຕ້ອງຍົກສູງຄຸນນະພາບດ້ານການເມືອງ-ແນວຄິດໃຫ້ແກ່ພະນັກງານ-ສະມາຊິກພັກຂອງຕົນ,​ ເພີ່ມທະວີຄວາມເອົາໃຈໃສ່ຕໍ່ວຽກງານກໍ່ສ້າງພັກໃຫ້ໜັກແໜ້ນເຂັ້ມແຂງ, ຍຶດໝັ້ນຫຼັກການລວມສູນປະຊາທິປະໄຕຂອງພັກ, ເຊີດຊູຄວາມເປັນແບບຢ່າງນຳໜ້າຂອງສະມາຊິກພັກ ແລະ ປັບປຸງແບບແຜນນຳພາຂອງຄະນະໜ່ວຍພັກເຊັ່ນ: ເພີ່ມທະວີຄວາມເປັນເຈົ້າການ, ຄວາມຮັບຜິດຊອບໃນການປະຕິບັດໜ້າທີ່ການເມືອງທີ່ພັກມອບໝາຍໃຫ້. ຕໍ່ກັບຈຸດອ່ອນ ແລະ ຂໍ້ຄົງຄ້າງຕ່າງໆທີ່ກອງປະຊຸມໄດ້ໄຈ້ແຍກອອກມາ ເປັນສິ່ງທ້າທາຍທົດສອບອັນໃຫຍ່ຫຼວງໃນການປະຕິບັດໜ້າທີ່ວຽກງານໃນຕໍ່ໜ້ານັ້ນ, ໜ່ວຍພັກ ກໍຄືຄະນະໜ່ວຍພັກຊຸດໃໝ່ ພ້ອມດ້ວຍສະມາຊິກພັກທຸກສະຫາຍຈະຕ້ອງໄດ້ພ້ອມກັນເອົາໃຈໃສ່ແກ້ໄຂ ແລະ ເຮັດສຳເລັດໜ້າທີ່ອັນໃຫຍ່ຫຼວງທີ່ພັກ-ລັດມອບໝາຍໃຫ້.