ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ໜ່ວຍພັກກົມໂຄສະນາກໍ່ສ້າງພັກ-ພະນັກງານ ຈັດພິທີເລື່ອນສະມາຊິກພັກສຳຮອງເປັນສະມາຊິກພັກສົມບູນ
ຈຳນວນຜູ້ອ່ານ: 39
ອະນຸມັດວັນທີ: 13/08/2021

ໂດຍວິລະສະໄໝ ຍົດບຸນມີ

     ໃນວັນທີ 12 ສິງຫາ 2021 ໜ່ວຍພັກກົມໂຄສະນາກໍ່ສ້າງພັກ-ພະນັກງານ ຄະນະຈັດຕັ້ງສູນກາງພັກ ໄດ້ຈັດພິທີເລື່ອນສະມາຊິກພັກສຳຮອງເປັນສະມາຊິກພັກສົມບູນ 1 ສະຫາຍ ເພື່ອເປັນກຳລັງແຮງໃນການປະຕິບັດໜ້າທີ່ການເມືອງຊ່ວຍໜ່ວຍພັກ ໂດຍ​ການ​ເປັນ​ປະທານ​ຂອງ​ສະຫາຍ ດອນ ໄພວົງ ເລຂາ​ໜ່ວຍ​ພັກ​ກົມ​ໂຄສະນາກໍ່ສ້າງພັກ-ພະນັກງານ ​ໃຫ້​ກຽດ​ເຂົ້າ​ຮ່ວມ​ຂອງ​ສະຫາຍ ທອງຈັນ ໂຂງພູມຄຳ ກຳມະການປະຈຳພັກຄະນະຈັດຕັ້ງສູນກາງພັກ, ມີຜູ້ຕາງໜ້າຈາກບັນດາໜ່ວຍພັກ ແລະ ອົງການຈັດຕັ້ງມະຫາຊົນອ້ອມຂ້າງຄະນະຈັດຕັ້ງສູນກາງພັກ ພ້ອມດ້ວຍສະມາຊິກພັກພາຍໃນ ໜ່ວຍເຂົ້າຮ່ວມ.

     ໃນພິທີດັ່ງກ່າວ ໄດ້ຜ່ານມະຕິຕົກລົງຂອງຄະນະພັກ ຄະນະຈັດຕັ້ງສູນກາງພັກ ວ່າດ້ວຍການເລື່ອນສະມາຊິກພັກສຳຮອງເປັນສະມາຊິກພັກສົມບູນ, ຈາກນັ້ນ ສະມາຊິກພັກສົມບູນ ຂຶ້ນສະເໜີໂຕກ່າວຄຳປະຕິຍານ ແລະ ສະຫາຍເລຂາໜ່ວຍພັກໄດ້ຂຶ້ນກ່າວຄຳເຫັນ ແລະ ຈັບມືຮັບເອົາເຂົ້າເປັນກຳລັງແຮງໃນການປະຕິບັດໜ້າທີ່ການເມືອງຊ່ວຍໜ່ວຍພັກຂອງຕົນສືບເນື່ອງຕໍ່ໄປ.

     ໃນຕອນທ້າຍຂອງພິທີ ສະຫາຍ ທອງຈັນ ໂຂງພູມຄຳ ໄດ້ມີຄຳເຫັນໂອ້ລົມຕໍ່ສະມາຊິກພັກສົມບູນໃໝ່ ແລະ ຜູ້ເຂົ້າຮ່ວມ ກຳແໜ້ນບັນດາສິດ, ໜ້າທີ່ ແລະ ຂໍ້ຫ້າມຕ່າງໆຂອງສະມາຊິກພັກ, ກຳແໜ້ນກົດລະບຽບພັກ ພ້ອມສືບຕໍ່ຝຶກຝົນຫຼໍ່ຫຼອມຕົນເອງໃນທຸກດ້ານ, ເອົາໃຈໃສ່ຄົ້ນຄວ້າຮໍ່າຮຽນ ກຳແໜ້ນແນວທາງນະໂຍບາຍຂອງພັກ ເປັນເຈົ້າການປະຕິບັດກົດລະບຽບຂອງພັກຢ່າງເຂັ້ມງວດ ພ້ອມທັງຮຽກຮ້ອງໃຫ້ບັນດາສະຫາຍສະມາຊິກພັກ ແລະ ອົງການຈັດຕັ້ງມະຫາຊົນທີ່ມີປະສົບການ ແລະ ບົດຮຽນຫຼາຍກວ່າ ປະກອບສ່ວນຊ່ວຍເຫຼືອ, ສືບຕໍ່ຕິດຕາມ, ຊຸກຍູ້ ໃຫ້ສະມາຊິກພັກສົມບູນໃໝ່ ກາຍເປັນສະມາຊິກພັກສົມບູນທີ່ດີເດັ່ນ ມີຄຸນນະພາບໃນການປະຕິບັດໜ້າທີ່ວຽກງານ ເພື່ອເປັນອີກໜຶ່ງກຳລັງແຮງຊ່ວຍວຽກໜ່ວຍພັກໃນການເປັນເສນາທິການໃຫ້ຄະນະ ພັກ ຄະນະຈັດຕັ້ງສູນກາງພັກ.